Saturday, July 27, 2024
Homeຂ່າວພາຍໃນ2 ກຳລັງ ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານວິຊາສະເພາະ

2 ກຳລັງ ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານວິຊາສະເພາະ

ໃນວັນທີ 26 ຕຸລາ 2023, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຈັດກອງປະຊຸມຮ່ວມມືແລກປ່ຽນບົດຮຽນກັບ ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ໂດຍການເປັນປະທານຮ່ວມ ຝ່າຍລາວນຳໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຝ່າຍ ສສ ຫວຽດນາມນຳໂດຍ ພົຕ ເລ ດຶກ ຖ້າຍ ຫົວໜ້າກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ມີບັນດາຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

=:>>> ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານບົດລາຍງານຕີລາຄາສະພາບການຮ່ວມມື ໃນໄລຍະຜ່ານມາ ໂດຍຫຍໍ້ ເປັນຕົ້ນແມ່ນໄດ້ຮ່ວມກັນເອົາໃຈໃສ່ເຄື່ອນໄຫວເຮັດວຽກງານສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ລຽບຊາຍແດນຂອງສອງປະເທດຢ່າງຕັ້ງໜ້າ ດ້ວຍຫຼາຍວິທີການ, ຍາດໄດ້ຜົນງານໄຊຊະນະຫຼາຍດ້ານ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ໂດຍພື້ນຖານ, ອັນທີ່ພົ້ນເດັ່ນແມ່ນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ເພື່ອສະກັດກັ້ນ ແລະ ມ້າງກຸ່ມແກ້ງພວກລັກລອບຄ້າຂາຍຢາເສບຕິດ ຢູ່ບໍລິເວນຊາຍແດນ ເຊິ່ງສະແດງອອກຄື:

>>>> ໄລຍະຜ່ານມາ, ໄດ້ປະສານສົມທົບຮ່ວມກັນ ລົງຕິດຕາມເປົ້າໝາຍລັກລອບຄ້າຂາຍຢາເສບຕິດໄດ້ 12 ຄັ້ງ, ມ້າງຄະດີໄດ້ 12 ເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ 14 ຄົນ ຍິງ 4 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 235.597 ເມັດ, ເຮໂຣອິນ 1 ແທງ, ຝິ່ນ 2 ກ້ອນ ນໍ້າໜັກ 1.324 ກຼາມ, ອາວຸດລ່າເນື້ອ 6 ກະບອກ, ລູກປືນ 6 ລູກ, ລົດໃຫຍ່ 2 ຄັນ, ລົດຈັກ 5 ຄັນ ແລະ ອື່ນໆ.

>>>> ພ້ອມທັງໄດ້ຮ່ວມກັນລົງສໍາຫຼວດ ແລະ ຂຶ້ນສຳມະໂນຄົວໃຫ້ປະຊາຊົນ ຢູ່ບໍລິເວນຊາຍແດນ, ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມພໍ່-ແມ່ປະຊົນ ຢູ່ບໍລິເວນຊາຍແດນທັງສອງປະເທດ ໃຫ້ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ ແລະ ຮູ້ແຈ້ງກ່ຽວກັບລະບຽບກົດໝາຍ, ຊ່ວຍກັນເປັນຫູເປັນຕາຕິດຕາມເກັບກຳສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີ ແລ້ວລາຍງານຕໍ່ເຈົ້າໜ້າທີ່ ລົງແກ້ໄຂໃຫ້ທັນກັບສະພາບການ.

=:>>> ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ຈະສືບຕໍ່ຊີ້ນຳກົມວິຊາສະເພາະທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງການຮ່ວມມືທີ່ໄດ້ເຊັນຮ່ວມກັນ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນ.

>>>> ສືລຕໍ່ເອົາໃຈໃສ່ ໃນການເຮັດວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ໃຫ້ປະຊາຊົນສອງປະເທດລຽບຕາມຊາຍແດນ ໃຫ້ທົ່ວເຖິງ ແລະ ເປັນປົກກະຕິດີກວ່າເກົ່າ; ເພີ່ມທະວີປະສານສົມທົບກັນ ເພື່ອແລກປ່ຽນສະພາບການເຄື່ອນໄຫວຂອງເປົ້າໝາຍຢາເສບຕິດ ແລະ ເປົ້າໝາຍອາຊະຍາກຳອື່ນໆ, ເອົາໃຈໃສ່ເກັບກຳຂຶ້ນບັນຊີເປົ້າໝາຍຢາເສບຕິດ ຢູ່ລຽບຕາມຊາຍແດນຮ່ວມກັນ ໃຫ້ມີຄວາມລະອຽດຂຶ້ນກວ່າເກົ່າ.

>>>> ເພີ່ມທະວີໃນການປະສານສົມທົບ ນຳໃຊ້ມາດຕະການດ້ານວິຊາສະເພາະ ແລະ ສືບຕໍ່ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫຼວດລາວ ແລະ ທະຫານຊາຍແດນຫວຽດນາມ ໃນການແລກປ່ຽນຂໍ້ມູນຂ່າວສານດ້ານອາຊະຍາກໍາ, ການກວດພິສູດເປົ້າໝາຍ ກ້າວໄປເຖິງການມ້າງຄະດີອາຊະຍາກຳປະເພດຕ່າງໆ ຢູ່ບໍລິເວນຊາຍແດນຂອງສອງປະເທດ.

=:>>> ພ້ອມນີ້, ຜູ້ແທນກອງປະຊຸມທັງສອງຝ່າຍ ຍັງພ້ອມກັນປະກອບຄຳຄິດຄຳເຫັນປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮ່ວມກັນ ໃນຕໍ່ໜ້າ ໃຫ້ມີຜົນ ສຳເລັດ ແລະ ຮ່ວມກັນເຊັນບົດບັນທຶກຮ່ວມມືລະຫວ່າງ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ຫວຽດນາມ, ຕາງໜ້າເຊັນຝ່າຍລາວໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ, ຝ່າຍ ສສ ຫວຽດນາມ ໂດຍ ພົຕ ເລ ດຶກ ຖ້າຍ ຫົວໜ້າກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ມີຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments