Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານປະເທດມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ປະທານປະເທດມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 6 ພະຈິກ 2023, ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ທ່ານ ນາງ ຄໍາເພົາ ເອີນທາວັນ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ແລະ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນປີ 2024 ນີ້, ສປປ ລາວ ຈະເປັນປະທານອາຊຽນ ແລະ ກໍຖືເປັນປີທ່ອງທ່ຽວລາວ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.

ຂ່າວ-ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments