Home ຂ່າວການເມືອງ ຊົມເຊີຍວັນຊາດ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 74 ປີ

ຊົມເຊີຍວັນຊາດ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 74 ປີ

0

ວັນທີ 1 ຕຸລາ ຂອງທຸກໆປີ ປະຊາຊົນຈີນ ບັນດາເຜົ່າພາຍໃຕ້ການນໍາພາ ຂອງພັກຄອມມູນິດຈີນ ໄດ້ພ້ອມພາກັນຈັດຕັ້ງການສະເຫລີມສະຫລອງວັນຊາດ ຈີນ ກໍຄື ວັນສະຖາປະນາປະເທດສາທາລະນະລັດ ປະຊາຊົນຈີນ ( ສປ. ຈີນ) ຢ່າງເປັນທາງການ. ນັບຕັ້ງແຕ່ ວັນທີ 1 ຕຸລາ 1949 ມາເຖິງປັດຈຸບັນ ກໍເປັນໄລຍະເວລາເຖິງ 74 ປີ, ແຕ່ຖ້າສົມທຽບໃສ່ກັບ ບາງປະເທດທີ່ພັດທະນາແລ້ວ ໃນພາກພື້ນ ແລະ ໃນໂລກ, ສປ. ຈີນ ຖືວ່າຍັງຢູ່ໃນໄລຍະພັດທະນາບໍ່ດົນປານໃດ ແລະ ຢູ່ໃນຊ່ວງໄລຍະເວລາແຫ່ງການພັດທະນາຕົນເອງ ຢ່າງຮອບດ້ານ ແລະ ວ່ອງໄວ, ບໍ່ວ່າຈະເປັນການພັດທະ ນາທາງດ້ານການເມືອງ, ດ້ານເສດຖະກິດ, ເຕັກໂນໂລຊີ ແລະ ວັດທະນະທໍາ-ສັງຄົມ. ບັນດາການນໍາຂອງລັດຖະບານ ສປ. ຈີນ ກໍຄື ພັກຄອມມູນິດຈີນ ບໍ່ວ່າຈະເປັນຮຸ້ນໃດ ສະໄໝໃດ ກໍ່ຮໍ່າຮຽນ ແລະ ສໍານຶກຢູ່ສະເໝີວ່າ ປະເທດຊາດ ຈີນ ເມື່ອຫລາຍພັນປີກ່ອນນີ້ ເຄີຍມີປະຫວັດສາດແຫ່ງຄວາມຍິ່ງໃຫຍ່, ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ມີອະຣິຍະທໍາ ທີ່ເກົ່າແກ່ງົດງາມ, ແຕ່ພໍຮອດ ກາງສັດຕະວັດ ທີ 19 ພັດຖືກຕ່າງຊາດເຂົ້າມາຮຸກຮານ ຮາວີ ແລະ ແບ່ງແຍກ. ອັນໄດ້ເຮັດໃຫ້ປະເທດຊາດອ່ອນແອ ຫລ້າຫລັງ ແລະ ປະຊາຊົນ ຈີນ ທຸກຍາກຢ່າງແສນສາຫັດ. ນັບຕັ້ງແຕ່ ປະເທດຊາດ ໄດ້ຮັບການ ປົດປ່ອຍ, ພັກຄອມມູນິດຈີນ ໄດ້ເອົາໃຈໃສ່ ໃນການນໍາພາປະຊາຊົນທັງຊາດ ກ່ອນອຶ່ນໝົດແມ່ນປະຕິບັດສອງໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ຜົນສໍາເລັດຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ. ບັນດາຜູ້ນໍາພັກຄອມມູນິດຈີນ ຈຶ່ງຕັ້ງເປົ້າໝາຍ ແລະປຸກລະດົມປະຊາຊົນຈີນ ໃຫ້ເປັນຈິດໜຶ່ງໃຈດຽວ ໃນຄວາມພະຍາຍາມສ້າງໃຫ້ປະເທດຈີນ ກາຍເປັນປະເທດທີ່ຫຍິ່ງໃຫຍ່ ເຂັ້ມແຂງຮອບດ້ານ, ດັ່ງທ່ານປະທານປະເທດ ສີ ຈິ້ນຜິງ ໄດ້ກ່າວໃນໂອກາດປະກອບຄໍາເຫັນໃນງານສະແດງການເປີດເສັ້ນທາງແຫ່ງການຟື້ນຟູ, ໃນວັນທີ 29 ພະຈິກ 2012 ວ່າ: “ ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຫຍິ່ງໃຫຍ່ຂອງຊົນຊາດຈີນໃຫ້ປະກົດຜົນເປັນຈິງ ແມ່ນຄວາມໃຝ່ຝັນທີ່ຫຍິ່ງໃຫຍ່ທີ່ສຸດຂອງ ຊົນຊາດຈີນໃນຍຸກປັດຈຸບັນ”.

ໃນພາລະກິດ ປົກປັກຮັກສາຜົນສໍາເລັດຂອງການປະຕິວັດນັ້ນ, ພັກຄອມມູນິດ ຈີນ ໄດ້ເອົາໃຈໃສ່ ສືບຕໍ່ເສີມຂະຫຍາຍບົດບາດການນໍາພາຂອງພັກ ເພື່ອເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ມີຄວາມເປັນເອກະພາບກັນຢ່າງແໜ້ນແຟ້ນ ຕໍ່ການຊີ້ນໍາ ນໍາພາຂອງພັກຄອມມູນິດຈີນ ອັນມີປະທານ ເໝົາເຈີຕຸງ ເປັນຜູ້ຊີ້ນໍາ ແລະ ນໍາພາຢ່າງໃກ້ຊິດຕິດແທດກັບປະຊາຊົນ ໃນສະໄໝນັ້ນ, ຕໍ່ສູ້ຕ້ານທຸກກໍາລັງ ປໍລະປັກ ທີ່ຫວັງດັບມອດ ໄຟແຫ່ງການປະຕິວັດ, ດັບສູນໝາກຜົນຂອງການປະຕິວັດຊາດຂອງປະຊາຊົນຈີນ. ທັງນີ້ກໍເນື່ອງຈາກວ່າຢູ່ພາຍໃນປະ ເທດຍັງມີກຸ່ມສັກດີນາ ທີ່ຍັງມຸ້ງຫວັງຮັກສາອໍານາດ ແລະ ຜົນປະໂຫຍດຂອງຕົນໄວ້ຢູ່ໃນຫລາຍແຂວງ ຫລາຍເຂດແຄວ້ນ ໄດ້ໃຊ້ຄວາມພະຍາຍາມທຸກຢ່າງເພື່ອສືບຕໍ່ເປັນສ້ຽນໜາມຂອງການປະຕິວັດ. ຢູ່ພາຍນອກ ກໍ່ຄືພາກພື້ນ ແລະ ສາກົນ ບັນດາປະເທດທຶນນິຍົມ ເຫັນໄດ້ວ່າການຂະຫຍາຍຕົວຂອງພັກຄອມມູນິດ ກໍຄືຂະບວນການຮັກຊາດ ຢູ່ເຂດເອີລົບຕາເວັນອອກ ກໍາລັງຖືກແຜ່ລາມມາຮອດຂົງເຂດອາຊີແລ້ວ ພວກເຂົາຖືວ່າ ເຫດການດັ່ງກ່າວຈະກາຍເປັນ ທິດສະດີ ໂດມີໂນ, ຊຶ່ງຈະເປັນໄພອັນຕະລາຍ ແກ່ລະບອບທຶນນິຍົມຂອງພວກເຂົາ. ດັ່ງນັ້ນ, ພວກທຶນນິຍົມຈຶ່ງພະຍາຍາມເຮັດທຸກສິ່ງຢ່າງ ລວມທັງການປິດລ້ອມກົດດັນ ເພື່ອສະກັດກັ້ນ ແລະ ດັບມອດການແຜ່ອິດທິພົນຂອງ ພັກຄອມມູນິດຢູ່ທົ່ວໂລກ ໂດຍສະເພາະຂົງເຂດອາຊີ. ພັກຄອມມູນິດຈີນ ເພື່ອຜັນຂະຫຍາຍຍຸດທະສາດຂອງຕົນໃຫ້ປະກົດຜົນເປັນຈິງ ຈໍາເປັນຕ້ອງໄດ້ຕັດສິນໃຈ ເດັດດຽ່ວນໍາພາປະຊາຊົນຈີນ ທັງຊາດສືບຕໍ່ ການຕໍ່ສູ້ ເພື່ອປົກປັກຮັກສາ ແລະ ຖະນຸຖະໜອມໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຖາວອນ, ນໍາເອົາຄວາມສະຫງົບສຸກປອດໄພມາໃຫ້ປະຊາຊົນ, ນໍາເອົາຄວາມອີ່ມໜໍາສໍາລານ ຄວາມຢູ່ດີກິນດີ, ຄວາມສົມບຸນພູນສຸກມາໃຫ້ປະຊາຊົນທັງຊາດ.

ເພື່ອຜັນຂະຫຍາຍຍຸດທະສາດໃນການສ້າງສາພັດທະນາ ປະເທດຊາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຈີນ, ພັກຄອມມູນິດຈີນ ໄດ້ເລີ່ມສ້າງແຜນຍຸດທະສາດໃນການພັດທະນາເສຖະກິດ 5 ປີ ຄັ້ງທີ 1 ແຕ່ປີ 1953-1957. ເປົ້າໝາຍຫລັກຂອງແຜນການ 5 ປີ ຄັ້ງທີ 1 ແມ່ນເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການຜະລິດອຸດສາຫະກໍາ ເປັນບູລິມະສິດໃນການພັດທະນາ ຂອງພັກຄອມມູນິດຈີນ. ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 ເຫັນວ່າ ຂະແໜງອຸດສາຫະກໍາໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງໄວວາ. ດັ່ງນັ້ນ, ເພື່ອເຮັດໃຫ້ການພັດທະນາໄດ້ກວມເອົາທຸກຂົງເຂດວຽກງານແຫ່ງຊາດ, ພັກຄອມມູນິດຈີນ ໄດ້ມີວິໄສທັດທີ່ແຫຼມຄົມ ໂດຍເລີ່ມຈາກການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນແຕ່ລະຄັ້ງ ແຕ່ລະສະໄໝ, ຊອກຮູ້ດ້ານດີ, ດ້ານອ່ອນ, ດ້ານທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ. ຈາກນັ້ນກໍໄດ້ປະດິດຄິດສ້າງ ປັບປຸງແກ້ໄຂແຜນຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ເປັນແຕ່ລະໄລຍະ, ແຕ່ລະສະໄໝ ໂດຍໃຫ້ສອດຄ່ອງກັບສະ ພາບຕົວຈິງ, ເງື່ອນໄຂ, ສະພາບແວດລ້ອມພາຍໃນ ແລະ ສະພາບແວດລ້ອມພາຍນອກ, ທັງນີ້ກໍເພື່ອຮັບປະກັນໃຫ້ທຸກຂະແໜງການເສດຖະກິດ ໄດ້ມີການເອົາໃຈໃສ່ ແລະ ພັດທະນາໄປພ້ອມໆກັນຢ່າງກົມກຽວ. ປັດຈຸບັນ, ພັກຄອມມູນິດຈີນ ກໍາລັງຊີ້ນໍາ ແລະ ນໍາພາປະຊາຊົນຈີນ ບັນດາເຜົ່າ ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (2021-2025) ຮອດກາງສະໄໝຢ່າງຫ້າວຫັນ. ເປົ້າໝາຍຫລັກຂອງແຜນພັດທະນາ 5 ປີ ຄັ້ງທີ 14 ກໍແມ່ນ ຮັບປະກັນໃຫ້ການພັດທະນາເສດຖະກິດ ມີບາດກ້າວໃໝ່ ທີ່ພຽບພ້ອມໄປດ້ວຍຄຸນນະພາບທີ່ດີ; ເອົາໃຈໃສ່ໃນການປະຕິຮູບ ແລະການເປີດປະຕູສູ່ພາຍນອກ; ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນ; ຍົກສູງການນໍາພາຂອງພັກ ແລະ ການບໍລິຫານລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຕະຫລອດໄລຍະ 74 ປີ ແຫ່ງຄວາມພະຍາຍາມບຸກບືນ ສູ້ຊົນ ຂອງພັກ ລັດຖະບານ ແລະ ປະຊາຊົນຈີນ ສາ ມາດນໍາພາປະເທດຈີນ ໃຫ້ມີຄວາມຈະເລີນກ້າວໜ້າ ຢ່າງກ້າວກະໂດດ, ຈາກປະເທດເສດຖະກິດຫລ້າຫລັງ ຈົນກາຍມາເປັນປະເທດທີ່ມີຄວາມຫຍິ່ງໃຫຍ່ ເຂັ້ມແຂງທາງດ້ານເສດຖະກິດເປັນອັນດັບທີ ສອງຂອງໂລກ. ອິງຕາມຂໍ້ມູນ ການລາຍງານຄັ້ງຫລ້າສຸດຂອງ ກອງທຶນສາກົນ (IMF) ໃນການຈັດອັນດັບຂະໜາດເສດຖະກິດ ຂອງປີ 2023 (ຮອດເດືອນ ສິງຫາ 2023) ໃຫ້ຮູ້ວ່າ GDP ຂອງ ຈີນບັນລຸ 19,4 ລ້ານລ້ານ ໂດລາ ຫລືເທົ່າກັບ 18,43% ຂອງ GDP ໂລກ, ເປັນອັນດັບທີ ສອງຮອງຈາກ ອາເມລິກາ ທີ່ມີ GDP 26,9 ລ້ານລ້ານ ໂດລາ ຫລືເທົ່າກັບ 25,54% ຂອງ GDP ໂລກ. ອິງຕາມຂໍ້ມູນໜ້າຂ່າວຂອງ China-Briefing ແຈ້ງວ່າໄລຍະຫົກເດືອນຕົ້ນປີ 2023 ການຄ້າຕ່າງປະເທດ ຈີນ ບັນລຸໄດ້ 2,8 ລ້ານລ້ານ ໂດລາເພີ່ມຂຶ້ນ 2,1% ຕໍ່ປີ. ສິນຄ້າຂາອອກ ບັນລຸ 1,6 ລ້ານລ້ານ ໂດລາ ເພີ່ມຂຶ້ນ 3,7% ຕໍ່ປີ ແລະ ສິນຄ້ານໍາເຂົ້າປະມານ 1,2 ລ້ານລ້ານ ໂດລາ ຫລຸດລົງ 0,1% ຕໍ່ປີ. ການຄ້າສອງຝ່າຍກັບບັນດາປະເທດ ອາຊຽນ ຫົກເດືອນຕົ້ນປີ 2023 ບັນລຸ 428,9 ຕື້ ໂດລາ, ກັບປະເທດ ອີຢູ 383 ຕື້ ໂດລາ ແລະ ກັບ ອາເມລິກາ 313,37 ຕື້ໂດລາ ຫລຸດລົງ 8,4% ຕໍ່ປີ. ອິງຕາມຕົວເລກຂອງການຂະຫຍາຍຕົວທາງດ້ານເສດຖະກິດ ແຕ່ ປີ 2022 ເປັນຕົ້ນມາ ເມື່ອຮອດທ້າຍແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 (ປີ 2025), GDP ຂອງ ສປ.ຈີນ ຈະຢູ່ໃນລະດັບ 22,4 ລ້ານລ້ານ ໂດລາ. ພັກ ແລະ ລັດຖະບານ ສປ.ຈີນ ເພີ່ມທະວີການລົງທຶນເຂົ້າໃນຂະແໜງການອຸດສາຫະກໍາທີ່ນໍາໃຊ້ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີສູງ, ເພີ່ມງົບປະມານ ເຂົ້າໃນການຄົ້ນຄວ້າ ວິໃຈດ້ານເຕັກນິກ ວິທະຍາສາດ; ສົ່ງເສີມ ແລະ ເປີດກວ້າງການລົງທຶນ ເພື່ອດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ຊຸກຍູ້ການຫັນເປັນເສດຖະກິດດີຈີຕອລ ເທື່ອລະກ້າວ ເພື່ອຫັນການບໍລິການໃຫ້ເປັນທັນສະໄໝຢ່າງຮອບດ້ານ; ເພີ່ມທະວີການຄົ້ນຄວ້າດ້ານເຕັກໂນໂລຊີ ໂດຍສົ່ງເສີມຄວາມສາມາດໃນການຜະລິດອຸດສາຫະກໍາ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ. ສ້າງຄວາມເຂັ້ມແຂງໃນການຜະລິດອຸປະກອນສິ້ນສ່ວນໃນຂະແໜງໄມໂກຣຈິບເພື່ອຫລຸດຜ່ອນ ການເພີ່ງພາອາໄສຈາກພາຍນອກ. ພ້ອມດຽວກັນນີ້ກໍສົ່ງເສີມການຮ່ວມມື ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ພາກພື້ນ ແລະ ສາກົນ ໂດຍຜ່ານກົນໄກການຮ່ວມມື ເສດຖະກິດພາກພື້ນ, ອະນຸພາກພື້ນ, ຂອບການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຂອບການຮ່ວມມືຫລາຍຝ່າຍຕ່າງໆ ທີ່ ສປ ຈີນ ເປັນພາຄີ.

ເພື່ອບັນລຸເປົ້າໝາຍໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນ ນັ້ນແມ່ນມີຄວາມຈໍາເປັນຕ້ອງໄດ້ມີການພັດທະນາຢ່າງຮອບດ້ານ ແລະ ທຸກຂະແໜງການເສດຖະກິດ, ເຕັກນິກວິທະຍາສາດ, ສາທາລະນະສຸກ, ດ້ານການສຶກສາ ແລະ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບກໍ່ແມ່ນໜ້າທີ່ຕົ້ນຕໍຂອງພັກຄອມມູນິດຈີນ ທີ່ຈໍາເປັນຕ້ອງໄດ້ມີການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຮອບດ້ານ ທຸກເຫລົ່າທັບທີ່ມີຢູ່ໃນກອງທັບປົດປ່ອຍປະຊາຊົນຈີນ ເຊັ່ນ: ກໍາລັງທະຫານລາບ, ກໍາລັງທະຫານອາກາດ, ທະຫານເຮືອ, ກໍາລັງທະຫານລູກສອນໄຟ, ກໍາລັງທະຫານສະໜັບສະໜູນດ້ານຍຸດທະສາດ, ກໍາລັງຕໍາຫລວດປະກອບອາວຸດ ແລະ ກໍາລັງທັບສໍາຮອງ. ໃນພິທີສະຫລອງຄົບຮອບ 90 ປີ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ, ວັນທີ 1 ສິງຫາ 2017, ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ກ່າວວ່າ: “ສປ.ຈີນ ມີຄວາມຈໍາເປັນຕ້ອງປັບປຸງກອງທັບຂອງຕົນ ໃຫ້ເປັນກອງທັບລະດັບໂລກ (World-Class Military), ຊຶ່ງມີຄວາມກຽມພ້ອມໃນການຕໍ່ສູ້ ແລະ ມີໄຊຊະນະສົງຄາມ ທີ່ປະເທດຈີນ ບໍ່ມີວັນທີ່ຈະປະນີປະນອມ ໃນການປ້ອງກັນອະທິປະໄຕຂອງຕົນ”. ປັດຈຸບັນກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີການປັບປຸງໃຫ້ເປັນກອງທັບທີ່ທັນສະໄໝ ນໍາໃຊ້ເຕັກໂນໂລຊີທີ່ລໍ້າຍຸກລໍ້າສະໄໝເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ.

ເພື່ອບຸກທະລຸການພັດທະນາທາງດ້ານເຕັກນິກ ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ ສປ.ຈິນ ກໍາລັງຖືກກົດດັນ ແລະ ຈໍາກັດຮັດແຄບນັ້ນ ພັກຄອມມູນິດຈີນ ໄດ້ເພີ່ມທະວີການລົງທຶນໃສ່ການຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອບຸກທະລຸການຖືກຜູກຂາດດ້ານເຕັກນິກຈາກຕາເວັນຕົກ ໂດຍສະເພາະແມ່ນດ້ານ ໄມໂຄຼຈິບ. ປັດຈຸບັນ ສປ.ຈີນມີຄວາມລໍ້າໜ້າທາງດ້ານເຕັກໂນໂລຊີ; ການຄົ້ນຄວ້າ ວິໄຈ ດ້ານອາວະກາດ ກໍມີຄວາມວ່ອງໄວ ໂດດເດັ່ນ ແລະ ສາມາດສ້າງສະຖານີອາວະກາດເປັນຂອງຕົນເອງ, ສາມາດສົ່ງຍານອາວະກາດ ໄປຄົ້ນຄວ້າຢູ່ດວງຈັນ ເປັນອັນດັບທີ 3 ຂອງໂລກ. ອິງຕາມຂໍ້ມູນຈາກໜ້າຂ່າວຂອງ Space.com ແຈ້ງວ່າ ໃນປີ 2022 ສປ.ຈີນ ສົ່ງຍານອາວະກາດທັງໝົດ 64 ຄັ້ງ, ສະເພາະປີ 2023 (ຮອດເດືອນ ສິງຫາ) ສປ.ຈີນ ໄດ້ສົ່ງຍານອາວະກາດແລ້ວທັງໝົດ 37 ຄັ້ງ, ຖືວ່າເປັນປະເທດທີ່ສົ່ງຍານອາວະກາດຫລາຍທີ່ສຸດໃນໂລກ.

ໃນໂອກາດທີ່ ພັກ ລັດຖະບານ ແລະ ປະຊາຊົນຈີນ ມີຄວາມເອກອ້າງທະນົງໃຈ ໃນສະເຫລີມສະຫລອງ ວັນສະຖາປະນາ ສປ.ຈີນ ຄົບຮອບ 74 ປີ ແລະ ກໍເປັນປີທີ່ປະຊາຊົນສອງຊາດ ລາວ-ຈີນ ພ້ອມພາກັນສະຫລອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 62 ປີນີ້, ພັກ ລັດຖະບານ ແລະ ປະຊາຊົນລາວ ໃນຖານະທີ່ເປັນປະເທດເພື່ອນມິດໃກ້ຄຽງ, ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ສປ ຈີນ ແລະ ກໍາລັງເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ ບັນລຸຜົນສໍາເລັດ ເພື່ອນໍາເອົາຜົນປະໂຍດສູງສຸດມາສູ່ ປະຊາຊົນສອງຊາດ ລາວ-ຈີນ, ແມ່ນມີຄວາມຍິນດີ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ອັນໃຫຍ່ຫລວງ ທີ່ ພັກ ລັດຖະບານ ແລະ ປະຊາຊົນຈີນເພື່ອນມິດ ຍາດມາໄດ້ຕະຫລອດໄລຍະ 74 ຜ່ານມາ. ຜົນສໍາເລັດ ໃນການພັດທະນາເສດຖະ ກິດ-ສັງຄົມຂອງຈີນ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ ບັນດາປະເທດ ກໍາລັງພັດທະນາຕ່າງໆ ໃນໂລກ ໄດ້ເອົາເປັນແບບຢ່າງ ເພື່ອສູ້ຊົນສ້າງສາປະເທດຂອງຕົນໃຫ້ມີຄວາມຈະເລີນດັ່ງດຽວກັບ ປະເທດ ສປ.ຈີນ. ທີ່ສໍາຄັນ ພັກ ແລະ ລັດຖະບານ ສປ.ຈີນ ນອກຈາກ ນໍາພາປະຊາຊົນພັດທະນາປະເທດຕົນເອງ ໃຫ້ມີຄວາມສີວິໄລແລ້ວ ຍັງໄດ້ເອົາ ໃຈໃສ່ປະກອບສ່ວນຊ່ວຍເຫລືອ ດ້ານທຶນຮອນ, ເຕັກນິກວິຊາການ, ສົ່ງເສີມການຄ້າການລົງທຶນ ກັບບັນປະເທດກໍາລັງພັດທະນາຕ່າງໆ ໃນພາກພື້ນ ແລະ ໃນໂລກ ທີ່ເຂົ້າຮ່ວມໃນໂຄງການຂໍ້ລິເລີ່ມຕ່າງໆຂອງ ຜູ້ນໍາ ຈີນ ເຊັ່ນ: ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ; ຂໍ້ລິເລີ່ມໃນການພັດທະນາໂລກ; ຂໍ້ລິເລີ່ມດ້ານຄວາມປອດໄພຂອງໂລກ ແລະ ຂໍ້ລິເລີ່ມ ດ້ານຄວາມສີວິໄລຂອງໂລກ ເປັນຕົ້ນ. ໃນໂອກາດວັນຊາດ ວັນທີ 1 ຕຸລາ ຂອງ ສາທາລະນະລັດ ປະຊາຊົນ ຈີນ, ຈຶ່ງຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສໍາເລັດໃນການປົກປັກຮັກສາປະເທດຊາດ ແລະ ການສ້າງສາພັດທະນາປະເທດສັງຄົມນິຍົມ ທີ່ມີສີສັນພິເສດຂອງ ຈີນ. ຂໍອວຍພອນໃຫ້ມິດຕະພາບລາວ-ຈີນ, ການຮ່ວມມືລາວ-ຈີນ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ເກີດດອກອອກຜົນຕະຫລອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version