Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບ ທ່ານທູດແຫ່ງອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທ່ານທູດແຫ່ງອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

————————————————————————–

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມລານີ ລຸຍສ ບາໂລ (Melanie Louise Barlow) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ເມລານີ ລຸຍສ ບາໂລ ແລະ ຊົມເຊີຍທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການຮ່ວມ ມື ແລະ ການຊ່ວຍເຫຼືອຂອງອັງກິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນ: ຂະແໜງສາທາລະນະສຸກ, ການສຶກສາ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກ, ລວມເຖິງການຊ່ວຍເຫຼືອດ້ານວັກຊີນ ແລະ ອຸປະກອນເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ອື່ນໆ; ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງຝ່າຍອັງກິດ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫຼອດມາ, ພ້ອມທັງໄດ້ ສະເໜີຝ່າຍອັງກິດ ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂົງເຂດບຸລິມະສິດ ໂດຍສະເພາະແມ່ນ ວຽກງານການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ພະລັງ ງານ, ການຮັກສາສິ່ງແວດລ້ອມ ແລະ ແຜນງານອື່ນໆ. ນອກນີ້, ຍັງໄດ້ແຈ້ງໃຫ້ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ຊາບ ກ່ຽວກັບການກະກຽມຄວາມພ້ອມ ແລະ ຄວາມຄືບໜ້າໃນການຈະເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມເຖິງການເປີດປີທ່ອງທ່ຽວລາວ ທັງຍັງໄດ້ເຊື້ອເຊີນນັກທ່ອງທ່ຽວ ແລະ ນັກລົງທຶນຂອງອັງກິດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນໃນຂະແໜງການທີ່ມີທ່າແຮງ ແລະ ມີຄວາມສົນໃຈ ຢູ່ ສປປ ລາວ.

ທ່ານ ນາງ ເມລານີ ລຸຍສ ບາໂລ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ໄດ້ສະແດງຄວາມຫວັງວ່າ ທຸກພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ, ພ້ອມທັງສະແດງຄວາມຍິນດີ ໃນການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມື ແລະ ສະໜັບ ສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments