Home ຂ່າວໜ້າໜຶ່ງ ສານຂອງ ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ 12 ຕຸລາ...

ສານຂອງ ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ 12 ຕຸລາ 2001-12 ຕຸລາ 2023 ຄົບຮອບ 22 ປີ

0

ປະຊາຊົນລາວບັນດາເຜົ່າ, ບັນດາສະຫາຍ ໃນອົງການຈັດຕັ້ງພັກ, ລັດຖະບານ, ບັນດາທ່ານໃນອົງການຈັດຕັ້ງເອກະຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດຢູ່ສປປລາວທີ່ນັບຖື ແລະ ຮັກແພງ! ຂ້າພະເຈົ້າ, ຕາງໜ້າໃຫ້ລັດຖະບານ ກໍຄື ຄະນະຮັບຜິດຊອບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໃນນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ພະນັກງານ, ລັດຖະກອນ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ(12 ຕຸລາ 2001-12 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມື້ນີ້ ເຊິ່ງຈະເປັນໂອ ກາດທີ່ດີໃຫ້ພວກເຮົາໄດ້ສະຫລຸບຜົນງານ, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະໜຶ່ງປີທີ່ຜ່ານມາ.

ເປັນທີ່ຊາບກັນແລ້ວວ່າ, ສະພາບບັນຫາຢາເສບຕິດ ໄດ້ຂະຫຍາຍເປັນວົງກວ້າງໄປທົ່ວໂລກ, ມັນໄດ້ເພີ່ມຄວາມເປັນອັນຕະລາຍຮ້າຍແຮງຂຶ້ນກວ່າເກົ່າ ເຊິ່ງໄດ້ຕິດພັນ, ເຊື່ອມໂຍງກັບການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ການຟອກເງິນ ແລະ ອາຊະຍາກໍາທີ່ໃຊ້ກຳລັງຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄື ບັນດາປະ ຊາຊາດໃນທົ່ວໂລກ.

ສປປ ລາວ ມີທີ່ຕັ້ງພູມສາດໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດກັບຫລາຍປະ ເທດ, ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດ ເຊິ່ງເປັນເງື່ອນໄຂໃຫ້ລາວ ກາຍເປັນທາງຜ່ານໃນການລັກລອບ, ຄ້າ ຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ.

ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ, ແຕ່ຕົວເມືອງໄປສູ່ຊົນນະບົດໃນຫລາຍລະດັບທີ່ແຕກຕ່າງກັນ; ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດແຕ່ລະປະເພດທີ່ຍຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ; ເລ່ຫລ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກແລບ ແນບນຽນດ້ວຍຫລາຍວິທີການ, ຮູບການທີ່ສະຫລັບສັບຊ້ອນ; ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍ ແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະ ໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໄສ, ເປັນມືອາຊີບ; ໃນປີຜ່ານມາກະຊວງປ້ອງກັນຄວາມສະຫງົບ ໃນນາມອົງ ການເສນາທິການໃຫ້ສູນກາງພັກ, ລັດຖະບານ ໄດ້ນຳພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ຢ່າງຈົດຈໍ່ຕະຫລອດມາ. ມາຮອດນະເວລານີ້ ເປັນໄລຍະທ້າຍຂອງການຈັດຕັ້ງປະຕິບັດວາລະດັ່ງກ່າວ ເຊິ່ງໄດ້ສຸມໃສ່ 6 ວຽກຈຸດສຸມຂອງວາລະ; ທຸກຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍຢ່າງເປັນຂະບວນຟົດຟື້ນ ແລະ ເຂົ້າສູ່ຊີວິດຕົວຈິງ ໂດຍສະເພາະ ວຽກສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການປູກຈິດສຳນຶກ, ສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກຳປິ່ນອ້ອມທີ່ສະແດງເຖິງຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ, ຕໍ່ເນື່ອງ ພິເສດແມ່ນໃນກຸ່ມນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ຈຶ່ງເຫັນໄດ້ວ່າ ພົນລະເມືອງລາວສ່ວນຫລາຍແມ່ນມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະ ລາຍຂອງຢາເສບຕິດ. ພ້ອມນີ້, ກໍໄດ້ສ້າງຄວາມເຂັ້ມແຂງໃຫ້ທົ່ວສັງຄົມ ໂດຍການເຮັດໃຫ້ທົ່ວສັງ ຄົມຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃກ້ຊິດ, ແທດເຖິງຮາກຖານປະຊາຊົນ; ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງໃນຫລາຍວິທີ ທີ່ເປັນລະບົບ. ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກ, ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າ ເພື່ອຈຳໜ່າຍພາຍໃນແລະ ສົ່ງອອກຂາຍຕ່າງປະເທດ.

ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູຢູ່ໃນສູນປິ່ນ ປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບດີພໍສົມຄວນ ແລະ ລັດຖະບານ ກໍໄດ້ມີທິດປັບປຸງ, ຂະຫຍາຍໂຮງໝໍຊຸມຊົນ ເພື່ອເປັນບ່ອນໃຫ້ຄໍາປຶກສາ, ປິ່ນປົວ; ເຮັດໃຫ້ຜູ້ເຄາະຮ້າຍເຫລົ່ານັ້ນ ໄດ້ກັບຄືນ ແລະ ເປັນຄົນທີ່ມີຄຸນຄ່າໃນສັງຄົມ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ; ໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທຳຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫລາຍກໍລະນີ; ໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸຂອງກາງ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສຳຄັນ ສາມາດຈັບກຸມຜູ້ກະທໍາຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

ພັກ, ລັດຖະບານ ຍັງໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ; ໃນເດືອນສິງຫາ 2023 ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ນະຄອນຫລວງວຽງຈັນ ເຊິ່ງສະແດງໃຫ້ເຫັນວ່າ ບັນ ດາປະເທດໃນທົ່ວໂລກ ໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານທີ່ສໍາຄັນ ທີ່ຈະພ້ອມກັນແກ້ໄຂໃຫ້ມີຜົນສໍາເລັດຢ່າງເປັນຮູບປະທຳ; ບັນດາປະເທດໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ ໂດຍສະເພາະ ແມ່ນໄດ້ຢືນຢັນຄືນຄຳໝັ້ນສັນຍາຢ່າງແຂງແຮງໃນການແກ້ໄຂບັນຫາຢາເສບຕິດ ຂອງບັນດາລັດຖະມົນຕີອາຊຽນ ຮັບຜິດຊອບວຽກງານດັ່ງກ່າວ ເພື່ອເຮັດໃຫ້ອາຊຽນ ປອດຢາເສບຕິດ ໂດຍສອດຄ່ອງກັບລະບຽບກົດໝາຍ ຂອງແຕ່ລະປະເທດສະມາ ຊິກອາຊຽນ.

– ປະຊາຊົນລາວບັນດາເຜົ່າທີ່ຮັກແພງ !.

ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງ ໄດ້ກາຍເປັນຂະບວນການຂ້າມຊາດ, ເຖິງວ່າຫລາຍປະເທດ ໄດ້ເພີ່ມທະວີມາດຕະການທາງກົດໝາຍ ທີ່ເດັດຂາດ, ໂປ່ງໄສ, ເປັນມືອາຊີບ, ມີຄວາມພະຍາຍາມ ໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວຢູ່ພາກພື້ນ ກໍຄື ຢູ່ໃນໂລກຍັງມີທ່າອ່ຽງ ແລະ ຄວາມຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ. ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າຂາຍ, ຂົນສົ່ງຢາເສບຕິດ ໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກສອກຫລີກ, ປັດຈຸບັນ ຢູ່ຫລາຍທ້ອງຖິ່ນໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນ ຢູ່ຕາມໂຮງຈັກໂຮງງານ ແລະ ຊາວໄຮ່ນາ ຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງ ໄດ້ພາກັນສ້າງຄວາມສັບສົນວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆພາຍໃນຄອບຄົວ ກໍຄື ຢູ່ຊຸມຊົນ; ເກີດມີການຂີ້ລັກງັດແງະ, ປຸ້ນຈີ່, ຊີງຊັບ, ຄາດຕະກຳ, ລັກພາຕົວ, ຄ້າໂສເພນີ, ລະເມີດກົດຈາລະຈອນ ພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນຫລວງ, ກໍ່ອາລະວາດຜິດຖຽງຕີກັນ ແລະ ອື່ນໆ.

ດັ່ງນັ້ນ, ເພື່ອສະກັດກັ້ນບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂຶ້ນນັ້ນ, ໃນຕໍ່ໜ້າ ຂ້າພະເຈົ້າຂໍສະເໜີ ມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຈົ່ງໄດ້ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ບາງບັນຫາດັ່ງນີ້:

ໜຶ່ງ: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ; ພ້ອມທັງກໍານົດເອົາວຽກງານດັ່ງ ກ່າວເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທ້າຍທັງຈັດຕັ້ງສະຫລຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ສອງ: ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫລາຍຮູບການ ເພື່ອປູກຈິດສຳນຶກໃຫ້ປະຊາຊົນລາວທຸກຊັ້ນຄົນໂດຍສະເພາະ ແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ສາມ: ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ ປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄວາມອົບອຸ່ນຂອງຄອບຄົວ ແລະ ສັງຄົມ.

ສີ່: ສຸມໃສ່ການປະຕິບັດມາດຕາການທາງກົດໝາຍ ທີ່ມີຄວາມເດັດຂາດ, ໂປ່ງໄສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວ ຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນຮັບປະກັນໃຫ້ການແກ້ໄຂບັນຫາຢາເສບຕິດໄດ້ຮັບການຈັດ ຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້.

ຫ້າ: ສຸມໃສ່ປັບປຸງກົງຈັກກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນລະບົບ, ມີຄວາມເປັນເອກະພາບ ໃນທົ່ວປະເທດ, ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ຫົກ: ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອ ໃຫ້ເຂົາເຈົ້າ ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງແທນການປູກພືດ ທີ່ມີສານເສບຕິດທີ່ຜິດກົດໝາຍ ພ້ອມທັງໃຫ້ດຳເນີນມາດຕະການດ້ານກົດໝາຍຢ່າງເດັດຂາດ, ໂປ່ງໄສ, ເປັນມືອາຊີບຕໍ່ຜູ້ກະທຳຜິດ.

ເຈັດ: ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະ

ໜັບສະໜູນ, ການແບ່ງປັນ, ການປະກອບສ່ວນເຂົ້າໃນການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນລວມທັງປະສານງານ ໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກ

ຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນ.

ນະໂອກາດ ວັນແຫ່ງຊາດຕ້ານຢາເສບຕິດປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍຄືຄະ ນະຮັບຜິດຊອບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;ຂ້າພະ ເຈົ້າ, ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະ ກອບການທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫລືອທາງດ້ານທຶນຮອນ, ວັດຖຸ-ອຸປະກອນຮັບໃຊ້ໃຫ້ແກ່ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫລອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອດັ່ງກ່າວ ຕໍ່ໄປອີກໃນອະນາຄົດ.

(ຂໍຂອບໃຈ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version