Saturday, July 27, 2024
Homeຂ່າວໜ້າໜຶ່ງສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ

ວັນທີ 26 ຕຸລາ 2023 ຜ່ານມາ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືການປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ ກັບຜູ້ຊ່ຽວຊານຈາກຫ້າປະເທດ, ບັນດາຜູ້ນຳຈາກສໍາ​ນັກ​ງານ​ໃຫຍ່ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ພະນັກງານລະດັບພາກພື້ນ ແລະ ປະເທດ, ພ້ອມທັງຜູ້ຕາງໜ້າຈາກ ອົງການ GIZ ເພື່ອປຶກສາຫາລືກ່ຽວກັບ ບົດບາດຂອງຂໍ້ມູນຂ່າວສານໃນການປັບປຸງໂພຊະນາການຂອງເດັກນ້ອຍ ແລະ ແມ່ຍິງ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍ ກະຊວງສາທາລະນະສຸກ ໂດຍເປັນສ່ວນໜຶ່ງຂອງໂຄງການລິເລີ່ມໂດຍສະຫະພາບເອີຣົບ, ອົງການຢູນິເຊັບ ເເລະ ອົງການອະນາໄມໂລກ, ເພື່ອເສີມສ້າງຄວາມເຂັ້ມແຂງຂອງ ລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (Strengthening National Nutrition Information Systems ຫຼື SNNIS) ເຊິ່ງແນໃສ່ການປັບປຸງຄວາມສາມາດໃນລະດັບປະເທດ ເພື່ອສ້າງຖານຂໍ້ມູນດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອສະໜັບສະໜູນນະໂຍບາຍ ແລະ ໂຄງການດ້ານໂພຊະນາການຕ່າງໆ. ໂຄງການລິເລີ່ມນີ້ ໄດ້ຈັດຕັ້ງຂຶ້ນໃນປີ 2020 ໂດຍການຮ່ວມມືກັບລັດຖະບານຂອງຫ້າປະເທດ ກໍ່ຄື: ເອທິໂອເປຍ, ໂຄຕ ດີວົວ, ສປປ ລາວ, ອູການດາ ແລະ ແຊມເບຍ, ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ ອົງການ ຢູນີເຊັບ ແລະ ອົງການ ອະນາໄມໂລກ ພ້ອມການສະໜັບສະໜູນດ້ານການງົບປະມານຈາກ ຄະນະກຳມາທິການເອີຣົບ.

ທ່ານ ດຣ. ຈັນສາລີ ພົມມະວົງ, ຮອງຫົວໜ້າກົມແຜນການ ແລະ ການເງິນ ຂອງ ກະຊວງສາທາລະນະສຸກ, ກ່າວວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້ ເປັນໂອກາດອັນສຳຄັນສຳລັບ ບັນດາຜູ້ຊ່ຽວຊານດ້ານໂພຊະນາການຈາກຫ້າປະເທດ ເພື່ອປຶກສາຫາລືກ່ຽວກັບ ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບວິທີທີ່ພວກເຮົາຈະສາມາດເກັບກຳຂໍ້ມູນຂ່າວສານດ້ານໂພຊະນາການໃຫ້ຕໍ່ເນື່ອງ ເພື່ອປັບປຸງ ບໍລິການ, ການວາງແຜນ ແລະ ການປະຕິບັດວຽກງານຕ່າງໆ ໃນຂົງເຂດນີ້. ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈຕໍ່ ອົງການ ຢູນິເຊັບ ເເລະ ອົງການ ອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານຢ່າງຕໍ່ເນື່ອງ” “ໂພຊະນາການ ຍັງຄົງເປັນວຽກງານບູລິມະສິດທີ່ສຳຄັນຂອງ ສະຫະພາບເອີຣົບ ແລະ ໂຄງການ SNNIS ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງ ສະຫະພາບເອີຣົບ ຕໍ່ກັບ ລັດຖະບານ ເເຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາການຂາດສານອາຫານໃນທຸກຮູບແບບ. ການເກັບກຳ ແລະ ນໍາໃຊ້ຂໍ້ມູນຂ່າວສານເເບບຕໍ່ເນື່ອງ ແລະ ທັນເວລາ ແມ່ນສໍາຄັນທີ່ສຸດຕໍ່ການຕັດສິນໃຈ ແລະ ຈັດວາງຊັບພະຍາກອນທີ່ມີຢູ່ໃນວຽກງານໂພຊະນາການ ເພື່ອໃຫ້ບັນລຸຜົນໄດ້ຮັບສູງສຸດ.” ກ່າວໂດຍ ທ່ານ ນາງ ອີນາ ມາຈູລໍນິແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ.

ນອກຈາກນັ້ນ, ຄະນະການນຳທີ່ເຂົ້າຮ່ວມກອງປະຊຸມ, ເຊິ່ງປະກອບດ້ວຍ ພະນັກງານຈາກສໍາ​ນັກ​ງານ​ໃຫຍ່ ເເລະ ຫ້ອງການພາກພື້ນຂອງ ອົງການ ຢູນິເຊັບ ແລະ ອົງການ ອະນາໄມໂລກ, ຍັງໄດ້ມີໂອກາດໄປຢ້ຽມຢາມສຸກສາລາທີ່ ແຂວງຫຼວງພະບາງ ເພື່ອສັງເກດການສະໜັບສະໜູນພາຍໃຕ້ ໂຄງການ SNNIS ແລະ ການປະກອບສ່ວນຂອງມັນ ຕໍ່ການປັບປຸງການເກັບກຳຂໍ້ມູນຂ່າວສານ ແລະ ການໃຫ້ບໍລິການດ້ານໂພຊະນາການທ້ອງຖິ່ນ.

ທ່ານ Arturo Romboli, ຮອງຜູ້ຕາງໜ້າ ອົງການ ຢູນິເຊັບ ປະຈຳ ສປປ ລາວ, ໄດປະກອບຄຳເຫັນດັ່ງກ່າວ: “ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໃນທົ່ວໂລກ, ຫຼາຍໆປະເທດກໍາລັງປະເຊີນກັບສິ່ງທ້າທາຍເພີ່ມເຕີມ ເຊິ່ງອາດຈະເຮັດໃຫ້ຄວາມຄືບໜ້າ ທີ່ພວກເຮົາໄດ້ສ້າງເອົາໄວ້ໃນຊຸ່ມທົດສະວັດທີ່ຜ່ານມາ ໃນການເເກ້ໄຂບັນຫາການຂາດສານອາຫານ ຕ້ອງຕົກຢູ່ໃນພາວະຄວາມສ່ຽງ. ໃນປະຈຸບັນ ພວກເຮົາຕ້ອງຈັດລຳດັບຄວາມສຳຄັນໃນວຽກງານໂພຊະນາການໃຫ້ດີ ເພື່ອຮັບປະກັນວ່າ ຊັບພະຍາກອນທັງໝົດໄດ້ຖືກນຳໃຊ້ຢ່າງມີປະສິດທິຜົນທີ່ສຸດ ເພື່ອບັນລຸຜົນສຳລັບເດັກນ້ອຍທຸກຄົນ ແລະ ເພື່ອເຮັດສິ່ງນີ້, ຂໍ້ມູນຂ່າວສານແມ່ນມີຄວາມສໍາຄັນຫຼາຍ ລວມເຖິງໂຄງການ SNNIS ຮ່ວມຂອງພວກເຮົາ.”

ທ່ານ ດຣ Achala Upendra Jayatilleke, ວິຊາການລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ຈາກ ອົງການ ອະນາໄມໂລກ ປະຈຳ ສປປ ລາວ, ກໍ່ໄດ້ກ່າວວ່າ:  “ການເສີມສ້າງຄວາມສາມາດໃນການເກັບກຳຂໍ້ມູນດ້ານໂພຊະນາການຢ່າງຕໍ່ເນື່ອງ ແມ່ນກຸນແຈສຳຄັນສຳລັບການປັບປຸງໂພຊະນາການ. ໃນຖານະຜູ້ສະຫນັບສະຫນູນວຽກງານພັດທະນາລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ແລະ ໂພຊະນາການ  ໃນ ສປປ ລາວ ມາເປັນເວລາຫຼາຍປີ, ການປັບປຸງການເຊື່ອມໂຍງລະຫວ່າງການເກັບກຳຂໍ້ມູນຂ່າວສານ ແລະ ການນໍາໃຊ້ພວກມັນໃຫ້ມີປະສິດທິພາບຂຶ້ນນັ້ນແມ່ນມີຄວາມສໍາຄັນທີ່ສຸດຕໍ່ການສົ່ງເສີມຜົນໄດ້ຮັບດ້ານສຸຂະພາບທີ່ດິຂຶ້ນສໍາລັບເດັກນ້ອຍ, ແມ່ ແລະ ຄອບຄົວ. ໂຄງການ SNNIS ໃນ ສປປ ລາວ, ນຳພາໂດຍ ກະຊວງສາທາລະນະສຸກ, ໄດ້ນຳໃຊ້ລະບົບຖານຂໍ້ມູນດ້ານສຸຂະພາບ ທີ່ມີຢູ່ໃນປະເທດມາກ່ອນ ກໍ່ຄື DHIS-2 ເພື່ອເປັນເເບບຖານສໍາລັບໂຄງການດັ່ງກ່າວ, ຊື່ງເປັນລະບົບທີ່ ກະຊວງສາທາລະນະສຸກ ແລະ ອົງການ ອະນາໄມໂລກ ໄດ້ຮ່ວມສ້າງຕັ້ງຂື້ນໃນປີ 2013 ແລະ ປະຈຸບັນເເມ່ນໄດ້ຂະຫຍາຍການນຳໃຊ້ໄປທົ່ວປະເທດເເລ້ວ. ອົງການອະນາໄມໂລກ ຮ່ວມກັບ ອົງການຢູນິເຊັບ ຢືນຢັນຄືນເຖິງການສະໜັບສະໜູນຮ່ວມຂອງພວກເຮົາ ຕໍ່ ກະຊວງສາທາລະນະສຸກ ໃນການປັບປຸງການການເກັບກຳ ເເລະ ພັດທະນາຖານຂໍ້ມູນຂ່າວສານ ເພື່ອນໍາໃຊ້ເຂົ້າໃນການຕັດສິນໃຈກ່ຽວກັບ ວຽກງາານໂພຊະນາການຕ່າງໆໃນ ສປປ ລາວ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments