Home ຂ່າວໜ້າໜຶ່ງ ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ແລະ ບັນດາກອງປະຊຸມປິ່ນອ້ອມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ແລະ ບັນດາກອງປະຊຸມປິ່ນອ້ອມ

0

ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ແລະ ບັນດາກອງປະຊຸມປິ່ນອ້ອມ ພາຍໃຕ້ຫົວຂໍ້ ສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະອາຊຽນ ຫລັງການລະບາດຂອງພະຍາດໂຄວິດ ເພື່ອການພັດທະນາແບບຍືນຍົງ ໄດ້ສໍາເລັດຜົນຢ່າງຈົບງາມໃນວັນທີ 25 ຕຸລາ 2023 ພາຍຫລັງດຳເນີນມາເປັນເວລາ 2 ວັນທີ່ໂຮງແຮມອຳມາລີ ເມືອງວັງວຽງແຂວງ ວຽງຈັນ ໂດຍມີເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະສິລະປະ ຈາກປະເທດສະມາຊິກອາຊຽນ, ຕິມໍ ເລສເຕ, ແລະປະເທດຄູ່ຮ່ວມມືຂອງອາຊຽນເຊັ່ນ: ຈີນ, ຍິ່ປຸ່ນ ແລະ ສ.ເກົາຫຼີເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ທົບທວນ ແລະ ປຶກສາຫາລືການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານວັດທະ ນະທໍາ ແລະ ສິລະປະອາຊຽນ 2016-2025, ແຜນງານກ່ຽວກັບການຮ່ວມມືດ້ານວັດທະນະທໍາ ແລະ ສິລະປະກັບຄູ່ເຈລະຈາ 2022- 2025, ຂໍ້ລິເລີ່ມໃໝ່ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານວັດທະນະ ທຳ ແລະສິລະປະ ພິເສດກອງປະຊຸມໄດ້ຮັບຮອງເອົາເອກະສານສຳຄັນຂອງອາຊຽນຂອງຖະແຫຼງການວັງວຽງກ່ຽວກັບການຊຸກ ຍູ້ວິສາຫະກິດວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ທີ່ສອດຄ່ອງກັບການເຕີບໂຕສີຂຽວ ເພື່ອການພັດທະນາແບບຍືນຍົງ ເພື່ອໃຫ້ຜູ້ນຳປະເທດສະມາຊິກອາຊຽນຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ຊື່ງຈະຈັດຂື້ນໃນເດືອນຕຸລາ 2024 ທີ່ລາວເປັນປະທານອາຊຽນ 2024.

ທ່ານ ພະຂັນໄຊ ສີຂັນໄຊ, ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທັງເປັນເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະສິລະປະອາຊຽນຂອງລາວ ໃຫ້ສໍາພາດວ່າ: ຕະ ຫລອດໄລຍະດຳເນີນກອງປະຊຸມຜູ້ແທນໄດ້ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດວຽກງານວັດທະນະທໍາສິລະປະໃນຂອບການຮ່ວມມືຂອງປະເທດສະມາ ຊິກອາຊຽນກໍ່ຄືບັນດາຄູ່ຮ່ວມມືຂອງອາຊຽນຄື: ຈີນ, ຍີ່ປຸ່ນ ແລະສ.ເກົາຫລີ ທີ່ຜ່ານການຮັບຮອງນັບແຕ່ກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະສິລະປະອາຊຽນ ຄັ້ງທີ 18 ເປັນຕົ້ນມາ ລວມເຖິງແຜນວຽກຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນີ້ກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບກັນ ຈະສືບຕໍ່ດຳເນີນກິດຈະກຳຕ່າງໆທີ່ໄດ້ວາງແຜນ ແລະ ຕົກລົງກັນໄວ້ໃນໄລຍະຜ່ານມາ ໂດຍຈະໄດ້ຮ່ວມກັບປະເທດຄູ່ຮ່ວມມື ສືບຕໍ່ດຳເນີນການຈັດຕັ້ງປະຕິບັດ ບໍ່ວ່າຈະຢູ່ພາຍໃນປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ປະສົບຜົນສຳເລັດ ແລະເປັນຮູບປະທຳ.

ພາຍຫລັງສໍາເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 19 ແລະ ບັນດາກອງປະຊຸມປິ່ນອ້ອມແລ້ວ ຜູ້ແທນກອງປະຊຸມຍັງຈະໄດ້ຮ່ວມກິດຈະກຳຕ່າງໆ ເປັນຕົ້ນຂີ່ເຮືອຫາງຍາວ, ລ່ອງເຮືອກາຍັກທ່ຽວຊົມສາຍນໍ້າຊອງ ແລະຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງເມືອງວັງວຽງຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version