Saturday, July 27, 2024
Homeຂ່າວການເມືອງເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາ ລະນະລັດ ເຊັກ.

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາ ລະນະລັດ ເຊັກ.

ໃນຕອນບ່າຍຂອງວັນທີ 26 ຕຸລາ 2023, ຢູ່ ສໍານັກງານປະທານາທິບໍດີ (Prague Castle) ນະຄອນຫຼວງ ປຣາກ, ສາທາ ລະນະລັດ ເຊັກ, ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ເປເຕຼີ ປາເວວ (H.E Mr. Petr Pavel), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ເຊັກ, ຊຶ່ງມີສໍານັກງານຕັ້ງຢູ່ ນະຄອນຫຼວງ ແບກແລງ ປະເທດ ເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ພົບປະກັບ ພະນະທ່ານ ປະທານາທິບໍດີ, ຊຶ່ງໃນການພົບປະ ພະນະທ່ານ ປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ໄມບົວ ໄຊຍະວົງ, ທີ່ໄດ້ຮັບການແຕ່ງຕັ້ງ ຈາກ ປະທານປະເທດ ແຫ່ງ ສປປ ລາວ ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະ ນະລັດ ເຊັກ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ ແລະ ພ້ອມທັງອວຍພອນ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ ຢູ່ ສາທາລະນະລັດ ເຊັກ ແລະ ປະເທດທີ່ຮັບຜິດ ຊອບ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຖືໂອກາດດັ່ງກ່າວ ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ເປເຕຼີ ປາເວວ, ປະທານາ ທິບໍດີ ແຫ່ງ ສາທາລະນະລັດ ເຊັກ ແລະ ຜ່ານ ພະນະທ່ານປະທານາທິບໍດີ ໄປຍັງ ລັດຖະບານ ແລະ ປະຊາຊົນ ເຊັກ ທຸກຖ້ວນໜ້າ ແລະ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສ.ເຊັກ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1962 ເປັນຕົ້ນມາ.

ພ້ອມກັນນັ້ນ, ທ່ານທູດ ກໍໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ສ.ເຊັກ ທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດ ແດ່ ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ ລວມທັງ ປະຊາຊົນ ສ.ເຊັກ ທຸກຖ້ວນໜ້າ ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.

ພາຍຫຼັງການຍື່ນສານຕາຕັ້ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບບັນ ດາທູຕານຸທູດ ປະຈໍາ ສ.ເຊັກ ແລະ ງານລ້ຽງຮັບຮອງໃນໂອກາດສະເຫຼີມສະຫຼອງວັນຊາດ ສ.ເຊັກ ຄົບຮອບ 105 ປີ ຈັດໂດຍປະທານາທິບໍດີ ແຫ່ງ ສ.ເຊັກ ທີ່ ນະຄອນຫຼວງ ປຣາກ.

ໃນໂອກາດໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ພົບປະເຮັດວຽກກັບ ທ່ານຫົວໜ້າກົມ ພິີການທູດ ແລະ ກົມອາຊີ, ກະຊວງການຕ່າງປະເທດ ສ.ເຊັກ ເພື່ອເປັນການສະເໜີຕົວ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບຊ່ອງທາງສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມພົບປະ ກັບ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ.ເຊັກ ແລະ ພົບປະກັບສະມາຄົມຄົນເຊື້ອຊາດລາວອີກດ້ວຍ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments