Home ຂ່າວຕ່າງປະເທດ ພັນລະຍາຄະນະຜູ້ແທນຫົວໜ້າຕຳຫຼວດອາຊຽນເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ

ພັນລະຍາຄະນະຜູ້ແທນຫົວໜ້າຕຳຫຼວດອາຊຽນເຄື່ອນໄຫວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ

0

___________________

ໃນລະຫວ່າງວັນທີ 17-19 ຕຸລາ 2023, ພັນລະຍາຄະນະຜູ້ແທນຂັ້ນສູງຕຳຫຼວດບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວສຳຄັນຂອງ ສປປ ລາວ ຢູ່ພາຍໃນນະຄອນຫຼວງວຽງຈັນ.

ນຳພາຄະນະເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ໂດຍທ່ານ ນາງ ເສົາວະສີ ໄຊຍະກຸມມານ ພັນລະຍາຂອງ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາວ ພ້ອມດ້ວຍຄະນະຕິດຕາມເຂົ້າຮ່ວມ; ໃນນີ້ໄດ້ທ່ຽວຊົມ ຫໍພະແກ້ວ ເຊີ່ງເປັນວັດທີ່ມີຄວາມງົດງາມມີຄຸນຄ່າ ທາງປະຫວັດສາດ ແລະ ວັດທະນະທຳຂອງຊາດລາວ ແລະ ໄດ້ໄປກາບໄຫວ້ສັກກາລະບູຊາ ພິພິທະພັນວັດສີສະເກດ ບ້ານ ຊຽງຍືນ ເມືອງ ຈັນທະບູລີ, ຊົມທິວທັດປະຕູໄຊ, ກາບໄຫວ້ພຣະທາດຫຼວງວຽງຈັນ ເຊິ່ງເປັນມິ່ງຂວັນຂອງປວງຊົນລາວທັງຊາດ ກໍ່ຄືຊາວນະຄອນຫຼວງວຽງຈັນ. ຈາກນັ້ນ, ກໍໄດ້ສືບຕໍ່ເດີນທາງໄປທ່ຽວຊົມຫໍພິພິຕະພັນສິລະປະລາວ, ຮ້ານຫັດຖະກຳກະເປົ໋າຜະລິດຈາກຫວາຍ ຈາກໂຮງງານອານຸສອນ ແລະ ຮ້ານຜ້າໄໝລາວ ຢູ່ໄອເຕັກ, ຊົມຫໍພິພິທະພັນກະຊວງປ້ອງກັນຄວາມສະຫງົບ ແລະ ຮ້ານຫັດຖະກຳ ກຳແພງວຽງ.

ຂ່າວ: ຄຳສອນ

ພາບ: ບຸນພະຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version