Home ທ່ອງທ່ຽວ ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ

ທ່າຝຣັ່ງ ວັງສີຄາມ ສະຖານທີ່ທ່ອງທ່ຽວ ຍອດນິຍົມຂອງ ແຂວງຄຳມ່ວນ

0

ອີງຕາມຂໍ້ມູນຈາກ ຂະແໜງທ່ອງທ່ຽວ, ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່າຝຣັ່ງ ວັງສີຄາມ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງເມືອງທ່າແຂກ ທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ປັດຈຸບັນທ່າຝຣັ່ງ ໄດ້ກາຍເປັນສະຖານທີ່ສໍາລັບພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກຳຕ່າງໆ ເຊັ່ນ: ກິນເຂົ້າປ່າ, ລອຍຫລິ້ນນໍ້າ ຂອງປະຊາຊົນຊາວ ເມືອງທ່າແຂກ ໂດຍສະເພາະແມ່ນມື້ພັກເສົາ-ອາທິດ ແລະ ເທສະການຕ່າງໆ.

ທ່າຝຣັ່ງວັງສີຄາມ ແມ່ນວັງນໍ້າໜຶ່ງໃນສາຍນໍ້າໂດນ ນອນຢູ່ໃນເຂດບ້ານສອງຄອນ ກັບບ້ານ ທອກ, ຫ່າງຈາກຕົວເມືອງທ່າແຂກ ປະມານ 18 ກິໂລແມັດ, ທ່າຝຣັ່ງແມ່ນເອີ້ນ ຕາມຊາວບ້ານ ມາແຕ່ສະໄໝຝຣັ່ງ ມາປົກຄອງລາວເພາະວັງນໍ້າດັ່ງກ່າວ ຄົນຝຣັ່ງມັກພາຄອບຄົວໄປພັກຜ່ອນ ແລະ ອາບນໍ້າ ເຊິ່ງເປັນວັງນໍ້າເລິກ, ບາງບ່ອນກໍມີກ້ອນຫີນ ພົ້ນຂຶ້ນຈາກໜ້ານໍ້າທີ່ມີສີຟ້າໃສ. ໃນເວລາທີ່ກຳລັງມຸ່ງໜ້າໄປສູ່ວັງນໍ້າແຫ່ງນີ້, ຖ້າເຮົາເງີຍໜ້າຂຶ້ນຈະແນມເຫັນພູ 3 ໜ່ວຍ, ສອງໜ່ວຍຈະຢູ່ດ້ານຂ້າງ ແລະ ອີກໜຶ່ງໜ່ວຍຈະຢູ່ກາງ ໜຶ່ງໃນພູສາມໜ່ວຍນີ້ມີໜ່ວຍໜຶ່ງຊື່ວ່າ ພູມ່ວງ (ເວລາຍ່າງເຂົ້າບ້ານທອກ ຢູ່ຟາກນໍ້າເບື້ອງຊ້າຍ) ໃນສະໄໝກ່ອນອາເມຣິກາ ເຄີຍໃຊ້ເປັນປ້ອມສອດແນມ ການເຄື່ອນຍ້າຍກຳລັງ ຂອງກອງ ທັບປະຊາຊົນລາວ ໂດຍສະເພາະ ການເຄື່ອນທັບເຂົ້າເພື່ອປົດປ່ອຍ ຕົວເມືອງທ່າແຂກ. ພູໜ່ວຍນີ້, ເມື່ອຂຶ້ນໄປແລ້ວຈະສາມາດ ແນມເຫັນຕົວເມືອງທ່າແຂກ ໄດ້ຢ່າງທົ່ວເຖິງ (ໃຊ້ເວລາຍ່າງຂຶ້ນປົກກະຕິປະມານ 4 ຊົ່ວໂມງ).

ທ່າຝຣັ່ງແຫ່ງນີ້ ແມ່ນໄດ້ຮັບການສຳປະທານ ເພື່ອພັດທະນາໂດຍແມ່ນບໍລິສັດ ເຄເຄ ພັດທະນາ ການທ່ອງທ່ຽວ ຈຳກັດ, ພາຍຫລັງທີ່ພັດທະນາແລ້ວ ໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 18 ທັນວາ 2018 ເຊິ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ແວະມາຢ້ຽມຢາມສະຖານທີ່ແຫ່ງນີ້ ບໍ່ໄດ້ຂາດສາຍ ແລະ ເມື່ອບໍ່ດົນຜ່ານມານີ້ ບໍລິສັດ ເຄເຄ ພັດທະນາ ການທ່ອງທ່ຽວ ກໍໄດ້ເປີດແຫລ່ງທ່ອງທ່ຽວຖໍ້າຊຽງລຽບ ເຊິ່ງຢູ່ໃກ້ກັບ ທ່າຝຣັ່ງ ວັງສີຄາມ ພຽງແຕ່ 1 ກິ ໂລແມັດ (ຢູ່ຟາກທາງເຂົ້າ ທ່າຝຣັ່ງ ເບື້ອງຂວາມື) ເໝາະສຳລັບນັກທ່ອງທ່ຽວສາຍລຸຍ ກັບກິດຈະກຳ Zipline ບໍ່ວ່າຈະເປັນ: ການຍ່າງຂົວອູ່, ຂົວຂັ້ນໄດ, ຂົວຮູບໂຕ V, ການຖ່າຍຮູບຢູ່ຕາຂ່າຍແມງມຸມ, ຂີ່ສາຍສະລິງ, ດື່ມກາເຟ ຢູ່ຮ້ານເທິງຕົ້ນໄມ້ ແລະ ອື່ນໆ.

ໂດຍ: ກອງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version