Saturday, July 27, 2024
Homeຂ່າວພາຍໃນຈັດກິດຈະກຳແຈກແວ່ນຕາ ແລະ ເຄື່ອງຊ່ວຍຫູຟັງ

ຈັດກິດຈະກຳແຈກແວ່ນຕາ ແລະ ເຄື່ອງຊ່ວຍຫູຟັງ

………………………………………………………

ພິທີແຈກແວ່ນຕາ ແລະ ເຄື່ອງຊ່ວຍຫູຟັງ ຈັດຂຶ້ນວັນທີ 1 ພະຈິກ 2023 ທີ່ສູນປິ່ນປົວ ແລະ ຮັກສາ ສຸຂະພາບຕາ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມມີທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນ ຕີກະຊວງສາທາລະນະສຸກ ທ່ານ ນາງ ຊິບເລັງ ຊົວ ເອກອັກຄະລະສະທູດຝຣັ່ງ ປະຈຳ ສປປ ລາວ ທ່ານ ຣໍລັງ ເລວີ ປະທານມູນນິທິສາຍຕາໂລກ ພ້ອມພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ດຣ ສະໜອງ ທອງຊະນະ ໄດ້ກ່າວໃນພິທີບາງຕອນວ່າ: ພັກ ແລະ ລັດ ກໍຄືກະຊວງສາທາ ລະນະສຸກໄດ້ໃຫ້ຄວາມສໍາຄັນເອົາໃຈໃສ່ສຸຂະພາບຕາ ແລະ ຫູພໍ່ແມ່ປະຊາຊົນ ແລະ ນ້ອງໆນັກຮຽນຂອງບັນດາທ່ານຢ່າງຈິງຈັງ ເຊິ່ງຈຸດປະສົງ ແມ່ນການສົ່ງເສີມໃຫ້ປະຊາຊົນ ແລະ ນ້ອງໆນັກຮຽນພວກເຮົາມີສຸຂະພາບຕາ ແລະ ຫູທີ່ດີ ແລະ ເປັນພື້ນຖານຊັບພະຍາກອນມະນຸດທີ່ມີສຸຂະພາບຕາ ແລະ ຫູຟັງທີ່ດີ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກປະເທດຊາດ ກະຊວງສາທາລະນະສຸກໄດ້ຖືເອົາວຽກງານການແພດ ແລະ ການສົ່ງເສີມສຸຂະພາບເປັນຕົ້ນຕໍ ຖືເອົາວຽກງານການບໍລິການ-ປິ່ນປົວສຸຂະພາບເປັນສໍາຄັນ ບັນຫາສາຍຕາຜິດປົກກະຕິ ແລະ ຫູບໍ່ໄດ້ຍິນ.

ໂດຍໄດ້ຮັບການຕົກລົງເຫັນດີຈາກກະຊວງສາທາລະນະສຸກ ແລະ ກະຊວງການຕ່າງປະເທດຂອງ ສປປ ລາວ ໃນການຮັບເອົາກິດຈະກຳການກວດວັດແທກສາຍຕາ ແລະ ຫູ ໂດຍບໍ່ໄດ້ເສຍຄ່າໃຫ້ເດັກນ້ອຍ ແລະ ຜູ້ສູງອາຍຸ ພາຍໃຕ້ການສະໜັບສະໜູນຂອງອົງການເດັກນ້ອຍອາຊີ ແລະ ມູນນິທິສູນກາງສາຍຕາຈາກປະເທດຝຣັ່ງ ແຕ່ວັນທີ 30 ຕຸລາ 2023 – ວັນທີ 1 ພະຈິກ 2023 ເຊິ່ງຈັດຂຶ້ນທີ່ສູນປິ່ນປົວ ແລະຮັກສາສຸຂະພາບຕາ ແລະ ວັນທີ 2-3 ພະຈິກ 2023 ຈະຈັດຂຶ້ນທີ່ແຂວງຫຼວງພະບາງ ເພື່ອເປັນການຮັດ ແໜ້ນສາຍພົວພັນການທູດລະຫ່ວາງ ສປປ ລາວ ແລະ ປະເທດຝຣັ່ງ ຄົບຮອບ 70 ປີ ອົງການເດັກນ້ອຍອາຊີ ປະຈຳ ສປປ ລາວ ຮ່ວມກັບມູນນິທິສູນກາງສາຍຕາ ປະຈຳປະເທດຝຣັ່ງ ມີແຜນຈັດກິດຈະກຳໃນການກວດສາຍຕາ ແລະ ຫູ ໂດຍບໍ່ໄດ້ເສຍຄ່າໃຫ້ແກ່ເດັກນ້ອຍ ແລະ ຜູ້ສູງອາຍຸ ໃນຂອບເຂດນະຄອນ ຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໃນນັ້ນ ປະກອບມີອຸປະກອນການສຶກສາໃຫ້ແກ່ເດັກນ້ອຍ ແວ່ນ ຕາສາຍຕາຈຳນວນ 3.000 ຄູ່ ແວ່ນຕາດຳ 1.000 ຄູ່ ເຄື່ອງຊ່ວຍຫູຟັງ 250 ເຄື່ອງ ລວມມູນຄ່າທັງ ໝົດ 114.938 ໂດລາສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments