Saturday, July 27, 2024
Homeຂ່າວໜ້າໜຶ່ງນະຄອນຫລວງວຽງຈັນ ເພີ່ມທະວີການຫັນເປັນຕົວເມືອງສີຂຽວແບບຢືນຍົງ

ນະຄອນຫລວງວຽງຈັນ ເພີ່ມທະວີການຫັນເປັນຕົວເມືອງສີຂຽວແບບຢືນຍົງ

ເມື່ອບໍ່ດົນມານີ້, ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການ ການເງິນສາກົນ ຫລື IFC ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ແລະ ເກັບກຳຂໍ້ມູນ ເພື່ອ ສ້າງແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ສຳລັບ ນະຄອນຫລວງວຽງຈັນ ໂດຍນຳໃຊ້ເຄື່ອງມືທີ່ເປັນນະວັດ ຕະກໍາຂອງ IFC ທີ່ເອີ້ນວ່າ: ການຈັດຕັ້ງປະຕິບັດງານຂັ້ນສູງ ເພື່ອຄວາມເປັນເລີດດ້ານສິ່ງແວດລ້ອມ ສຳລັບຕົວ ເມືອງ ຫລື APEX ໂດຍມີຈຸດປະສົງດຳເນີນການສຶກສາ ໃນການສ້າງແຜນປະຕິບັດງານຕົວເມືອງສີຂຽວ ໂດຍເກັບ ຂໍ້ມູນ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ການຂົນສົ່ງ, ສິ່ງປຸກສ້າງ ແລະ ການນຳໃຊ້ພະລັງງານໄຟຟ້າ, ນໍ້າປະປາ ແລະ ການຈັດການສິ່ງເສດເຫລືອ ໃນນະຄອນຫລວງວຽງຈັນ.

ໂຄງການໃໝ່ນີ້, ຈະເພີ່ມທະວີການຮ່ວມມື ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ IFC ແລະ ຂະຫຍາຍການຮ່ວມມືໃນອະນາຄົດ ເພື່ອແກ້ໄຂບັນຫາຄວາມຕ້ອງການດ້ານໂຄງລ່າງພື້ນຖານທີ່ເພີ່ມຂຶ້ນ ແລະ ຄວາມທ້າທ້າຍດ້ານການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ. ແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ແມ່ນແນໃສ່ ກຳນົດເປົ້າໝາຍການຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ບັນດາມາດຕະການດ້ານນະໂຍບາຍ ແລະ ກິດຈະກຳ ຫລື ໂຄງການບຸລິມະສິດ ເພື່ອການລົງທຶນ ທີ່ສົ່ງຜົນຕໍ່ການປັບປຸງສິ່ງແວດລ້ອມຕົວເມືອງນະຄອນ ຫລວງວຽງຈັນ ແລະ ສ້າງໃຫ້ເປັນເມືອງໜ້າຢູ່ ມີອາຍກາກໂບນິກຕ່ຳ ແລະ ທົນທານຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ ນັບຈາກປີ 2030 ເປັນຕົ້ນໄປ.

ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ ໄດ້ສະແດງຊົມເຊີຍມາຍັງ IFC ສຳລັບ ຄວາມເປັນຜູ້ນຳໃນການພັດທະນາ ແລະ ນຳໃຊ້ເຄື່ອງມື APEX ແລະ ເຊື່ອໝັ້ນວ່າໂຄງການຮ່ວມມືນີ້ ຈະໄດ້ຮັບ ຜົນສຳເລັດຢ່າງຫລວງຫລາຍ ແລະ ມີຄວາມຫວັງວ່າ ຈະໄດ້ເຫັນນະຄອນຫລວງວຽງຈັນ ພັດທະນາແບບຍືນຍົງ ແລະ ການເປັນຕົວເມືອງຕົ້ນແບບສີຂຽວ ສຳລັບຕົວເມືອງອື່ນໆ ໃນ ສປປ ລາວ ແລະ ໃນພາກພື້ນ.

ນະຄອນຫລວງວຽງຈັນ ຈະເປັນເມືອງທຳອິດ ໃນ ສປປ ລາວ ທີ່ຈະນຳໃຊ້ເຄື່ອງມື APEX ຊຶ່ງເປັນທີ່ຮັບຮູ້ ໃນລະດັບສາກົນ ໃນການຄິດໄລ່ ຜົນກະທົບຕໍ່ສິ່ງແວວລ້ອມ ຂອງຂົງເຂດພື້ນຖານໂຄງລ່າງໃນ 4 ຂະແໜງການ ລວມມີ: ການຂົນສົ່ງ, ສິ່ງປຸກສ້າງ ແລະ ການນຳໃຊ້ພະລັງງານໄຟຟ້າ, ນໍ້າປະປາ, ແລະ ການຈັດການສິ່ງເສດເຫລືອ. ອີງໃສ່ຂໍ້ມູນທີ່ເກັບໄດ້, ເຄື່ອງມື APEX ຈະສະເໜີຄຳແນະນຳ ດ້ານມາດຕະການທີ່ຫັນເປັນສີຂຽວ ຢ່າງມີປະສິດ ທິພາບ ຊຶ່ງຈະກວມເອົາການວາງແຜນ, ນະໂຍບາຍ, ແລະ ທາງເລືອກດ້ານການລົງທຶນ ເພື່ອສ້າງໃຫ້ຕົວເມືອງມີ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ມີອາຍກາກໂບນິກຕໍ່າ. ພາຍຫລັງການສຳເລັດແຜນປະຕິບັດ ງານຕົວເມືອງສີຂຽວ ຈະມີການນຳສະເໜີ ໂຄງການສີຂຽວທີ່ເປັນບູລິມະສິດ ເພື່ອດຶງດູດເງິນທຶນຈາກບັນດາສະຖາ ບັນການເງິນສາກົນ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ໃນຂະແໜງເຄຫາ ແລະ ຜັງເມືອງ ອີກດ້ວຍ.

ທ່ານ ໂທມັດສ ເຈມສ ຈາຄອບສ ຫົວໜ້າ ອົງການການເງິນສາກົນ IFC ປະຈຳ ສສ ຫວຽດນາມ, ສປປ ລາວ, ແລະ ກຳປູເຈຍ ໄດ້ກ່າວວ່າ: ການປ່ຽນແປງດິນຟ້າອາກາດ ແມ່ນບັນຫາສຳຄັນ ສຳລັບ ການດຳເນີນງານຂອງ IFC, ພວກເຮົາໄດ້ສຸມການສະໜັບສະໜູນໃຫ້ ລັດຖະບານຂອງ ສປປ ລາວ ໃນການຂ້າມຜ່ານໄປສູ່ ການເຕີບໂຕດ້ານເສດ ຖະກິດຕາມທິດສີຂຽວ ແລະ ຢືນຍົງຫລາຍຂຶ້ນ. ເມື່ອແຜນປະຕິບັດງານຕົວເມືອງສີຂຽວແບບຢືນຍົງ ສຳເລັດລົງ ຈະຊ່ວຍ ນະຄອນຫລວງວຽງຈັນ ແກ້ໄຂບັນຄວາມຕ້ອງການດ້ານພື້ນຖານໂຄງລ່າງທີ່ເພີ່ມຂຶ້ນ ຢ່າງເປັນມິດກັບສິ່ງ ແວດລ້ອມ ແລະ ຢືນຍົງ ແລະ ຊ່ວຍຫັນປ່ຽນ ນະຄອນຫລວງ ໄປສູ່ເມືອງທີ່ທັນສະໄໝ, ສະອາດ, ແລະ ເປັນສີ ຂຽວ ທີ່ຈະພາໃຫ້ຄຸນນະພາບຊີວິດຂອງປະຊາຊົນຂອງຕົນດີຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments