Home ຂ່າວໜ້າໜຶ່ງ ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ

0

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2023, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີຄະນະປະທານພາປະຊາຊົນແຂວງ ແລະ ພະແນກການກ່ຽວຂ້ອງຂັ້ນແຂວງຮ່ວມຕິດຕາມ.

ທ່ານ ຫວາງ ຈ່ຽນຕົງ ຮອງອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ລາຍງານສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການ ເຊິ່ງບໍລິສັດດັ່ງກ່າວ ໄດ້ຈົດທະບຽນສ້າງຕັ້ງໃນເດືອນພຶດສະພາ 2009 ທີ່ນະຄອນຫລວງວຽງຈັນ, ເປັນບໍລິສັດລະດັບສາກົນ ທີ່ດຳການເນີນຂຸດຄົ້ນ, ປຸງແຕ່ ແລະ ຈໍາໜ່າຍ ເກືອໂປຕາສ. ໃນປີ 2021 ໄດ້ຜະລິດທົດລອງ ແລະ ກາຍເປັນໂຄງການເກືອໂປຕາສ ລະດັບ 1 ລ້ານໂຕນທຳອິດໃນຂົງເຂດໃໝ່ ຂອງການຜະລິດເກືອໂປຕາສໃນໂລກ ເຊິ່ງຜະລິດຕະພັນເກືອໂປຕາສ ຂອງບໍລິສັດຊີໂນ-ອາກຣີ ດ້ສົ່ງອອກຈໍາໜ່າຍໃນຫລາຍປະເທດເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ນິວຊີແລນ ແລະ ຍີ່ປຸ່ນ ໄດ້ສ້າງອິດທິພົນທີ່ພົ້ນເດັ່ນໃນຕະຫລາດສາກົນ, ປັດຈຸບັນກຳລັງການຜະລິດແມ່ນບັນລຸ 2 ລ້ານໂຕນຕໍ່ປີ, ໃນທ້າຍປີ 2023 ຈະບັນລຸ 3 ລ້ານໂຕນຕໍ່ປີ, ປີ 2025 ຈະບັນລຸ 5 ລ້ານໂຕນຕໍ່ປີ ແລະ ອະນາຄົດຈະບັນລຸ 10 ລ້ານໂຕນຕໍ່ປີ ເພື່ອຕອບສະໜອງການບໍລິການ ຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ໄດ້ຊຸກຍູ້ການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫລາກຫລາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ. ນອກນີ້ໃນເຂດດັ່ງກ່າວ, ຍັງຈະໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ.

ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຍັງໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ດຳເນີນທຸລະກິດຂອງໂຄງການ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວໃນທ້ອງຖິ່ນ ລວມເຖິງການປະກອບສ່ວນ ຊ່ວຍເຫລືອສັງຄົມໃນດ້ານຕ່າງໆ ເປັນຕົ້ນ ພັດທະນາດ້ານພື້ນຖານໂຄງລ່າງຕ່າງໆໃຫ້ແກ່ບັນດາບ້ານໃນເຂດໂຄງການ, ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄື ແຂວງຄໍາມ່ວນ. ນອກນີ້, ຍັງສະເໜີໃຫ້ບໍລິສັດ ຊຸກຍູ້ສົ່ງເສີມໃນການປະກອບສ່ວນ ສ້າງພື້ນຖານໂຄງລ່າງຂອງແຂວງ ທີ່ມີຄວາມຈໍາເປັນ ເປັນຕົ້ນ ການປະກອບສ່ວນປັບປຸງສ້ອມແປງເສັ້ນທາງ, ການຊຸກຍູ້ໃຫ້ບໍລິສັດຂອງລາວ ໄດ້ມີສ່ວນຮ່ວມໃນການພັດທະນາໂຄງການຕ່າງໆຂອງບໍລິສັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາບໍລິສັດຂອງລາວ, ການຊຸກຍູ້ໃຫ້ພໍ່ແມ່ປະຊາຊົນທຳການຜະລິດກະສິກຳ ເພື່ອສະໜອງຜົນຜະລິດໃຫ້ແກ່ໂຮງງານ ລວມເຖິງກິດຈະກຳຕ່າງໆ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ເຂດ ອື່ນໆຂອງແຂວງຄໍາມ່ວນ.

ຂ່າວ: ກອງຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version