Saturday, July 27, 2024
Homeຂ່າວໜ້າໜຶ່ງຂະແໜງທ່ອງທ່ຽວ ປະກອບສ່ວນສຳຄັນໃນການສະສົມ ແລະ ໝູນວຽນເງິນຕາພາຍໃນປະເທດ

ຂະແໜງທ່ອງທ່ຽວ ປະກອບສ່ວນສຳຄັນໃນການສະສົມ ແລະ ໝູນວຽນເງິນຕາພາຍໃນປະເທດ

ຂະແໜງການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫລມໜຶ່ງ ທີ່ປະກອບສ່ວນສຳຄັນ ພາໃຫ້ມີການສະສົມເງິນຕາ, ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ, ການຜະລິດ ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫລີກ ແລະ ຍັງຖືເອົາວຽກງານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອີກດ້ວຍ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ບັນດາ ສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ວ່າ: 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນ, ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະມານ 2,9 ຫາ 3,3 ລ້ານເທື່ອຄົນ. ສຳລັບປີ ໃນປີ 2024 ຈະສາມາດຮັບນັກທ່ອງທ່ຽວ ໄດ້ປະມານ 3,5 ລ້ານເທື່ອຄົນ. ຕໍ່ກັບສະພາບດັ່ງກ່າວ ລັດຖະບານໄດ້ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໂດຍຖືເອົາການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ; ສຸມໃສ່ການຟື້ນຟູການທ່ອງທ່ຽວຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບ ຂອງການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວ ຢູ່ບັນດາປະເທດໃນ ພາກພື້ນ ແລະ ສາກົນ; ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວ ໃຫ້ນັບມື້ນັບຫລາຍຂື້ນ ແນໃສ່ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ, ທັງກະຈາຍລາຍໄດ້ ລົງສູ່ທ້ອງຖິ່ນ; ສົ່ງເສີມ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວ ທີ່ເປັນທ່າແຮງ, ສົ່ງເສີມກິດຈະກຳບຸນປະເພນີ ອັນເປັນເອກະລັກ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ.

ລັດຖະບານ ໄດ້ເຫັນດີຕົກລົງອະນຸມັດ ໃຫ້ເປີດປີທ່ອງທ່ຽວລາວ 2024 ຖືເປັນໜ້າທີ່ ຂອງທຸກຂະແໜງການນັບທັງສູນກາງ ເເລະ ທ້ອງຖີ່ນ, ທັງພາກລັດ, ພາກທຸລະກິດ ແລະ ປວງຊົນລາວ ເຊິ່ງໄດ້ກຳນົດຄຳຂວັນ ຄື: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ. ດັ່ງນັ້ນກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ, ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖີ່ນ ໄດ້ກໍານົດເອົາ 79 ກິດຈະກໍາ. ໃນນີ້, ມີ 14 ກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ, ພາຍໃນແຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການທ່ອງທ່ຽວຂອງຕົນ. ນອກຈາກນີ້. ຍັງໄດ້ສົມທົບ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳນົດບັນດາກິດຈະກຳປີທ່ອງທ່ຽວ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ.

ນອກຈາກນີ້ ຍັງໄດ້ປັບປຸງມາດຕະຖານການທ່ອງທ່ຽວ ໂດຍໄດ້ຜັນຂະຫຍາຍມາດຕະຖານການທ່ອງທ່ຽວອາຊຽນ 8 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວ, ມາດຕະຖານເຮືອນພັກແຮມປະຊາຊົນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ, ມາດຕະຖານເມືອງທ່ອງທ່ຽວສະອາດ, ມາດຕະຖານສະຖານທີ່ຈັດງານ, ລາງວັນການທ່ອງທ່ຽວແບບຍືນຍົງ, ມາດຕະຖານສະປາ ແລະ ມາດຕະຖານຫ້ອງນໍ້າ ສາທາລະນະສະອາດ. ພ້ອມນີ້, ຍັງໄດ້ຮັບຮອງເອົາມາດຕະຖານ ການທ່ອງທ່ຽວ ຂອງ ສປປ ລາວ 6 ມາດຕະຖານ ຄື: ມາດຕະຖານ ເມືອງທ່ອງທ່ຽວສະອາດ, ມາດຕະຖານເຮືອນພັກແຮມ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ, ມາດຕະຖານຫ້ອງນໍ້າສາທາລະນະ, ມາດຕະຖານການບໍລິການສະປາ ແລະ ມາດຕະຖານສະຖານທີ່ຈັດງານ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອຄຸ້ມຄອງ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ ເປັນຕົ້ນ ສ້າງ ແລະ ຕິດຕັ້ງປ້າຍຊີ້ບອກ ຕາມເສັ້ນທາງເຊື່ອມຕໍ່ແຕ່ລະພາກ, ເຊື່ອມຕໍ່ກັບປະເທດໃກ້ຄຽງ ແລະ ຕາມເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ; ການປັບປຸງໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກ ເຊັ່ນ: ສຳເລັດການປັບປຸງເສັ້ນທາງເຂົ້າບ້ານນາກະສັງ ເມືອງໂຂງ ແລະ ປັບປຸງເສັ້ນທາງເບຕົງ ທາງຍ່າງ-ທາງຂີ່ລົດຖີບ ຢູ່ດອນເດດ-ດອນຄອນ, ສືບຕໍ່ປັບປຸງເສັ້ນທາງເຂົ້າອ່າງນໍ້າງື່ມ 1 ແລະ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວບໍລິເວນໜ້າອ່າງນໍ້າງື່ມ 1 ຄື: ທ່າເຮືອ, ລານຈອດລົດ, ຮ້ານຂາຍເຄື່ອງ, ຮ້ານອາຫານ, ບ່ອນນັ່ງຫລິ້ນ; ປັບປຸງເສັ້ນທາງເບຕົງເຂົ້າເຖິງ ແລະ ສ້າງສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວຢູ່ບໍລິເວນຕາດແກ້ງຍຸຍ, ປັບປຸງເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ, ສ້າງຂົວຂ້າມນໍ້າຊອງ 1 ແຫ່ງ; ປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອ ເມືອງວັງວຽງ ແຂວງວຽງຈັນ.

ນອກຈາກນີ້, ຍັງໄດ້ຈັດລະດັບສະຖານທີ່ທ່ອງທ່ຽວ ເພື່ອດຶງດູດ ແລະ ສ້າງຄວາມໜັ້ນໃຈໃຫ້ແກ່ນັກທ່ອງທ່ຽວ, ອອກໃບຢັ້ງຢືນດ້ານເຕັກນິກ ແລະ ຄວາມປອດໄພ ຂອງກິດຈະກໍາການທ່ອງທ່ຽວຜະຈົນໄພ ເຊັ່ນ: ກິດຈະກໍາຂີ່ສະລິງ, ປີນຜາ, ບໍລູນ, ເຮືອບິນຂະໜາດນ້ອຍ ແລະ ລ່ອງເຮືອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments