Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງປະທານາທິບໍດີມົງໂກລີ

ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງປະທານາທິບໍດີມົງໂກລີ

ໃນວັນທີ 6 ພະຈິກ 2023 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ ຕ້ອນຮັບການຢ້ຽມຢາມພົບປະຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງ ມົງໂກລີ ໃນໂອກາດ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 5-6 ພະຈິກ 2023.

ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງມົງໂກລີ ເຊິ່ງໄດ້ກາຍເປັນເຫດການທາງດ້ານປະຫວັດສາດ ອັນສຳຄັນອີກບາດກ້າວໜຶ່ງ ແຫ່ງການພົວພັນ ລະຫວ່າງ ສປປ ລາວ-ມົງໂກລີ ຕະຫລອດໄລຍະ 6 ທົດສະວັດຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສປປ ລາວ-ມົງໂກລີ ກໍຄື ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ, ສະແດງອອກຄື ໄດ້ມີການພົບປະແລກປ່ຽນການຢ້ຽມ ຢາມຂອງບັນດາການນຳຂັ້ນສູງຂອງສອງປະເທດ, ການສະໜັບສະໜູນ ເເລະ ຊ່ວຍເຫລືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພິເສດ, ໃນປີ 2022 ຜ່ານມາ ສອງຝ່າຍ ໄດ້ຮ່ວມກັນສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022) ໃຫ້ມີບັນຍາກາດ ຄຶກຄື້ນ ໂດຍການຈັດບັນດາກິດຈະກຳຕ່າງໆ. ໃນຂະນະດຽວກັນ ຄະນະຜູ້ແທນຂັ້ນສູງຂອງສອງສະພາເເຫ່ງຊາດ ກໍໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ພ້ອມທັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມ ກັນ ລະຫວ່າງ ສະພາແຫ່ງຊາດ ລາວ ແລະ ສະພາຄູຣານໃຫຍ່ ມົງໂກລີ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດວຽກງານ ສະພາ ໃນໄລຍະປີ 2023-2028. ພ້ອມກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ກະສິກຳ-ລ້ຽງສັດ. ໃນນີ້ ລັດຖະບານ ມົງໂກລີ ໄດ້ໃຫ້ທຶນການສຶກສາແກ່ ສປປ ລາວ ໃນແຕ່ລະປີ ໂດຍສະເພາະ ໃນປີ 2022, ທ່ານປະທານາທິບໍດີ ມົງໂກລີ ໄດ້ໃຫ້ທຶນຕື່ມອີກ 5 ທຶນ, ໄດ້ປຸກສ້າງ ແລະ ສ້ອມແປງໂຮງໝໍມິດຕະພາບ ລາວ-ມົງໂກລີ ຢູ່ ແຂວງຊຽງຂວາງ ພ້ອມທັງໄດ້ສົ່ງຊ່ຽວຊານ, ແພດໝໍມາປະຈໍາຢູ່ລາວ ແລະ ໄດ້ມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ລັດຖະບານລາວ.

ໃນໂອກາດນີ້, ທ່ານ ປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ການຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ມົງໂກລີ ຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ຈະເປີດປີທ່ອງ ທ່ຽວລາວ ໄປພ້ອມດຽວກັນກັບການເປັນປະທານອາຊຽນ ເເລະ ເຈົ້າພາບກອງປະຊຸມລັດຖະສະພາ ລະຫວ່າງ ປະເທດອາຊຽນ AIPA ຄັ້ງທີ 45 ໃນປີ 2024 ທີ່ຈະມີເຖິງນີ້ ເຊິ່ງຈະເປັນໂອກາດດີ ໃນການສົ່ງເສີມການຮ່ວມມື ໃນຂົງເຂດສະພາ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ໃຫ້ຫລາຍຂຶ້ນ.

ໃນຂະນະດຽວກັນ, ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍໄດ້ສະແດງຂອບໃຈ ແລະ ຍິນດີຈະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຂະຫຍາຍການຮ່ວມ ມືໃນຂະແໜງອື່ນໆທີ່ມີທ່າແຮງຮ່ວມກັນ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ ໂດຍສະເພາະການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີທີງາມ ລະຫວ່າງ ມົງໂກລີ-ສປປ ລາວ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງຍິ່ງຂຶ້ນ ແລະ ນຳເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງປະເທດ ໃນອະນາຄົດ.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments