Home ຂ່າວໜ້າໜຶ່ງ ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທໍາ ແລະສິລະປະອາຊຽນບວກສາມ ຄັ້ງທີ 15

ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທໍາ ແລະສິລະປະອາຊຽນບວກສາມ ຄັ້ງທີ 15

0

ກອງປະຊຸມເຈົ້າຫນ້າທີ່ອາວຸໂສວັດທະນະທຳ ແລະສິລະປະອາຊຽນ ບວກສາມ ຄັ້ງທີ 15 ໄດ້ຈັດຂື້ນໃນວັນທີ 25 ຕຸລາ 2023, ທີ່ໂຮງແຮມອໍາມະລີ ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພະຂັນໄຊ ສີຂັນໄຊ, ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະສິລະປະອາຊຽນຂອງລາວ.

ກອງປະຊຸມຄັ້ງນີ້ຜູ້ແທນທີ່ເຂົ້າຮ່ວມໄດ້ສະຫລຸບຄືນສະພາບການຮ່ວມມືດ້ານວຽກງານວັດທະນະທໍາ ແລະສິລະປະຂອງອາຊຽນບວກສາມ ພາຍໃຕ້ແຜນວຽກງານວັດທະນະທຳ ແລະ ສິລະປະ ໂດຍສະເພາະແມ່ນບັນດາການເຄື່ອນ ໄຫວ ແລະການຈັດຕັ້ງປະຕິບັດບັນດາໂຄງການພາຍໃຕ້ແຜນການຮ່ວມມືດ້ານວັດທະນະທຳ ແລະ ສິລະປະອາຊຽນບວກ 3 ໄລຍະປີ 2022 ຫາ 2025.

ໃນກອງປະຊຸມຄັ້ງນີ້ທ່ານ ພະຂັນໄຊ ສີຂັນໄຊ ໃນນາມປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາປະເທດສະມາຊິກອາຊຽນ ແລະບັນດາປະເທດບວກສາມຄື: ຈີນ, ຍີ່ປຸ່ນ ແລະສ.ເກົາຫລີ ຄວນເອົາໃຈໃສ່ເຖິງການປັບປຸງແຜນວຽກງານອາຊຽນບວກສາມກ່ຽວກັບການຮ່ວມມືດ້ານວັດທະນະທຳ ແລະ ສິ ລະປະ 2022 -2025. ພ້ອມທັງຊຸກຍູ້ໃຫ້ປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນບວກສາມຮ່ວມມືກັນຢ່າງແໜ້ນແຟ້ນກວ່າເກົ່າ, ແລະ ຍື່ນສະເໜີໂຄງການທີ່ສາມາດປະຕິບັດໄດ້ ແລະເຫັນດີຮ່ວມກັນ ເພື່ອພິຈາລະນາກອງທຶນການຮ່ວມມືອາຊຽນບວກສາມ ຫລື APTCF ແລະ ເຊື່ອໝັ້ນວ່າບັນດາບັນຫາສຳຄັນທີ່ນໍາມາປຶກສາຫາລືໃນຄັ້ງນີ້ຈະສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງສຸດ ເພື່ອເພີ່ມທະວີການຮ່ວມມືດ້ານວັດທະນະທຳ ໂດຍຜ່ານກົນໄກອາຊຽນບວກສາມ ແນໃສ່ຊຸກຍູ້ການປະຕິບັດແຜນງານການຮ່ວມມືອາຊຽນບວກສາມ 2023 – 2027 ໃຫ້ເປັນຮູບປະທໍາ. ນອກຈາກນີ້ຍັງໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳອາຊຽນຈີນ, ອາຊຽນ-ຍີ່ປຸ່ນ ແລະອາຊຽນ-ສ.ເກົາຫລີຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version