Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ທີ່ນະຄອນຫລວງວຽງຈັນ

ເປີດມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ທີ່ນະຄອນຫລວງວຽງຈັນ

ງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ໄດ້ຈັດຂຶ້ນວັນທີ 4-12 ພະຈິກ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາຜູ້ຕາງໜ້າສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ, ພັນລະຍາການ ນໍາ, ນັກທຸລະກິດ ແລະ ຊາວຊ່າງຫັດຖະກໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ກ່າວວ່າ: ງານສີມີຫັດຖະກໍາລາວ ໄດ້ກາຍເປັນບຸນປະເພນີປາງໃຫຍ່ປະຈໍາປີ ຂອງຊາວຊ່າງຫັດຖະກໍາລາວໄປແລ້ວ. ພ້ອມນີ້, ກໍເພື່ອເປັນການສະເຫລີມສະຫລອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ ແລະ ວັນທີ 1 ເມສາ ວັນກຳເນີດສະມາຄົມຫັດຖະກຳລາວ, ທັງເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າຜູ້ມາທ່ຽວຊົມ ທ່ຽວຊື້ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ພ້ອມນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາທີ່ມີລັກສະນະເປັນມູນເຊື້ອສົ່ງເສີມພູມປັນຍາ ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫລາດ ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນປະສົບການທາງດ້ານການຜະລິດ ການວາງສະແດງ ແລະ ການຂາຍ.

ນອກນີ້ ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ: “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ” ຕຳນານສິລະປະລາຍນາກລາວແລະ ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຂອງ ສປປ ລາວ ໃນກອງປະຊຸມສຳມະນາຜ້າແພພື້ນເມືອງອາຊຽນ ຄັ້ງທີ 9 ຊຶ່ງຈະຈັດຂຶ້ນໃນປີ 2024 ທີ່ນະຄອນຫລວງວຽງຈັນ. ໃນງານຄັ້ງນີ້, ມີຫລາຍພາກສ່ວນທີ່ມາຈາກທຸກແຂວງທົ່ວປະເທດ ເປັນຕົ້ນແຜ່ນແພຜ້າໄໝຜ້າຝ້າຍພື້ນ ເມືອງ, ເຄື່ອງປະດັບ, ເຄື່ອງຈັກສານ ຜະລິດຕະພັນວັດທະນະທໍາເຄື່ອງປັ້ນດິນເຜົາ ໄມ້ແກະສະຫລັກເຟີນີເຈີ, ອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ນອກນັ້ນ, ຍັງມີພາກສ່ວນສາທິດ ຫລື ສະແດງການຜະລິດຕົວຈິງເຊັ່ນ: ສາທິດການແສ່ວຜ້າ, ແກະສະຫລັກຫີນ, ເຂັນຝ້າຍສາວໄໝ, ປັກດິ້ງ, ຈັກສານ, ຈາກນາຍຊ່າງແຂວງຜົ້ງສາລີ, ຫລວງນໍ້າທາ, ຫລວງພະບາງ, ຊຽງຂວາງ, ວຽງຈັນ, ຈໍາປາສັກ, ສາລະວັນ ແລະ ແຂວງອັດຕະປື ເຊິ່ງມີຮ້ານເຂົ້າຮ່ວມວາງສະແດງທັງໝົດ 213 ຮ້ານ.

ຂ່າວ-ພາບ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments