Saturday, July 27, 2024
Homeຂ່າວໜ້າໜຶ່ງຫ້ອງການ ຖວທ ແຫ່ງ ສປປ ລາວ-ສສ ຫວຽດນາມ ເຊັນບົດທຶກແລກປ່ຽນບົດຮຽນ ໄລຍະ 2023-2027

ຫ້ອງການ ຖວທ ແຫ່ງ ສປປ ລາວ-ສສ ຫວຽດນາມ ເຊັນບົດທຶກແລກປ່ຽນບົດຮຽນ ໄລຍະ 2023-2027

ພິທີພົບປະ ແລະ ເຊັນບົດບັນທຶກແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຫ່ງ ສປປ ລາວ ແລະ ຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄລຍະ 2023-2027 ຈັດຂຶ້ນໃນວັນທີ 6 ພະຈິກ 2023 ທີ່ກະຊວງ ຖວທ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການກະຊວງ ຖວທ ແລະ ທ່ານ ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການພົບປະແລກປ່ຽນຄັ້ງນີ້, ທັງ 2 ຝ່າຍ ໄດ້ຜັນຂະຫຍາຍຕາມແຜນການຮ່ວມມືໃນຂະແໜງ ວັດທະ ນະທຳ, ສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ແລະ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ໄລຍະ 2021-2025 ໂດຍປະຕິບັດແຜນແລກປ່ຽນ ແລະ ການຮ່ວມມື ສອງຝ່າຍຕົກລົງເປັນເອກະພາບກັນ ສ້າງບົດບັນທຶກການຮ່ວມມື ແລກປ່ຽນບົດຮຽນ ໄລຍະ 2023-2027 ໂດຍສອງຝ່າຍຈະສົ່ງເສີມ ແລະ ຊຸກຍູ້ ສາຍພົວພັນຮ່ວມມື ລະຫວ່າງ ຫ້ອງການຂອງສອງກະຊວງ ບົນພື້ນຖານ ຫລັກການ ມີຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບ ບົດບາດ ແລະ ພາລະໜ້າທີ່ຂອງແຕ່ ລະຝ່າຍ; ເຄົາລົບອະທິປະໄຕ ແລະ ລະບຽບກົດໝາຍ ຂອງລາວ ແລະ ຫວຽດນາມ ແລະ ສັນຍາສາກົນຕ່າງໆທີ່ແຕ່ລະປະເທດເປັນພາຄີ. ພ້ອມນີ້, ສອງຝ່າຍ ເພີ່ມທະວີການນຳໃຊ້ລະບົບໂດຍມີໃນການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງເປັນທາງການ; ສອງຝ່າຍ ຕົກລົງເປັນເອກະພາບກັນ ສົ່ງເສີມສາຍພົວພັນຮ່ວມມື, ແລກປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນ.

ຫ້ອງການກະຊວງ ທັງສອງຝ່າຍ ຈະແລກປ່ຽນຄະນະຜູ້ແທນ ປະກອບດ້ວຍ 5-7 ທ່ານ ໃນເວລາ 7 ວັນ ໂດຍຜັນປ່ຽນ ສະຖານທີ່ເຮັດວຽກຢູ່ແຕ່ລະປະເທດເປັນປະຈຳປີ, ທັງສອງຝ່າຍ ຈະອຳນວຍຄວາມສະດວກ ໃນການປະສານສົບທົບຜັນປ່ຽນກັນ ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນເປັນປະຈຳປີ ເຊິ່ງໄລຍະ 2023-2027 ທັງສອງຝ່າຍ ຈະຊຸກຍູ້ການແລກປ່ຽນບົດຮຽນຕາມຫົວຂໍ້ “ຍົກສູງປະສິດທິພາບ ຂອງວຽກງານບໍລິຫານຫ້ອງການ ດ້ວຍລະບົບຖານຂໍ້ມູນອີເລັກໂຕຣນິກ” ແລະ “ ປັບປຸງວຽກງານ ຫ້ອງການດ້ານບໍລິຫານ, ການເງິນ ແລະ ເພີ່ມລາຍຮັບງົບປະມານໃຫ້ເປັນລະບົບຄົບຊຸດ”.

ຂ່າວ-ພາບ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments