ສະຖານີວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນໜຶ່ງໃນ 6 ສຳນັກຂ່າວຕົ້ນຕໍຂອງ ສສຫວຽດນາມ,ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1945 ຕາມທິດຊີ້ນຳຂອງປະທານໂຮ່ຈີ່ມິງ.ມາຮອດປັດຈຸບັນມີການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,ສາມາດເຮັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ໃນການປະຕິບັດໜ້າທີ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ໂຄສະນາການພັດທະນາເສດຖະກິດ-ສັງຄົມ.ຍິ່ງໃນຍຸກແຫ່ງການຫັນເປັນດີຈິຕອນ ວິທະຍຸຫວຽດນາມ ກໍຍິ່ງພັດທະນາຕົນເອງໃກ້ເຕີບໃຫຍ່ເຂັ້ມແຂງ ດ້ວຍການຜະລິດສື່ໂຄສະນາຫລາກຫລາຍຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ.

ໃນໂອກາດທີ່ຄະນະນຳສື່ມວນຊົນລາວຈຳນວນ 15 ທີ່ເຂົ້າຮ່ວມຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຊົນ ໄດ້ໄປທັດສະນະສຶກສາຕົວຈິງຢູ່ສະຖານີວິທະຍຸຫວຽດນາມ ໃນວັນທີ 02 ພະຈິກ 2023, ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸຫວຽດນາມ ກໍຍົກໃຫ້ເຫັນເຖິງບາດກ້າວການເຕີບໃຫຍ່ຂະຫຍາຍຕົວຂອງສະຖານີວິທະຍຸຫວຽດນາມ ຊຶ່ງໃນປັດຈຸບັນສະຖານີວິທະຍຸຫວຽດນາມ ມີຫລາຍຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານ,ໃນນັ້ນ ມີທັງຊ່ອງວິທະຍຸ, ຊ່ອງໂທລະພາບ,ໜັງສືພິມເຈ້ຍ ແລະ ໜັງສືພິມເອເລັກໂຕຣນິກ. ພ້ອມນີ້,ຍັງມີຊ່ອງວິທະຍຸ VOV5 ທີ່ກະຈາຍສຽງ 15 ພາສາຕ່າງປະເທດ ໃນນັ້ນກໍມີພາສາລາວ ແລະ ໄດ້ມີການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນໂດຍການສ້າງຕັ້ງສຳນັກງານຜູ້ຕາງໜ້າປະຈຳຢູ່ຕ່າງປະເທດເຖິງ 13 ແຫ່ງ,ລວມທັງຢູ່ ສປປ ລາວ. ສະຖານີວິທະຍຸຫວຽດນາມມີຕາໜ່າງລາຍການທີ່ຫລາກຫລາຍກວມເອົາທຸກຂົງເຂດວຽກງານ ຊຶ່ງປັດຈຸບັນ ມີລາຍການທີ່ເວົ້າເຖິງການສັນຈອນຕາມທ້ອງຖະໜົນ ພວມໄດ້ຮັບກະແສນິຍົມສູງໃນຫວຽດນາມ.

ສຳລັບການພົວພັນຮ່ວມມືລະຫວ່າງສະຖານີວິທະຍຸແຫ່ງຊາດລາວ ແລະ ຫວຽດນາມ ແມ່ນມີມາແຕ່ດົນນານແລ້ວ ສະເພາະໃນໄລຍະອັນໃກ້ນີ້ ສະຖານີວິທະຍຸຫວຽດນາມ ກໍຄືລັດຖະບານຫວຽດນາມໄດ້ໃຫ້ທຶນຊ່ວຍເຫລືອລ້າໃຫ້ວິທະຍຸກະຈາຍສຽງ ແຫ່ງຊາດລາວໃນໂຄງການປ່ຽນຖ່າຍອຸປະກອນເຕັກນິກວິທະຍຸ. ພິເສດວິທະຍຸກະຈາຍສຽງຫວຽດນາມ ຍັງໄດ້ຊ່ວຍເຫລືອໂຄງການສ້າງຕັ້ງສະຖານີຖ່າຍທອດສັນຍານວິທະຍຸ-ໂທລະພາບ ຢູ່ແຂວງຫລວງພະບາງ ແລະ ສະຫວັນນະເຂດ ຊຶ່ງເປັນຂອງຂວັນອັນລໍ້າຄ່າໃຫ້ແກ່ຂະແໜງສື່ສານມວນຊົນຂອງລາວ./
ແຫລ່ງຂ່າວ:ຂປລ