Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະບານ ສປປ ລາວ ແລະ ຢູນິເຊັບ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານດ້ານສິດທິ ແລະ ສະຫວັດດີການເດັກນ້ອຍ

ລັດຖະບານ ສປປ ລາວ ແລະ ຢູນິເຊັບ ເພີ່ມທະວີການຈັດຕັ້ງປະຕິບັດວຽກງານດ້ານສິດທິ ແລະ ສະຫວັດດີການເດັກນ້ອຍ

ວັນທີ 6 ພະຈິກ 2023 ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ໄດ້ເລີ່ມຕົ້ນນັບຖອຍຫຼັງການສະເຫລີມສະຫລອງ ຄົບຮອບ 50 ປີ ຂອງການຮ່ວມມືຢ່າງເປັນທາງການໃນອາທິດນີ້. ໃນງານກອງປະສຸມເຜີຍເເຜ່ຂໍ້ມູນສຳລັບນັກຂ່າວ, ເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ຜູ້ຕາງໜ້າອົງການຢູນິເັຊັບ ປະຈຳ ສປປ ລາວ, ທ່ານ ນາງ ດຣ ເປຍ ເຣເບລໂລ ບຣິດໂຕ ໄດ້ໃຫ້ຮັບຂໍ້ມູນກ່ຽວກັບບັນດາການງານຕ່າງໆ ຊື່ງຈະໄດ້ຈັດຂຶ້ນ​ໃນ​ທ້າຍ​ເດືອນ​ພະຈິກ ນີ້ທີ່​ນະຄອນຫຼວງ​ວຽງ​ຈັນ ພາຍໄຕ້ໂອກາດນີ້ເພື່ອສະເຫຼີມສະຫຼອງຜົນສຳເລັດອັນດີງາມໃນວຽກງານສິດທິເດັກຕະຫຼອດໄລຍະ 50 ປີທີ່ຜ່ານມາ.

ງານວາງສະແດງສິລະປະຂອງນັກຮຽນຜ່ານມາ ເພື່ອສັນລະເສີນຜົນງານຂອງຄູ ໃນການສົ່ງເສີມການສຶກສາໃນ ສປປ ລາວ ເມື່ອບໍ່ດົນມານີ້ ທີ່ສູນການຄ້າ ພາກຊັນ ຈັດໂດຍກະຊວງສຶກສາທິການ ເເລະ ກິລາ, ໄດ້ມີການວາງແຜນກິດຈະກໍາຕື່ມອີກຕະຫຼອດເດືອນ ໂດຍເນັ້ນໃສ່ບັນດາຈຸດສໍາຄັນຂອງສະຫວັດດີການເດັກ. ໃນນັ້ນ, ລວມມີ ກິດຈະກຳສະເຫຼີມສະຫຼອງຜົນສຳເລັດໃນວຽກງານດ້ານໂພຊະນາການ ແລະ ສຸຂະພາບ ນຳພາໂດຍ ກະຊວງສາທາລະນະສຸກ, ງານສະເຫລີມສະຫລອງນັກສັງຄົມສົງເຄາະ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ງານສົ່ງເສີມໄວໜຸ່ມ ແລະ ງານດ້ານວັດທະນະທຳ ທີ່ຈະຈັດຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ກົມຮູບເງົາ ແລະ ສະຖານີວິທະຍຸແຫ່ງຊາດ).

“ການສະເຫຼີມສະຫຼອງຄັ້ງນີ້ ເປັນການຢັ້ງຢືນເຖິງສິ່ງທີ່ພວກເຮົາສາມາດບັນລຸໄດ້ ກໍ່ຕໍ່ເມື່ອພວກເຮົາມາເຕົ້າໂຮມກັນສາມະຄີ”. “ຂີດໝາຍ 50 ປີນີ້ຂອງການຮ່ວມມືກັບ ອົງການ ຢູນິເຊັບ ຂອງພວກເຮົາ ນັ້ນບໍ່ພຽງແຕ່ເປັນຊ່ວງເວລາສຳລັບການທົບທວນຄືນເຖີງຜົນສຳເລັດຂອງພວກເຮົາເທົ່ານັ້ນ ແຕ່ຍັງເປັນຈຸດເລີ່ມຕົ້ນຂອງວຽກງານທີ່ສຳຄັນທີ່ຈະມາເຖິງອີກ. ພວກເຮົາ ຂໍ​ຢືນຢັນ​​ຄຳ​ໝັ້ນ​ສັນຍາ​ອີກຄັ້ງ ທີ່​ມີ​ຕໍ່ບັນດາ​ລູກ​ຫຼານ​ຂອງ ສປປ ລາວ, ​ເພາະພວກເຂົາເປັນໝາກ​ຫົວ​ໃຈ​ຂອງ​ອະນາຄົດ​ປະ​ເທດ​ຊາດ,” ກ່າວໂດຍ ທ່ານ ນາງ ພອນວັນ ອຸທະວົງ.

ກະຊວງແຜນການ ແລະ ການລົງທຶນ ມີບົດບາດສໍາຄັນໃນການປະສານງານກັບ ອົງການ ຢູນິເຊັບ ສປປ ລາວ ແລະ ເປັນຜູ້ລົງນາມໃນເອກະສານ ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ, ເຊິ່ງໄດ້ກໍານົດແຜນການດໍາເນີນວຽກ ຂອງອົງການຢູ່ໃນ ສປປ ລາວ. ເອກະສານສະບັບນີ້ ຊ່ວຍເຊື່ອມຕໍ່ວຽກງານຕ່າງໆຂອງ ອົງການ ຢູນິເຊັບ ເຂົ້າກັບເປົ້າໝາຍການພັດທະນາ ເເລະ ບູລິມະສິດແຫ່ງຊາດ ຂອງ ສປປ ລາວ ໂດຍເເນໃສ່ການເເກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ.

“ການຮ່ວມມື ເເລະ ເດີນທາງ 50 ປີ ອັນສວຍງາມນີ້ ເເມ່ນສ້າງຂຶ້ນຈາກຄວາມພະຍາຍາມຮ່ວມກັນ ຂອງລັດຖະບານແຫ່ງ ສປປ ລາວ, ບັນດາກະຊວງ ແລະ ຄູ່ຮ່ວມງານຕ່າງໆ. ໃນຂະນະທີ່ ເຮົາໃຫ້ກຽດສະເຫຼີມສະຫຼອງ ບາດກ້າວອັນພົ້ນເດັ່ນຂອງພວກເຮົານັ້ນ, ພວກເຮົາກໍຍັງຄົງຮັບູຮູ້ຢ່າງແທ້ຈິງວ່າເຖີງ ເສັ້ນທາງຂ້າງໜ້າທີ່ຮຽກຮ້ອງໃຫ້ມີການປະຕິບັດວຽກງານໃຫ້ມີລັກສະນະຍືນຍົງຫຼາຍຂຶ້ນ,” ກ່າວໂດຍ ທ່ານ ນາງ ດຣ. ເປຍ ເຣເບລໂລ ບຣິດໂຕ. “ອົງການ ຢູນິເຊັບ ຫວັງເປັນຢ່າງຍິ່ງວ່າຈະສາມາດສືບຕໍ່ການຮ່ວມມືກັບ ລັດຖະບານເເຫ່ງ ສປປ ລາວ ແລະ ຄູ່ຮ່ວມງານ ເພື່ອສະໜັບສະໜູນຊີວິດທີ່ດີສຳລັບເດັກທຸກໆ.”

ໃນກອງປະຊຸມດັ່ງກ່າວ, ທ່ານ ນາງ ພອນວັນ ອຸທະວົງ ກໍຍັງໄດ້ກ່າວເຖິງ ງານສະເຫລີມສະຫລອງທີ່ສຳຄັນຕ່າງໆທີ່ໄດ້ວາງເເຜນໄວ້ ແລະ ໃຫ້ກຽດໂອ້ລົມຕໍ່ສື່ມວນຊົນກ່ຽວກັບ ກອງປະຊຸມລະດັບສູງ ທີ່ຈະຈັດຂຶ້ນໃນວັນທີ 22 ເດືອນພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ຊື່ງຈະໃຫ້ກຽດເປັນປະທານໂດຍ ທ່ານ​ ດຣ. ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ. ກອງປະຊຸມລະດັບສູງດັ່ງກ່າວຈະເປັນຊ່ວງເວລາອັນສຳຄັນເພື່ອການທົບທວນເຖິງຜົນສໍາເລັດ ໃນການສົ່ງເສີມສະຫວັດດີການເດັກ ແລະ ເປັນການວາງເເຜນຕໍ່ອານາຄົດຂອງການຮ່ວມມືລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ຄູຮ່ວມພັດທະນາທຸກພາກສ່ວນ ເພື່ອຜົນປະໂຍດຂອງເດັກນ້ອຍ ເເລະ ຄອບຄົວຂອງພວກເຂົາ.

ນອກນັ້ນ, ອົງການຢູນິເຊັບ ຍັງໄດ້ຖືໂອກາດນີ້ເພື່ອຍົກໃຫ້ເຫັນເຖິງບົດບາດອັນສຳຄັນຂອງບັນດາຄູ່ຮ່ວມງານຈາກທຸກຂະແໜງການ ເຊັ່ນ: ສປຊ, ຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງສັງຄົມ ທີ່ເຂົ້າຮ່ວມກິດຈະກໍາໃນຂະແໜງການຕ່າງໆອີກເຊັ່ນດຽວກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments