Home ຂ່າວການເມືອງ ຄະນະສະເພາະກິດ 19/ກມສພ ຊຸກຍູ້, ຕິດຕາມ ວຽກງານຂົງເຂດທະນາຄານ

ຄະນະສະເພາະກິດ 19/ກມສພ ຊຸກຍູ້, ຕິດຕາມ ວຽກງານຂົງເຂດທະນາຄານ

0

ໃນຕອນບ່າຍ ວັນທີ 13 ຕຸລາ 2023 ທີ່ທະນາຄານແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຄະນະສະເພາະກິດ 19/ກມສພ, ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍກອງເລຂາຊ່ວຍວຽກຄະນະ ຈາກ ຫສນຍ ແລະ ບັນດາກະຊວງກ່ຽວຂ້ອງ ໄດ້ເຮັດວຽກກັບຄະນະນໍາ ທະນາຄານ ແຫ່ງ ສປປ ລາວ (ທຫລ) ໂດຍມີທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ, ບັນດາຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງ ທຫລ ເຂົ້າຮ່ວມເຮັດວຽກນໍາ.

ໃນໂອກາດກ່າວເປີດ ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ, ຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ໄດ້ກ່າວມີຄໍາເຫັນບາງຕອນວ່າ: ການມາເຮັດວຽກຂອງຄະນະຄັ້ງນີ້ ເພື່ອ (1) ຮັບຟັງຄໍາຄິດຄໍາເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ຂົງເຂດທະນາຄານ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນເງິນຕາ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ລວມທັງ ຮັບຟັງບັນດາຂໍ້ສະເໜີ ຈາກ ທຫລ ຕໍ່ຂະແໜງການອື່ນ; ແລະ (2) ເປັນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ບັນດານິຕິກຳ ກໍ່ຄື ມາດຕະການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ບາງວຽກງານທີ່ຕິດພັນກັບຂະແໜງທະນາຄານ ນັບແຕ່ມື້ແຕ່ງຕັ້ງຄະນະສະເພາະກິດ 19/ກມສພ, ວັນທີ 30 ມິຖຸນາ 2023 ມາຮອດປະຈຸບັນ ລວມທັງ ທິດທາງແຜນການແກ້ໄຂ ໄລຍະກາງ ແລະ ໄລຍະຍາວ ໃນຕໍ່ໜ້າ.

ໃນໂອກາດນີ້, ໄດ້ຮັບຟັງຄວາມຄືບໜ້າຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ, ເລກທີ 01/ນຍ, ລົງວັນທີ 18 ກໍລະກົດ 2023 ທີ່ຕິດພັນກັບພາລະບົດບາດຂອງ ທຫລ ໂດຍສະເພາະ ມາດຕະການແກ້ໄຂເງິນເຟີ້, ມາດຕະການແກ້ໄຂອັດຕາແລກປ່ຽນ, ມາດຕະການຄຸ້ມຄອງເງິນຕາຕ່າງປະເທດ, ການຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 3 ເດືອນຜ່ານມາ (ດ້ານດີ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ), ບົດຮຽນທີ່ສາມາດຖອດຖອນໄດ້, ທິດທາງ ແລະ ມາດຕະການໃນຕໍ່ໜ້າ; ຄວາມຄືບໜ້າການຈັດຕັ້ງປະຕິບັດປະຕິບັດ ຂໍ້ຕົກລົງເລກທີ 93/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນລົງສູ່ທ້ອງຖິ່ນ ເວົ້າລວມ, ເວົ້າສະເພາະ ແມ່ນລົງເລິກປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມແຈ້ງການສະບັບເລກທີ 1424/ຫສນຍ, ລົງວັນທີ 1 ສິງຫາ 2023 ແລະ ແຈ້ງການສະບັບເລກທີ 1644/ຫສນຍ, ລົງວັນທີ 30 ສິງຫາ 2023. ພາຍຫຼັງໄດ້ຮັບຟັງການລາຍງານ ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ສະເໜີຄຳຄິດຄໍາເຫັນ ຢ່າງກົງໄປກົງມາ ພ້ອມກັນປຶກສາຫາລື ແລະ ໄດ້ສະເໜີແລກປ່ຽນບາງຂໍ້ມູນ ດ້ານວິຊາການ.

ຫຼັງຈາກນັ້ນ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ, ຄະນະສະເພາະກິດ 19/ກມສພ, ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ໄດ້ມີຄຳເຫັນສັງລວມເນື້ອໃນສຳຄັນ ໂດຍຍົກໃຫ້ເຫັນຄວາມພະຍາຍາມ ເອົາໃຈໃສ່ຂອງພາກສ່ວນຕ່າງໆ ເຮັດໃຫ້ມີຜົນສຳເລັດ ລວມທັງ ໄດ້ສະເໜີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕິດພັນກັບຂະແໜງການທະນາຄານ ຊຶ່ງຈະຕ້ອງໄດ້ພ້ອມກັນສຸມແກ້ໄຂ ໃຫ້ມີການຫັນປ່ຽນຢ່າງວ່ອງໄວ, ເລິກເຊິ່ງ ແລະ ຮອບດ້ານ ບົນພື້ນຖານຄວາມເປັນເຈົ້າການຮັບຜິດຊອບສູງ, ສຸມທຸກຄວາມສາມາດ ແລະ ເອົາການເອົາງານ ເພື່ອຈະພ້ອມກັນແກ້ໄຂຜ່ານຜ່າ ບັນດາຂໍ້ຫຍຸ້ງຍາກຕ່າງໆ ໃຫ້ໄດ້. ໃນໂອກາດດຽວກັນ, ທ່ານ ໄດ້ມີຄຳເຫັນສະເໜີໃຫ້ ທຫລ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ (1) ໃຫ້ປະເມີນຄືນບັນດາເຄື່ອງມື, ກົນໄກນະໂຍບາຍ ທີ່ໃຊ້ໃນປະຈຸບັນ ອັນໃດທີ່ມີປະສິດທິພາບແລ້ວ ຄວນສືບຕໍ່ ແລະ ອັນໃດບໍ່ມີປະສິດທິພາບ ຄວນໄດ້ປັບປຸງປ່ຽນແປງ ບົນພື້ນຖານຕ້ອງ ຢຶດໝັ້ນຜົນການຄົ້ນຄວ້າທາງດ້ານເຕັກນິກວິຊາການ; (2) ລົງເລິກການປະເມີນຄືນ ບັນດາໜ້າວຽກລະອຽດຕົວຈິງ ໃນຈໍານວນ 91 ໜ້າວຽກ ຢູ່ໃນຄວາມຮັບຜິດຊອບຂອງ ທຫລ ທີ່ໄດ້ກໍານົດຢູ່ໃນແຜນ ດໍາເນີນງານຂອງຄະນະສະເພາະກິດ 19/ກມສພ ໂດຍໃຫ້ສ້າງບັນຊີການກວດກາຄວາມຄືບໜ້າຂອງບັນດາໜ້າວຽກດັ່ງກ່າວລະອຽດ ເພື່ອໃຫ້ສາມາດຮູ້ໄດ້ວ່າ ວຽກໃດຈັດຕັ້ງປະຕິບັດສໍາເລັດແລ້ວ, ວຽກໃດກໍາລັງຈັດຕັ້ງປະຕິບັດ ແຕ່ຍັງບໍ່ທັນສໍາເລັດ ແລະ ວຽກໃດທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; (3) ໃຫ້ຄົ້ນຄວ້າມີຄຳເຫັນທາງດ້ານວິຊາການຕໍ່ບັນດາຄໍາເຫັນ, ຄຳສະເໜີ ໃນຄັ້ງນີ້ ໂດຍສະເພາະທີ່ຕິດພັນກັບບັນຫາພົ້ນເດັ່ນໃນຂົງເຂດທະນາຄານ ແລ້ວ ລາຍງານຄະນະສະເພາະກິດ 19/ກມສພ ມີທິດຊີ້ນຳຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.

ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ

#Medialaos#MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version