Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະບານ ວາງຫລາຍມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ລັດຖະບານ ວາງຫລາຍມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ໃນໄລຍະຜ່ານມາ ລັດຖະບານ ໄດ້ວາງຫລາຍມາດຕະການ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ, ການເພີ່ມສູງຂຶ້ນຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ປະຊາຊົນ ເຊິ່ງໄດ້ສຸມໃສ່ຄົ້ນຄວ້າ ແລະ ຊອກຫາແຫລ່ງທຶນມາແກ້ໄຂໜີ້ສິນ ໂດຍສະເພາະ ໜີ້ສິນຕ່າງປະເທດ, ທັງສຸມໃສ່ຄົ້ນຄວ້າມາດຕະການຄົບຊຸດ ໃນການຄຸ້ມຄອງເງິນຕາຕ່າງປະເທດ, ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊຳລະລາຍຮັບ-ລາຍຈ່າຍ ຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ, ພ້ອມທັງ ສຸມໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ມີການເໜັງຕີງແຮງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ແຈງຕໍ່ຄຳຊັກຖາມ ຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມ ຂອງສະມາຊິກສະພາແຫ່ງຊາດ ໃນຫລາຍບັນຫາສຳຄັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ໂດຍຊີ້ໃຫ້ເຫັນຜົນສຳເລັດ ໃນການດຳເນີນມາດຕະການຕ່າງໆ ຂ້າງເທິງ ເຮັດໃຫ້ປະເທດເຮົາ ບໍ່ຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້, ພ້ອມທັງ ສຸມໃສ່ຄົ້ນຄວ້າມາດຕະການຄົບຊຸດໃນການຄຸ້ມຄອງເງິນຕາຕ່າງປະເທດ ໂດຍໄດ້ອອກ ຄຳສັ່ງເລກທີ 10/ນຍ. ຜ່ານການຈັດຕັ້ງປະຕິບັດ ຄໍາສັ່ງດັ່ງກ່າວ, ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດ ຫັນເຂົ້າສູ່ລະບົບກວ່າເກົ່າ, ພ້ອມທັງ ໄດ້ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ຂະຫຍາຍຕາໜ່າງການບໍລິການຫລາຍຮູບແບບ ຂອງທະນາຄານທຸລະກິດໄດ້ຫລາຍຂຶ້ນ (ປັດຈຸບັນພວມຂະຫຍາຍອອກຕື່ມເລື້ອຍໆ) ເພື່ອໃຫ້ຕອບສະໜອງ ຄວາມຕ້ອງການຂອງສັງຄົມ. ພ້ອມທັງ ສຸມໃສ່ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊຳລະລາຍຮັບ-ລາຍຈ່າຍ ຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ໄດ້ຫລາຍຂຶ້ນ ຈາກອັດຕາສ່ວນ 34%ໃນປີ 2022 ມາເປັນ 41,32% ໃນ 9 ເດືອນ ປີ 2023 ແລະ ຄາດວ່າໝົດປີ ຈະບັນລຸໄດ້ 50% ຕາມມະຕິກອງປະຊຸມສະພາແຫ່ງຊາດ ເທື່ອທີ 5 ໃນກາງປີ 2023 ຜ່ານມາ. ພ້ອມດຽວກັນນີ້, ຍັງໄດ້ຕິດຕາມບັນດາເປົ້າໝາຍທີ່ປັ່ນປ່ວນ ແລະ ເກງກຳໄລ ທີ່ຜິດກົດໝາຍ ຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ແລະ ໄດ້ດຳເນີນມາດຕະການ ລົງໂທດຕາມກົດໝາຍ ຕໍ່ຜູ້ກະທຳຜິດໄດ້ຫລາຍກໍລະນີສົມຄວນ ແລະ ສຸມໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະສິນຄ້າ ປະເພດໜວດສະບຽງອາຫານ ເປັນຕົ້ນ, ເຂົ້າ, ຊີ້ນ, ປາ ແລະ ໄຂ່ ໂດຍໄດ້ມີການ ແຊກແຊງລາຄາເຂົ້າ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງຈຳນວນໜຶ່ງ. ນອກນັ້ນ ກໍໄດ້ຄຸ້ມຄອງໝວດສິນຄ້າ ທີ່ເປັນປັດໄຈການຜະລິດກະສິກຳ (ຝຸ່ນ, ອາຫານສັດ, ແນວພັນ) ແລະ ມີບາງແຂວງ ໂດຍສະເພາະ ແຂວງໄຊຍະບູລີ ໄດ້ຈຳກັດການນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ ແລະ ມີພຽງພໍ ຈຳນວນ 10 ກວ່າລາຍການ. ໄດ້ຄົ້ນຄວ້າມາດຕະການຕົວຈິງ ໃນການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ໂດຍໄດ້ສະເໜີຄະນະປະຈຳສະພາແຫ່ງຊາດ ເພື່ອສະເໜີປະທານປະເທດ ປັບປຸງອາກອນຊົມໃຊ້ບາງປະເພດສິນຄ້າ ເພີ່ມຂຶ້ນ (ໃນລັດຖະບັນຍັດ 003/ປປທ) ເຊິ່ງເປັນການປະຢັດເງິນຕາຕ່າງປະເທດ.

ລັດຖະບານ ຍັງໄດ້ເພີ່ມການຄຸ້ມຄອງ ແລະ ສະກັດກັ້ນການລັກລອບນຳເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງຄຸ້ມຄອງກວດກາ ການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ໃນດ່ານ ແລະ ນອກດ່ານ ເພື່ອແກ້ໄຂສະພາບການຄ້າຂາຍແບບເສລີ, ແບບຊະຊາຍ (ການຄ້ານອກລະບົບ) ໄປຄຽງຄູ່ກັບການສົ່ງເສີມການ ສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ, ປຸກລະດົມສ້າງຂະບວນການ ໃຫ້ພົນລະເມືອງລາວ ນິຍົມ ແລະ ຫັນມານຳໃຊ້ສິນຄ້າ ທີ່ຜະລິດຢູ່ພາຍໃນປະເທດເຮົາໃຫ້ຫລາຍຂຶ້ນ ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈໍາກັດການນໍາໃຊ້ເງິນຕາຕ່າງປະເທດໄປພ້ອມ. ພ້ອມນີ້, ຍັງໄດ້ອອກນະໂຍບາຍສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ໂດຍໄດ້ອອກນະໂຍບາຍສິນເຊື່ອດອກເບ້ຍຜ່ອນຜັນ ແລະ ນະໂຍບາຍຖົມຂຸມດອກເບ້ຍ ສຳລັບ ການຜະລິດກະສິກຳເປັນສິນຄ້າ ແລະ ການປຸງແຕ່ງຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກ.

ລັດຖະບານ ໄດ້ຕົກລົງນະໂຍບາຍເພີ່ມຄ່າແຮງຂັ້ນຕໍາ ໃຫ້ແຮງງານ ໃນພາກທຸລະກິດ ຈາກ 1.300.000 ກີບ/ເດືອນຂຶ້ນເປັນ 1.600.000 ກີບ/ເດືອນ ແລະ ໄດ້ເພີ່ມເງິນອຸນໜູນຄ່າຄອງຊີບ 150.000 ກີບ/ຄົນ/ເດືອນ ເລີ່ມແຕ່ຕົ້ນປີ 2023 ເປັນຕົ້ນມາ ແລະ ໄດ້ເພີ່ມໃຫ້ພະນັກງານລັດຖະກອນ, ພະນັກງານບຳນານ, ຜູ້ເສຍອົງຄະ ທີ່ມີເງິນເດືອນ ຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນ ອັດຕາກິນເຮືອນຄົວລວມໃຫ້ສອງກຳລັງ ໂດຍເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ໄດ້ຄິດໄລ່ພັນທະອາກອນໃນສ່ວນທີ່ອຸດໜູນເພີ່ມ. ສໍາລັບປີ 2024 ກໍຈະໄດ້ຄົ້ນຄ້ວາເພີ່ມອຸດໜູນ ຫລື ເພີ່ມດັດຊະນີເງິນເດືອນຕື່ມອີກ ຕາມຄວາມອາດສາມາດຕົວຈິງ ຂອງງົບປະມານ. ນອກຈາກນັ້ນ, ຍັງໄດ້ຄົ້ນຄ້ວາປະຕິບັດນະໂຍບາຍເງິນເດືອນ ໃຫ້ແກ່ຄູອາສາສະໝັກຕາມຊັ້ນຂັ້ນເງິນເດືອນ ທີ່ລະດັບການສຶກສາຜູ້ກ່ຽວໄດ້ຮຽນມາ ແລະ ອຸດໜູນເງິນຊົ່ວໂມງສອນ ຄືກັນກັບລັດຖະກອນຄູທົ່ວໄປ.

ຂ່າວ: ກິຕາ ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments