Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຫ້ອງການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຫ້ອງການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ

ວັນທີ 6 ພະຈິກ 2023 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໃນໂອກາດທີ່ເດີ່ນທາງມາເຮັດວຽກຢູ່ ສປປ ລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຕີລາຄາສູງຕໍ່ ທ່ານ ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ່ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ທີ່ເດີນທາງມາເຮັດວຽກທີ່ ສປປ ລາວ ໃນຄັ້ງນີ້ ແລະ ພ້ອມຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ກໍຄື ກະຊວງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ວຽດນາມ ໂດຍສະເພາະ ໃນຂົງເຂດວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ທ່ານ ຫງວຽນ ຫິ້ວ ຫງັອກ ກໍໄດ້ສະແດງຄວາມອົກຂອບໃຈຕໍ່ ທ່ານ ວັນສີ ກົວມົວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະເຮັດສຸດຄວາມສາມາດເພື່ອເຮັດໃຫ້ການຮ່ວມມື-ຊ່ວຍເຫລືອພັດທະນາວຽກງານ ວັດທະ ນະທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ-ຫວຽດນາມ ໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງລາຍງານຜົນສຳເລັດການພົບປະ ແລະ ເຊັນບົດບັນທຶກແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄລຍະ 2023-2027 ຕື່ມອີກ.

ຂ່າວ-ພາບ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments