Saturday, July 27, 2024
Homeຂ່າວຕ່າງປະເທດສປ ຈີນ ບູລະນະຖະໜົນເຂດຊົນນະບົດ ລວມມີ 118.000 ກິໂລແມັດ

ສປ ຈີນ ບູລະນະຖະໜົນເຂດຊົນນະບົດ ລວມມີ 118.000 ກິໂລແມັດ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານວ່າ: ວັນທີ 4 ພະຈິກ, ທ່ານ ຫວັງກັງ ຮອງລັດຖະມົນຕີກະຊວງ ຄົມມະນາຄົມ ຂອງ ຈີນ ເປີດເຜີຍ ວ່າ: ຈີນ ໄດ້ບູລະນະ ຖະໜົນ ເຂດຊົນນະບົດ ໃນໄລຍະ 3 ໄຕມາດທຳອິດ (ເດືອນມັງກອນ-ເດືອນກັນຍາ) ຂອງ ປີນີ້, ກວມເອົາ ໄລຍະທາງ 118.000 ກິໂລແມັດ, ຊຶ່ງ ບັນລຸເປົ້າໝາຍ ປະຈຳປີ ຫລາຍກວ່າ 90%. ເມື່ອບໍ່ດົນມານີ້ ທ່ານ ຫວັງກັງ ເຂົ້າຮ່ວມ ກອງປະຊຸມ ຢູ່ ເມືອງຈິ່ງກັງຊານ ແຂວງຈຽງຊີ ທາງພາກຕາເວັນອອກ ຂອງ ຈີນ ກ່າວວ່າ: ການລົງທຶນ ໃນຊັບສິນ ຖາວອນ ດ້ານຖະໜົນ ຊົນນະບົດ ໃນໄລຍະ 3 ໄຕມາດທຳອິດ ເພີ່ມສູງຂຶ້ນ ໄປສູ່ ລະດັບ 3,58 ແສນລ້ານຢວນ (ສະກຸນເງິນຈີນ), ເພີ່ມຂຶ້ນ 5,1% ເມື່ອທຽບປີຕໍ່ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments