Home ຂ່າວໜ້າໜຶ່ງ ສປປ ລາວ ລົບລ້າງພະຍາດຂາຊ້າງແລ້ວ

ສປປ ລາວ ລົບລ້າງພະຍາດຂາຊ້າງແລ້ວ

0
Dr Tedros Adhanom Ghebreyesus, WHO Director-General, and Dr Zsuzsanna Jakab, WHO Acting Regional Director for the Western Pacific, presents a plaque and certificate to Honourable Dr Bounfeng Phoummalaysith, Minister of Health of the Lao People�s Democratic Republic, in recognition of the country�s elimination of lymphatic filariasis during the seventy-fourth session of the World Health Organization Regional Committee for the Western Pacific on 16 October 2023 in Manila, Philippines. Note: Title reflects

ມື້ນີ້, ພວກເຮົາມີຄວາມດີໃຈເປັນຢ່າງຍິ່ງທີ່ໄດ້ປະກາດວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງຢ່າງເປັນທາງການແລ້ວ.

ພາຍໃນງານທີ່ ມະນິລາ, ປະເທດຟິລິບປິນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ສປປ ລາວ, ໄດ້ຮັບການສະແດງຄວາມຊົມເຊີຍຈາກ ດຣ ເທດຣອສ ອັດຮານອມ ເກເເບຣເຢຊັສ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ.

ພະຍາດຂາຊ້າງ ແມ່ນພະຍາດແມ່ກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະບາງສ່ວນຂອງຮ່າງກາຍໃຫຍ່ຂຶ້ນ ເຊິ່ງສົ່ງຜົນໃຫ້ມີອາການເຈັບປວດ, ພິການແບບຮຸນແຮງ ແລະ ມີຄວາມຫຍຸ້ງຍາກໃນການດຳລົງຊີວິດຕາມມາ.

ນັບຕັ້ງແຕ່ປີ 2000, ສປປ ລາວ ເປັນ 1 ໃນ 12 ປະເທດ ແລະ ເຂດປົກຄອງໃນພາກພື້ນປາຊີຟິກຕາເວັນຕົກ ທີ່ໄດ້ປະສົບຜົນສໍາເລັດ ໃນການລົບລ້າງພະຍາດຂາຊ້າງບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກ. ເພື່ອລົບລ້າງພະຍາດດັ່ງກ່າວ, ພະນັກງານສາທາລະນະສຸກໃນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ເຊິ່ງລວມມີ ອົງການອະນາໄມໂລກ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ກໍໄດ້ມີການຢາຍຢາກິນໃນຊຸມຊົນທີ່ມີຄວາມສ່ຽງ ນັບແຕ່ປີ 2012-2017 ພ້ອມທັງສະໜັບສະໜຸນການປິ່ນປົວ, ການສຳຫຼວດ ແລະ ການຊ່ວຍເຫຼືອທາງດ້ານວິຊາການ.

June 24th 2023, Samxay district, Attapeu province, Lao PDR –

ທ່ານ ນາງ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ, ໄດ້ກ່າວວ່າ: “ການລົບລ້າງພະຍາດຂາຊ້າງ ໃນ ສປປ ລາວ ຖືເປັັນຜົນສໍາເລັດອັນຍິ່ງໃຫຍ່ ແລະ ຍັງເປັນເຫດຜົນໃຫ້ເຮົາເບິ່ງໂລກໃນແງ່ດີ ໂດຍສະເພາະພາຍຫຼັງຜົນສໍາເລັດໃນການຕອບໂຕ້ຕໍ່ພະຍາດໂຄວິດ-19. ເຖິງເວລາແລ້ວທີ່ເຮົາຈະຕ້ອງໄດ້ລົງທຶນທາງດ້ານຊັບພະຍາກອນ ລວມທັງງົບປະມານເພື່ອສືບຕໍ່ ແລະ ສ້າງຜົນສຳເລັດ ໂດຍການຮັກສາລະບົບການບໍລິການດ້ານສາທາລະນະສຸກທີ່ຈໍາເປັນ ແລະ ສືບຕໍ່ລົບລ້າງພະຍາດອື່ນໆອີກ.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version