Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 147

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 147

ຂປລ. ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 147, ທີ່ລູອານດາ, ປະເທດອັງໂກລາ ໃນລະຫວ່າງວັນທີ 23-27 ຕຸລາ 2023 ໂດຍມີສະມາຊິກສະພາແຫ່ງຊາດ ຫລາຍກວ່າ 1.400 ທ່ານ, ທີ່ມາຈາກ 172 ປະເທດ ທົ່ວໂລກ ແລະ ຕົວແທນຈາກອົງການສະຫະປະຊາຊາດ, ຈາກອົງການລັດຖະສະພາທີ່ເປັນພາຄີ ປະຈຳພາກພື້ນຕ່າງໆ ເຂົ້າຮ່ວມ.

ກອງປະຊຸມດຳເນີນໄປພາຍໃຕ້ຫົວຂໍ້: “ການດຳເນີນງານຂອງລັດຖະສະພາ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ສະຖາບັນທີ່ເຂັ້ມແຂງ ເຊິ່ງນອນຢູ່ໃນເປົ້າໝາຍການພັດທະນາແບບຍືນຍົງ 16 ຂອງອົງການສະຫະປະຊາຊາດ”. ໃນກອງປະຊຸມບັນດາຜູ້ແທນ ໄດ້ປຶກສາຫາລືກັນກ່ຽວກັບບັນຫາການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ສິດທິມະນຸດ, ປະຊາທິປະໄຕ ແລະ ບັນຫາການປ່ຽນແປງດິນຟ້າອາກາດ; ກອງປະຊຸມໄດ້ພິຈາລະນາບັນຫາຮີບດ່ວນ ທີ່ເປັນຄວາມກັງວົນຮ່ວມກັນຂອງປະຊາຄົມໂລກ ເພື່ອສະແດງທັດສະນະ ແລະ ບົດບາດຂອງສະມາຊິກລັດຖະສະພາ ໃນການແກ້ໄຂບັນຫາຢ່າງສັນຕິວິທີ ໂດຍຮຽກຮ້ອງໃຫ້ຢຸດຕິສົງຄາມ ແລະ ການລະເມີດສິດທິມະນຸດ ເພື່ອນໍາເອົາສັນຕິພາບມາສູ່ເຂດດັ່ງກ່າວໂດຍໄວ.

ໂອກາດນີ້, ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສໃນກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆ ທີ່ປະຊາຄົມໂລກກຳລັງປະສົບຢູ່ໃນປັດຈຸບັນ ເປັນຕົ້ນ ວິກິດການທາງດ້ານການເງິນ, ໄພພິບັດທາງທຳມະຊາດ, ຂໍ້ຂັດແຍ່ງ ແລະ ການປະທະກັນ ດ້ວຍກຳລັງປະກອບອາວຸດ ແລະ ອື່ນໆ ອັນໄດ້ເຮັດໃຫ້ມີການສູນເສຍຢ່າງຫລວງຫລາຍ ເຊິ່ງຄະນະຜູ້ແທນລາວ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ຮ່ວມມືກັນແກ້ໄຂບັນຫາຂໍ້ຂັດແຍ່ງໂດຍສັນຕິວິທີ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຄວບຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຊິ່ງສະພາແຫ່ງຊາດລາວ ໄດ້ຍົກສູງບົດບາດຂອງຕົນໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ໂດຍການເອົາໃຈໃສ່ປັບປຸງ ແລະ ຮັບຮອງເອົາກົດໝາຍຕ່າງໆ ໃຫ້ມີຄວາມແທດເໝາະກັບສະພາບການຂອງປະເທດຕົນ, ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ພ້ອມທັງມີການຍົກສູງບົດບາດຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາ IPU ເພີ່ມທະວີບົດບາດໃນການຊຸກຍູ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ສົ່ງເສີມສັນຕິພາບ, ຄວາມຍຸຕິທຳ ແລະ ປົກປ້ອງສິດເສລີພາບຂັ້ນພື້ນ ຖານຂອງປະຊາຊົນ ເພື່ອສ້າງສັງຄົມໃຫ້ມີຄວາມສະຫງົບສຸກ, ຮັບປະກັນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນໃນພາກພື້ນ ແລະ ທົ່ວໂລກ.

ກອງປະຊຸມ, ໄດ້ດໍາເນີນໄປໃນບັນຍາກາດ ທີ່ທຸກຝ່າຍເຫັນດີເປັນເອກະພາບກັນ, ສືບຕໍ່ຮ່ວມມືໃນພາກພື້ນ ແລະ ສາກົນ ໃນການຊຸກຍູ້ ສົ່ງເສີມ ສັນຕິພາບ, ຄວາມສາມັກຄີ ແລະ ຄວາມຍຸຕິທຳ ໂດຍໄດ້ມີການຮັບຮອງເອົາມະຕິໃນຂົງເຂດວຽກງານຕ່າງໆຮ່ວມກັນຈຳນວນຫລາຍສະບັບ. ນອກນັ້ນ, ກອງປະຊຸມໃຫຍ່ ໄອພີຢູ ຄັ້ງທີ 147 ນີ້ ໄດ້ດຳເນີນການເລືອກຕັ້ງເອົາປະທານສະຫະພັນລັດຖະສະພາ ຄືນໃໝ່ ເພື່ອປ່ຽນແທນ ທ່ານ ດູອາເຕ ປາເຊໂຊ ຈາກປະເທດປອກຕຸຍການ ທີ່ໝົດວາລະໄປ ເຊິ່ງມີຜູ້ສະໝັກຈາກ 4 ປະເທດ ຈາກພາກພື້ນອາຟຣິກາ ເຊັ່ນ: ເຊເນການ, ມາລາວີ, ທັນຊານີ ແລະ ໂຊມາລີ.

ຜ່ານການລົງຄະແນນສຽງຈາກປະເທດສະມາຊິກ IPU ແລ້ວ, ທ່ານ ນາງ ທູເລຍ ອັກຊັນ (Dr.Tulia Ackson) ຜູ້ສະໝັກຈາກປະເທດທັນຊານີ ໄດ້ຮັບເລືອກດ້ວຍຄະແນນສຽງສ່ວນຫລາຍ ໃຫ້ເປັນປະທານສະຫະພັນລັດຖະສະພາສາກົນຄົນໃໝ່ ແລະ ຈະດໍາລົງຕໍາແໜ່ງໃນວາລະ 3 ປີ ແຕ່ປີ 2024-2026 ເຊິ່ງຄະນະຜູ້ແທນຂອງສະພາແຫ່ງຊາດລາວ ກໍໄດ້ໃຊ້ສິດຢ່າງເຕັມສ່ວນໃນການປະກອບຄຳເຫັນ ແລະ ລົງຄະແນນສຽງໃນວາລະສຳຄັນຕ່າງໆດ້ວຍຄວາມຮັບຜິດຊອບສູງ.

ກອງປະຊຸມໃຫຍ່ IPU ຄັ້ງທີ 148 ຄັ້ງຕໍ່ໄປ ຈະໄດ້ຈັດຂຶ້ນໃນເດືອນມີນາ 2024, ທີ່ສໍານັກງານໃຫຍ່ IPU, ປະເທດສະວິດ.

ຂ່າວ-ພາບ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments