Saturday, July 27, 2024
Homeຂ່າວການເມືອງການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9

ການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9

ໃນຕອນເຊົ້າ ວັນທີ 2 ພະຈິກ 2023 ຢູ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ການຊີ້ເເຈງອະທິບາຍເພີ່ມຕື່ມຈາກ 5 ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດ-ສັງຄົມ, ເເຜນງົບປະມານ ເເລະ ເເຜນການເງີນຕາ ໂດຍເລີ່ມຕົ້ນ ຈາກ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງເເຜນການ ເເລະ ການລົງທືນ ໂດຍທ່ານໄດ້ອະທິບາຍຊີ້ເເຈງໃນສາມບັນຫາຕົ້ນຕໍທີ່ສະມາຊີກສະພາເເຫ່ງຊາດເເຕ່ລະເຂດເລືອກຕັ້ງໃຫ້ຄວາມສົນໃຈ ໂດຍສະເພາະການຈັດຕັ້ງປະຕິບັດຄາດຫມາຍການຫັນປ່ຽນໂຄງປະກອບເສດຖະກິດ,ເຕີບໂຕຕາມທິດຫັນເປັນອຸດສະຫະກໍາທັນສະໄຫມ, ຄວາມຄືບຫນ້າການຈັດຕັ້ງປະຕິບັດເເຜນການ 5 ປີ ຕິດພັນກັບການເເກ້ໄຂຊີວິດການເປັນຢູ່ຂອງປະຊົນ ລວມເຖິງການກໍານົດເເຜນການລົງທືນຂອງລັດໃນປີ 2024,ໃນນີ້ສະເພະຄວາມຄືບຫນ້າການຈັດຕັ້ງປະຕິບັດເເຜນການ 5 ປີ ຕິດພັນກັບການເເກ້ໄຂຊີວິດການເປັນຢູ່ຂອງປະຊົນ ພາຍຫລັງສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບຟັງການຊີ້ເເຈງອະທິບາຍກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຕິດພັນກັບເເຜນພັດທະນາເສດຖະກິດ-ສັງຄົມ, ເເຜນງົບປະມານ ເເລະ ເເຜນເງີນຕາຈາກ ລັດຖະມົນຕີກະຊວງເເຜນການ ເເລະ ການລົງທືນ,ໄດ້ສືບຕໍ່ຮັບຟັງການຊີ້ເເຈງ ອະທິບາຍເພີ່ມຕື່ມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານທີ່ຕິດພັນກັບຂະເເຫນງການເງີນ ຈາກ ທ່ານ ສັນຕີພາບ ພົມວິຫານ ລັດຖະມົນຕີກະຊວງການເງີນ ໂດຍທ່ານໄດ້ອະທິບາຍໃນຫລາຍບັນຫາທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ໂດຍສະເພາະການເເກ້ໄຂບັນຫາເຄັ່ງຮ້ອນເພີ່ມເງີນນະໂຍບາຍເງີນອຸດຫນູນ ໃຫ້ພະນັກງານຕໍາຫລວດ ເເກ້ໄຂຄວາມ ສະພາບຍຸ້ງຍາກທາງດ້ານເສດຖະກິດ ຄ່າຄອງຊີບເພີ່ມສູງຂື້ນ

ຫລັງຈາກນັ້ນ ທ່ານ ບຸນເຫລືອ ສີນໄຊວໍລະວົງ ຜູ້ວ່າການທະນາຄານເເຫ່ງສາທາລະນະລັດປະຊາທີປະໄຕປະຊາຊົນລາວໄດ້ອະທິບາຍຫລາຍບັນຫາເເບບລວມໆທີ່ຕິດພັນກັບຂະເເຫນງການການທະນາຄານ ເປັນຕົ້ນ:ການຄຸ້ມຄອງອັດຕາເງີນເຟີ້,ອັດຕາເເລກປ່ຽນເງີນຕາ,ປະລີນມານເງີນ ການຄຸ້ມຄອງເງີນຕາຕ່າງປະເທດ ເເລະ ການສະຫນອງສີນເຊື່ອ ໃນປັດຈຸບັນ ເນື່ອງຈາກມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເເລະ ອື່ນໆ.

ນອກຈາກນີ້ສະມາຊິກສະພາແຫ່ງຊາດເເຕ່ລະເຂດເລືອກຕັ້ງໄດ້ຮັບການຊີ້ເເຈງອະທິບາຍເພີ່ມຕື່ມກ່ຽວກັບການຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດ-ສັງຄົມ,ເເຜນງົບປະມານ ເເລະ ເເຜນເງີນທີ່ຕິດພັນກັບ ຂະເເຫນງອຸດສະຫະກຳເເລະການຄ້າ ເເລະຂະເເຫນງການກະສິກໍາເເລະປ່າໄມ້ ຈາກລັດຖະມົນຕີສອງກະຊວງດັ່ງກ່າວ.

ສໍາລັບການດໍາເນີນກອງປະຊຸມສະໄຫມສາມັນເທື່ອທີ6ຂອງສະພາແຫ່ງຊາດຊຸດທີ9ໃນຕອນບ່າຍຕາມວາລະເເລ້ວສະມາຊິກສະາແຫ່ງຊາດເເຕ່ລະເຂດເລືອກຕັ້ງຈະໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະເເຫ່ງຊາດວ່າດ້ວຍການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດະກິດ-ການເງີນໃນໄລຍະ3ປີຜ່ານມາ 2021-2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments