Saturday, July 27, 2024
Homeຂ່າວພາຍໃນກົມປະຊາສໍາພັນຮ່ວມກັບສະມາຄົມນັກຂ່າວ, ນັກໜັງສືພິມແຫ່ງປະເທດໄທ ໄດ້ຍົກລະດັບຄວາມຮູ້ດ້ານທັກສະການເປັນຄູຝຶກໃຫ້ສື່ມວນຊົນລາວ

ກົມປະຊາສໍາພັນຮ່ວມກັບສະມາຄົມນັກຂ່າວ, ນັກໜັງສືພິມແຫ່ງປະເທດໄທ ໄດ້ຍົກລະດັບຄວາມຮູ້ດ້ານທັກສະການເປັນຄູຝຶກໃຫ້ສື່ມວນຊົນລາວ

ກົມປະຊາສໍາພັນຮ່ວມກັບສະມາຄົມນັກຂ່າວ, ນັກໜັງສືພິມແຫ່ງປະເທດໄທ ໄດ້ຍົກລະດັບຄວາມຮູ້ດ້ານທັກສະການເປັນຄູຝຶກໃຫ້ສື່ມວນຊົນລາວຈາກໜັງສືພິມ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທ ລະພາບແຫ່ງຊາດລາວ ເພື່ອນໍາໄປໜູນໃຊ້ເຂົ້າໃນການພັດທະນາຫຼັກສູດ ແລະ ຈັດ ການຝຶກອົບຮົມໃຫ້ບຸກຄະລາກອນວຽກ ງານຖະແຫລງຂ່າວໃຫ້ມີປະສິດທິພາບຫລາຍຂື້ນ ທັງເປັນການສົ່ງເສີມການພົວ ພັນຮ່ວມມືດ້ານວິຊາການ ລະຫວ່າງສື່ມວນຊົນລາວ ແລະ ໄທໃຫ້ແໜ້ນແຟ້ນຍິ່ງຂຶ້ນ.ສຳລັບບົດຮຽນ ແລະ ຫົວຂໍ້ທີ່ນໍາມາຝຶກອົບຮົມໃນຄັ້ງນີ້ປະກອບມີ ຂະບວນການ ແລະ ຂັ້ນຕອນການພັດທະນາຫຼັກສູດການຝຶກອົບຮົມ, ການບໍລິຫານຈັດການຝຶກອົບຮົມ, ການຮ່າງຫຼັກສູດ ແລະ ການກຳນົດຫົວຂໍ້ໃນການຝຶກອົບຮົມເຕັກນິກການບໍລິຫານຈັດການຝຶກອົບຮົມ, ເຕັກ ນິກການໃຊ້ເຄື່ອງມືປະກອບການສອນ ແລະ ວິທີການນຳສະເໜີໃຫ້ໜ້າສົນໃຈ, ການຝຶກເປັນວິທະຍາກອນ ແລະ ອື່ນໆ.

ໂຄງການຝຶກອົບຮົມການເປັນຄູຝຶກດ້ານສື່ມວນຊົນ ຫຼື Training the trainers ເປັນໂຄງການຮ່ວມມືກັນ ເພື່ອແລກປ່ຽນປະສົບການຂອງການເປັນຄູຝຶກລະຫວ່າງ ສະມາຄົມນັກຂ່າວໜັງສືພິມແຫ່ງປະເທດໄປ ແລະ ສະມາຄົມນັກຂ່າວແຫ່ງ ສປປລາວ ຈັດໃນລະຫວ່າງວັນທີ 30 ຕຸລາຫາ 3 ພະຈິກ 2023 ທີ່ສະຖາບັນການປະຊາສໍາພັນ ກົມປະຊາສໍາພັນ ປະເທດໄທ, ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດລືໄທ ເລີດກະເສມ ຮອງອະທິການບໍດີກົມປະຊາສຳພັນ, ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວ ນັກໜັງສືພິມແຫ່ງປະເທດໄທ, ມີທ່ານ ຊະວະຣົງ ລີມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ແລະ ທີ່ປຶກສາສະ ມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດ ມີວິທະຍາກອນມາຈາກລາຍການເຈາະເລິກທົ່ວໄທ, ບັນນາທິການຂ່າວດີຈີທັດຖານເສດຖະກິດ, ອະດີດນັກຂ່າວໜັງສືພິມຄົມຊັດເລິກ, ນັກຂ່າວອາວຸໂສໜັງສືພິມບາງກອກໂພສທີ່ໄດ້ນຳເອົາບົດຮຽນ ແລະ ປະສົບການຕົວຈິງມາຖ່າຍທອດໃຫ້ສື່ມວນຊົນລາວໄດ້ຮຽນຮູ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments