Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ-ມົງໂກລີ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

ລາວ-ມົງໂກລີ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ຄູເຣລສຸກຄ໌ ໂອຄະນາ (Khurelsukh UKHNAA) ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ.

ພິທີຕ້ອນຮັບ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ 6 ພະຈິກ 2023, ທີ່ ທໍານຽບປະທານປະເທດ, ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ພາຍຫລັງສໍາເລັດພິທີຕ້ອນຮັບ, ສອງຝ່າຍໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມພົບປະຢ່າງເປັນທາງການ ເຊິ່ງການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມ ຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມ ຢາມລັດຖະກິດ ທີ່ ສປປ ລາວ ຂອງ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ໃນຄັ້ງນີ້, ເຊິ່ງຖືເປັນຂີດໝາຍ ປະຫວັດສາດສໍາຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກ ສາບັນຍາກາດການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ ສົ່ງເສີມການຮ່ວມມືໃນຂົງເຂດອື່ນໆ.

ໃນການພົບປະຄັ້ງນີ້, ຜູ້ນໍາສອງປະເທດ ລາວ-ມົງໂກລີ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ, ພ້ອມທັງ ທົບທວນຄືນການພົວພັນຮ່ວມມືໃນໄລຍະ ຜ່ານມາ ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະລອດໄລຍະ 6 ທົດສະວັດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ, ເຫັນວ່າການພົວພັນຮ່ວມມືຂອງສອງປະເທດ ໄດ້ຮັບການ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆມາ, ໂດຍສະເພາະ ການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງ ຄະນະນະຜູ້ແທນຂັ້ນສູງ, ການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ. ພິເສດ ໃນປີ 2022 ຜ່ານມາ ສອງປະເທດ ລາວ-ມົງໂກລີ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ເຊິ່ງສອງປະເທດໄດ້ຮ່ວມກັນຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ຢ່າງມີບັນຍາກາດຄຶກຄື້ນ ແລະ ມີຜົນສໍາເລັດ. ພ້ອມກັນນັ້ນ, ສອງຝ່າຍ ກໍໄດ້ປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການພົວ ພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ, ລວມເຖິງເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຝ່າຍມົງໂກລີ ຕໍ່ການ ຊ່ວຍເຫລືອ ແລະ ໜັບສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຂະແໜງສາທາລະນະສຸກ ໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ ແຂວງຊຽງຂວາງ ແລະ ການສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ລັດຖະບານ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງວ່າ ໃນປີ 2024 ນີ້ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກທົ່ວທຸກມູມໂລກ ລວມທັງມົງໂກລີ, ໄປພ້ອມໆກັບການເປັນປະທານອາຊຽນ. ນອກນີ້, ກໍໄດ້ເຊື້ອເຊີນນັກ ລົງທຶນຈາກມົງໂກລີ ຜູ້ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງລ້ຽງສັດ, ກະສິກໍາ ແລະ ຂະແໜງອື່ນໆ, ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນ ທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ, ເຊິ່ງຈະເຮັດໃຫ້ການໄປມາຫາສູ່ກັນ ແລະ ການແລກປ່ຽນສິນຄ້າ ຕ່າງໆ ມີຄວາມສະດວກຂຶ້ນ.

ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ມົງໂກລີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈມາຍັງ ລັດຖະບານ ສປປ ລາວ ໃນການສະໜັບສະໜູນ ມົງໂກລີ ໃນເວທີພາກພື້ນ ແລະ ສາກົນ ຕະຫລອດມາ ເເລະ ຕີລາຄາຕໍ່ໝາກຜົນຂອງການພົວພັນຮ່ວມມືຕະ ຫລອດໄລຍະເວລາ 6 ທົດສະວັດ ທີ່ຜ່ານມາ. ພ້ອມນີ້, ກໍໄດ້ສະແດງຄວາມຢືນຢັນ ໃນການສືບຕໍ່ສົ່ງເສີມການພົວ ພັນຮ່ວມມືທີ່ມີມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງປະເທດ ມົງໂກລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ໃນໂອກາດດຽວກັນນີ້, ທ່ານ ປະທານາ ທິບໍດີ ມົງໂກລີ ກໍໄດ້ເຊື້ອເຊີນ ທ່ານ ປະທານປະເທດ ລາວ ໄປຢ້ຽມຢາມລັດຖະກິດ ທີ່ ມົງໂກລີ ໃນເວລາອັນ ເໝາະສົມ ເຊິ່ງທ່ານ ປະທານປະເທດລາວ ກໍໄດ້ຍິນດີຕອບຮັບ ແລະ ຈະຈັດສັນຫາວັນເວລາເໝາະສົມ ຕາມຄວາມ ສະດວກຂອງທັງສອງຝ່າຍ.

ພາຍຫລັງສໍາເລັດການພົບປະ, ທ່ານ ປະເທດປະເທດ ທອງລຸນ ສີສຸລິດ ແລະ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ເເນໃສ່ອໍານວຍຄວາມສະດວກ ເເລະ ເປັນນິຕິກໍາ, ເປັນບ່ອນອີງພື້ນຖານ ໃນການຊຸກຍູ້ສົ່ງເສີມການພົວ ພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຮ່ວມກັນ ກໍຄື ຊຸກຍູ້ການໄປມາຫາສູ່ກັນຂອງ ປະຊາຊົນສອງປະເທດໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ແລະ ຄະນະ ກໍ່ໄດ້ໄປວາງພວງ ມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫລະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ. ພ້ອມທັງ ຢ້ຽມຢາມພົບປະ ກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາເເຫ່ງຊາດ ແລະ ໄດ້ໄປຢ້ຽມຊົມພະທາດຫລວງ; ເຂົ້າຮ່ວມພິທີປະດັບຫລຽນໄຊ ແລະ ຫລຽນກາ ແຫ່ງລັດ ມົງໂກລີ ໃຫ້ແກ່ ພົນລະເມືອງມົງໂກລີ ແລະ ພົນລະເມືອງລາວ ທີ່ມີຜົນງານດີເດັ່ນໃນການສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ມົງໂກລີ ແລະ ສປປ ລາວ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ.

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments