Home ຂ່າວພາຍໃນ ສື່ມວນຊົນລາວ ລົງຕິດຕາມຊຸກຍູ້ວຽກງານໂຄສະນາໂພຊະນາການ ທີ່ແຂວງອັດຕະປື

ສື່ມວນຊົນລາວ ລົງຕິດຕາມຊຸກຍູ້ວຽກງານໂຄສະນາໂພຊະນາການ ທີ່ແຂວງອັດຕະປື

0

ເພື່ອແນໃສ່ໃຫ້ບັນລຸແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ຢູນິເຊັບ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ໂພຊະນາການ ຢູ່ທີ່ແຂວງ ອັດຕະປື ໃນລະຫວ່າງວັນທີ 17-19 ຕຸລາ 2023 ເຊິ່ງມີນັກຂ່າວຈາກຫຼາຍສຳນັກຂ່າວເຂົ້າຮ່ວມ.

ໂອກາດລົງຕິດຕາມຊຸກຍູ້ວຽກງານດັ່ງກ່າວ, ທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ອັດຕະປື ໄດ້ໃຫ້ສໍາພາດວ່າ: ຕະຫຼອດໄລຍະຜ່ານມາ, ຂະແໜງສື່ມວນຊົນຂອງແຂວງອັດຕະປື ໄດ້ປະກອບສ່ວນອັນສຳຄັນໃນການປຸກລະດົມຊຸກຍູ້, ສົ່ງເສີມ ໃຫ້ແມ່ຍິງບັນດາເຜົ່າ ພາຍໃນແຂວງຫັນມາລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວຈົນຮອດອາຍຸໄດ້ 6 ເດືອນ ດ້ວຍການເຮັດໜ້າທີ່ໂຄສະນາປະຊາສໍາພັນຜ່ານພາຫະນະສື່ມວນຊົນຂອງແຂວງ ເປັນຕົ້ນ: ສື່ວິທະຍຸ-ໂທລະພາບ, ໂທລະໂຄ່ງບັນດາເມືອງ ແລະ ບ້ານ ເຊິ່ງການຈັດຕັ້ງປະຕິບັດຕົວຈິງຜ່ານມານັ້ນ ຂະແໜງການສື່ມວນຊົນແຂວງ ໄດ້ກະຈາຍອອກສະປອດໂຄສະນາ ທັງນຳສະເໜີເນື້ອໃນດັ່ງກ່າວຜ່ານທາງລາຍການວິທະຍຸ ແລະ ອອກພາກຂ່າວຂອງສະຖານີ ລວມທັງໂຄສະນາຜ່ານສື່ແບບໃໝ່ ຄື: ເຟັດບຸກ ທີ່ເປັນຂ່າວສານອອນລາຍຂອງແຂວງ ແລະ ຜ່ານເຟຊບຸກເພຈຂອງທີມງານສື່ໄວໜຸ່ມ ເພື່ອໃຫ້ຂໍ້ມູນຂ່າວສານການລ້ຽງລູກດ້ວຍນໍ້ານົມແມ່ ໄປຮອດໄປເຖິງພໍ່ແມ່ປະຊາຊົນ ທັງໃນຕົວເມືອງ ແລະ ຢູ່ເຂດຊົນນະບົດທີ່ ຫ່າງໄກສອກຫລີກ ໄດ້ມີຄວາມຮັບຮູ້ ເຂົ້າໃຈ

ສຳລັບທິດທາງແຜນການໃນຕໍ່ໜ້າ, ທາງຂະແໜງການສື່ມວນຊົນແຂວງອັດຕະປື ຈະສືບຕໍ່ເຮັດໜ້າທີ່ ຢ່າງແຂງຂັນ ໃນການໂຄສະນາຊຸກຍູ້ ແລະ ສົ່ງເສີມ ທົ່ວສັງຄົມ ພາຍໃນແຂວງ ໃຫ້ມີສ່ວນຮ່ວມ, ທັງໄດ້ມີຄວາມຮູ້ ຄວາມເຂົ້າໃຈ ຕໍ່ວຽກງານໂພຊະນາການທີ່ດີ ໂດຍສະເພາະການລ້ຽງລູກດ້ວຍນ້ຳນົມແມ່ ເຊິ່ງຈະສືບຕໍ່ໂຄສະນາປະຊາສຳພັນຜ່ານບັນດາພາຫະນະສື່ມວນຊົນທີ່ມີຂອງແຂວງ, ສືບຕໍ່ສະໜອງຂໍ້ມູນຂ່າວສານ ທີ່ເປັນຄວາມຮູ້ ກ່ຽວກັບການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ໃຫ້ກວ້າງຂວາງ ເຂົ້າເຖິງກຸ່ມເປົ້າໝາຍຫຼາຍຂຶ້ນ .

#OpenHeartsOpenAirwaves

#UNICEFLaos

#Youthmedia

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version