Saturday, July 27, 2024
Homeຂ່າວໜ້າໜຶ່ງສູນກາງແນວລາວສ້າງຊາດ ສ້າງຂີດຄວາມສາມາດດ້ານສື່ເພື່ອເປັນຄູ່ຮ່ວມໃນການຂັບເຄື່ອນວຽກງານສັກວັກຊີນໃນ ສປປ ລາວ

ສູນກາງແນວລາວສ້າງຊາດ ສ້າງຂີດຄວາມສາມາດດ້ານສື່ເພື່ອເປັນຄູ່ຮ່ວມໃນການຂັບເຄື່ອນວຽກງານສັກວັກຊີນໃນ ສປປ ລາວ

ວັນທີ 26 ຕຸລາ 2023 ຜ່ານມາອົງການແນວລາວສ້າງຊາດ ແລະ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຈັດກອງປະ ຊຸມຄະນະສື່ມວນຊົນ ໂດຍມີຕົວແທນ 18 ແຂວງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມນີ້ມີຈຸດປະສົງຊ່ວຍເສີມ ສ້າງ ທັກສະສື່ ແລະ ການສື່ສານ ເພື່ອສົ່ງເສີມວຽກງານສັກຢາປ້ອງກັນພະຍາດໂຄວິດ-19 ແລະ ວຽກງານສັກຢາຮອບປົກ ກະຕິໃນຊຸມຊົນໃຫ້ດີຂຶ້ນ. ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 4 ມື້ຢູ່ທີ່ແຂວງອຸດົມໄຊ ໄດ້ເຕົ້າໂຮມພະນັກງານສື່ມວນຊົນຈາກທົ່ວປະເທດ ຈໍານວນ 40 ທ່ານ ໂດຍມີຈຸດປະສົງ ເພື່ອສ້າງທັກສະທີ່ຈຳເປັນແລະການສ້າງຂໍ້ມູນຂ່າວສານທີ່ເຊື່ອຖືໄດ້ໃນວຽກງານ ສັກຢາກັນພະຍາດພາຍໃນຊຸມຊົນ.

ຕະຫຼອດຫຼັກສູດຜູ້ເຂົ້າຮ່ວມໄດ້ມີໂອກາດຮໍ່າຮຽນທັກສະໃນການສ້າງຄຳບັນຍາຍທີ່ໜ້າຈັບໃຈ ແລະ ສື່ສານຂໍ້ມູນດ້ານວິຊາການກ່ຽວກັບວັກຊີນດ້ວຍພາສາທີ່ເຂົ້າໃຈງ່າຍ, ອອກແບບໂປສເຕີ ແລະ ຂໍ້ມູນໃນສື່ສັງຄົມອອນລາຍ ແລະ ຍົກລະດັບທັກສະການສຳພາດ ແລະ ການຖ່າຍຮູບ. ສປປ ລາວ ໄດ້ຮັບການຍອມຮັບຢ່າງກວ້າງຂວາງກ່ຽວກັບການຕອບໂຕ້ທີ່ເປັນແບບຢ່າງຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19. ຈຸດສຸມແມ່ນການໂຄສະນາການສື່ສານ ແລະໃຫ້ຊຸມຊົນມີສ່ວນຮ່ວມ ໄດ້ເຮັດໃຫ້ ສປປ ລາວ ສາມາດສັກຢາກັນພະຍາດໃຫ້ປະຊາຊົນໄດ້ຢ່າງວ່ອງໄວ ໃນຂະນະດຽວກັນຍັງໄດ້ຖ່າຍທອດຂໍ້ມູນຂ່າວສານດ້ານສຸຂະພາບໃຫ້ແກ່ປະຊາຊົນຢ່າງມີປະສິດທິພາບ. ເຖີງວ່າການລາຍງານຜູ້ຕິດເຊື້ອຫຼຸດພະຍາດໂຄວິດ 19 ໄດ້ຫລຸດລົງ, ແຕ່ເຊື້ອພະຍາດຍັງຢູ່ເປັນສ່ວນຫນຶ່ງຂອງຊີວິດຂອງພວກເຮົາສະນັ້ນຈື່ງຈຳເປັນສໍາລັບສື່ມວນຊົນແລະຜູ້ຊ່ຽວຊານດ້ານສຸຂະພາບທີ່ຈະຕ້ອງສື່ສານຂໍ້ມູນຄວາມສໍາຄັນກ່ຽວກັບການສັກຢາໃຫ້ມີປະສິດທິພາບ, ລວມທັງຄວາມສໍາຄັນຂອງການສັກເຂັມກະຕຸ້ນເພື່ອຫຼຸດຜ່ອນຄວາມສ່ຽງ. ໃນເວລາດຽວກັນ, ຄວາມຕ້ອງການຂອງການສົ່ງເສີມການສັກຢາປ້ອງກັນປົກກະຕິກໍຍັງເປັນສີ່ງສໍາຄັນ. ທ່ານ ວາງໄທ, ພະນັກງານວິຊາການຈາກ ອົງການແນວລາວສ້າງຊາດ ແຂວງໄຊສົມບູນ, ສະແດງຄວາມຄິດເຫັນກ່ຽວກັບການຝຶກອົບຮົມຄັ້ງນີ້.

“ການຝຶກອົບຮົມນີ້ແມ່ນມີປະໂຫຍດຫຼາຍສໍາລັບການວາງແຜນສື່ມວນຊົນແລະການສ້າງຂໍ້ມູນທີ່ຫນ້າສົນໃຈໃຫ້ຫມາະສົມກັບຊຸມຊົນຂອງຂ້ອຍ. ການຮຽນຮູ້ຈາກແຂວງອື່ນໆໄດ້ຂະຫຍາຍຂອບເຂດຂອງພວກເຮົາ, ຊ່ວຍໃຫ້ພວກເຮົາສາມາດເຂົ້າໃຈກົນລະຍຸດທີ່ມີປະສິດທິພາບສຸຂະພາບຂອງແມ່ແລະເດັກນ້ອຍ.” ການຝຶກອົບຮົມໄດ້ຈົບລົງດ້ວຍການລົງຢ້ຽມຢາມບ້ານແຟນ ແຂວງອຸດົມໄຊ ເຊິ່ງຜູ້ເຂົ້າຮ່ວມໄດ້ມີໂອກາດສັງເກດການເຄື່ອນໄຫວວຽກງານສັກຢາກັນພະຍາດປະຈໍາເດືອນ ໂດຍພະແນກສາທາລະນະສຸກເມືອງ. ຢູ່ທີ່ນີ້, ພວກເຂົາເຈົ້າໄດ້ມີໂອກາດທີ່ຈະເອົາທັກສະທີ່ໄດ້ມາໃຫມ່ຂອງເຂົາເຈົ້າໃນໄລຍະການຝຶກອົບຮົມໄປປະຕິບັດ, ສະແດງໃຫ້ເຫັນຄວາມສາມາດໃນການຖ່າຍທອດຂໍ້ມູນທີ່ສໍາຄັນ. ພາຍຫຼັງສິ້ນສຸດການຝຶກອົບຮົມນີ້, ພະນັກງານສື່ມວນຊົນ 40 ຄົນຈະກັບຄືນແຂວງຂອງຕົນ ເພື່ອດຳເນີນກອງປະຊຸມຝຶກອົບຮົມກ່ຽວກັບສື່ ແລະ ການສ້າງເນື້ອໃນເພື່ອຊຸກຍູ້ການໃຫ້ວັກຊີນຕໍ່ຊຸມຊົນຂອງເຂົາເພື່ອສ້າງຄວາມເຊື່ອໝັ້ນໃນວຽກງານສັກຢາກັນພະຍາດ ການຮ່ວມມືສໍາລັບການຝຶກອົບຮົມນີ້ແມ່ນຜ່ານການສະຫນັບສະຫນູນຂອງລັດຖະບານອົດສະຕຣາລີພາຍໃຕ້ໂຄງການເຂົ້າເຖິງວັກຊີນ ແລະຄວາມປອດໄພດ້ານສຸຂະພາບVaccine Access and Health Security Initiative (VAHSI) ເນື່ອງໃນໂອກາດວັນຄົບຮອບ 50 ປີ ຂອງຂອງການເປັນຄູ່ຮ່ວມມືກັບລັດຖະບານ ສປປ ລາວ ແລະ ອົງການຢູນີເຊັບ ປະຈຳ ສປປ ລາວ. ການຮ່ວມມືກັບແນວລາວສ້າງຊາດອຳນວຍຄວາມສະດວກໃຫ້ແກ່ວຽກງານຂອງອົງການຢູນີເຊັບເພື່ອສາມາດໃຫ້ການຊ່ວຍເຫລືອເຂົ້າເຖິງຊຸມຊົນໃນທົ່ວປະເທດ ລວມທັງກຸ່ມຊົນເຜົ່າໃນເຂດຫ່າງໄກຊອກຫລີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments