Home ຂ່າວການເມືອງ ລາວ ເຂົ້າຮ່ວມກອງປະຊຸມ ສະພາຜູ້ວ່າການທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ ທີ່ປະເທດເອຢິບ

ລາວ ເຂົ້າຮ່ວມກອງປະຊຸມ ສະພາຜູ້ວ່າການທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ ທີ່ປະເທດເອຢິບ

0

ໃນທ້າຍເດືອນ ກັນຍາ 2023 ຜ່ານມາ, ຄະນະຜູ້ແທນ ສປປ ລາວ, ຕາງໜ້າໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ສະພາຜູ້ວ່າການທະນາຄານ ການລົງທຶນໂຄງລ່າງພື້ນຖານອາຊີ (Asian Infrastructure Investment Bank-AIIB) ຄັ້ງທີ 8 ປະຈໍາປີ 2023 ພາຍໃຕ້ຫົວຂໍ້ “ການເຕີບໂຕທີ່ຍືນຍົງໃນສະພາບໂລກມີການປ່ຽນແປງ” ຢູ່ເມືອງຊາມເອວເຊກ ປະເທດເອຢິບ.

ກອງປະຊຸມ ໃນພາກການປຶກສາຫາລື ໄດ້ລົງເລິກ 2 ຫົວຂໍ້ຄື: ບົດບາດຂອງ AIIB ໃນການ ສະໜັບສະໜູນບັນດາປະເທດສະມາຊິກ ທ່າມກາງສະພາວະທີ່ບໍ່ມີຄວາມແນ່ນອນ ແລະ ການພັດ ທະນາເພື່ອຫລຸດຜ່ອນການປ່ອຍອາຍກາກບອນ ໂດຍສະໜັບສະໜູນ ເຮັດໃຫ້ໄລຍະຂ້າມຜ່ານໄປສູ່ການນຳໃຊ້ພະລັງງານສະອາດຢ່າງມີປະສິດທິພາບ ໂດຍບັນດາປະເທດສະມາຊິກ ໄດ້ລາຍງານຕໍ່ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານປະເທດຂອງຕົນ ໄລຍະຜ່ານມາ ໂດຍຕິດພັນກັບການສ້າງໂຄງລ່າງພື້ນຖານທີ່ເປັນປັດໄຈຮັບໃຊ້ການພັດທະນາ, ພ້ອມທັງສະເໜີຄວາມຮຽກຮ້ອງຕ້ອງ ການທີ່ມີລັກສະນະສະເພາະຂອງຕົນ ເພື່ອໃຫ້ AIIB ນຳໄປພິຈາລະນາປັບປຸງແນວທາງການວາງນະ ໂຍບາຍໃນອະນາຄົດ ໃຫ້ແທດເໝາະກັບຄວາມຕ້ອງການທີ່ແທ້ຈິງ ຂອງບັນດາປະເທດສະມາຊິກໂດຍສະເພາະ ນະໂຍບາຍການຫັນປ່ຽນການພັດທະນາໂຄງລ່າງພື້ນຖານທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ພ້ອມນັ້ນ, ບັນດາຜູ້ວ່າການ ໄດ້ສະໜັບສະໜູນນະໂຍບາຍ ການຫລຸດຜ່ອນກາກບອນຂອງ AIIB, ສະເໜີໃຫ້ເພີ່ມທະວີການສະໜອງທຶນເຂົ້າໃນວຽກງານ ການປ່ຽນແປງດິນຟ້າອາກາດ ເພື່ອຫລຸດຜ່ອນຜົນກະທົບ ຕໍ່ການພັດທະນາໂຄງລ່າງພື້ນຖານ ເພື່ອຮັບປະກັນຄວາມທົນທານ ແລະ ຍືນຍົງ, ສ້າງເງື່ອນໄຂທີ່ສ້າງສັນ ແລະ ມີວິວັດທະນາການ ເພື່ອລະດົມພາກເອກະຊົນມີສ່ວນຮ່ວມໃນການພັດທະນາໂຄງລ່າງພື້ນຖານ, ສະໜອງທຶນເງື່ອນໄຂຜ່ອນຜັນສູງໃຫ້ບັນດາປະເທດສະມາຊິກທີ່ມີລາຍໄດ້ຕ່ຳ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດສະມາຊິກ.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ພົບປະກັບສູນຮ່ວມມືຫລາຍຝ່າຍ ສຳລັບການສະໜອງທຶນເພື່ອການພັດ ທະນາ(MCDF) ໂດຍສະແດງຄວາມຂອບໃຈທີ່ MCDF ໄດ້ສະໜອງທຶນຊ່ວຍເຫລືອລ້າໃຫ້ ສປປ ລາວ ສໍາລັບການກະກຽມໂຄງການຂອງຂະແໜງໂຍທາທິການ ຈຳນວນ 700.000 ໂດລາສະຫະລັດ ແລະ ຊ່ວຍສ້າງຄວາມອາດສາມາດໃຫ້ຂະແໜງການກ່ຽວຂ້ອງຂອງ ສປປ ລາວ; ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ເພື່ອເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ເຊິ່ງ MDCF ໄດ້ເພີ່ມທະວີການຮ່ວມມືກັບບັນດາສະຖາບັນການເງິນສາກົນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ໃນທຸກພາກພື້ນ ເພື່ອສ້າງທ່າແຮງໃນການລະດົມທຶນ, ເພື່ອໃຫ້ສາມາດຊ່ວຍເຫລືອບັນດາປະເທດກຳລັງພັດທະນາ ໂດຍຍິນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການກະກຽມໂຄງການຂອງຫລາຍຂະແໜງການ ເປັນຕົ້ນ ການເຊື່ອມໂຍງເຊື່ອມຈອດ, ກະສິກຳ, ການຂົນສົ່ງ, ພ້ອມທັງການຝຶກອົບຮົມໃນວຽກງານທີ່ຕິດພັນກັບ ການກະກຽມອອກແບບ ແລະ ຈັດຕັ້ງປະຕິບັດໂຄງການ.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version