Home ຂ່າວໜ້າໜຶ່ງ ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ມີຜົນສໍາເລັດຫລາຍດ້ານ ປະກອບສ່ວນ ສະກັດກັ້ນ-ແກ້ໄຂ ອາຊະຍາກໍາຂ້າມຊາດ

ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ມີຜົນສໍາເລັດຫລາຍດ້ານ ປະກອບສ່ວນ ສະກັດກັ້ນ-ແກ້ໄຂ ອາຊະຍາກໍາຂ້າມຊາດ

0

ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງານ ພາຍຫລັງດຳເນີນມາແຕ່ ວັນທີ 17-19 ຕຸລາ 2023 ເຊິ່ງມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ບັນດາປະເທດສະມາຊິກຕໍາຫລວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດ ການປຶກສາຫາລື ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ປະກອບສ່ວນເຂົ້າໃນພາລະກິດລວມຂອງພາກພື້ນ ແລະ ໃນໂລກ ເພື່ອສະ ກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກໍາຂ້າມຊາດ.

ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ຕໍາຫລວດ, ຫົວໜ້າຕໍາຫລວດລາວ ໄດ້ຖະແຫລງຜົນສໍາເລັດຂອງກອງປະຊຸມດັາງກ່າວ ໃນວັນທີ 19 ຕຸລາ 2023 ນີ້ວ່າ: ກອງປະຊຸມຫົວໜ້າຕໍາຫລວດອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ມີບັນດາຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, 9 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ເປັນຄູ່ເຈລະຈາ ລວມມີ ອົດສະຕຣາລີ, ສປ ຈີນ, ຢີ່ປຸ່ນ, ສ ເກົາຫລີ, ຣັດເຊຍ, ນິວຊີແລນ, ອັງກິດ, ຕຸລາກີ, ກອງເລຂາອາຊຽນ. ພ້ອມນັ້ນ, ຍັງມີ 7 ປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຜູ້ສັງເກດການລວມມີ ການາດາ, ຝຣັ່ງ, ຟີຈິ, ຕີມໍເເລັສເຕ, ອາເມລິກາ ແລະ ອາລັບເອມິເຣດ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດປະເພດຕ່າງໆ ໂດຍໄດ້ແບ່ງກອງປະຊຸມອອກເປັນ 4 ລະດັບຄື: ກອງປະຊຸມສະເພາະຫົວໜ້າຜູ້ແທນຕໍາຫລວດອາຊຽນ, ກອງປະຊຸມສະເພາະຫົວໜ້າຄະນະຜູ້ແທນຕໍາຫລວດອາຊຽນ ແລະ ປະເທດຄູ່ເຈລະຈາ, ກອງປະຊຸມຄະນະບໍລິຫານງານຕໍາຫລວດອາຊຽນ (ຮອງຫົວໜ້າຄະນະຜູ້ແທນ), ກອງປະຊຸມຍ່ອຍຂັ້ນວິຊາການ ມີ 3 ກອງປະຊຸມ; ບັນດາກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງບາງບັນຫາທີ່ນອນຢູ່ໃນກອບການຮ່ວມມື ຂອງຕໍາຫລວດອາຊຽນ, ແລກປ່ຽນສະ ພາບ, ຂໍ້ມູນທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາ ແລະ ຄົ້ນຄວ້າທິດທາງໃນການຮ່ວມມືເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມ ຊາດ ລວມມີ 10 ປະເພດ ອາຊະຍາກໍາຄື: ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າຂາຍອາວຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງດ້ານຄອມພິວເຕີ.

ພ້ອມນີ້, ຍັງໄດ້ຮ່ວມມືໃນ 4 ຂົງ ເຂດຄື: ການນໍາໃຊ້ລະບົບຖານຂໍ້ມູນຕໍາຫລວດອາຊຽນ, ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນທາງອາຍາ, ການແລກປ່ຽນບຸກຄະລາກອນ ແລະ ການຝຶກອົບຮົມ, ການຮ່ວມມືດ້ານວຽກງານນິຕິວິທະຍາຕໍາຫລວດອາຊຽນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ເປັນເອກະພາບກັນໃນການຈັດກອງປະ ຊຸມຫົວໜ້າຕໍາຫລວດຄັ້ງທີ 42 ໃນປີ 2024 ຈະໄດ້ຈັດຂຶ້ນທີ່ປະເທດ ມຽນມາ, ພ້ອມທັງລົງນາມ ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ຢ່າງເປັນທາງການ.

ຂ່າວ:ກິດຕາ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version