Home ຂ່າວການເມືອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປະດັບຫລຽນກາທີ່ລະນຶກ ໃຫ້ທູດລາວ

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປະດັບຫລຽນກາທີ່ລະນຶກ ໃຫ້ທູດລາວ

0

ວັນທີ 28 ກັນຍາ 2023 ຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຈັດພິທີປະດັບຫລຽນກາທີ່ລະນຶກ ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ ໃຫ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສປປ ລາວ ປະຈຳ ສສ ຫວຽດນາມ ເປັນກຽດປະດັບໂດຍ ສະຫາຍ ຟານ ແອງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບ ຫວຽດນາມ.

ໂອກາດນີ້, ສະຫາຍ ຟານ ແອງ ເຊີນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນໄລຍະປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ຕະຫລອດໄລຍະ 4 ປີຜ່ານມາ, ສະຫາຍເອກອັກຄະລັດຖະທູດ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນ, ຮ່ວມມື ລະຫວ່າງສອງ ປະເທດລາວ-ຫວຽດນາມ ວຽກງານການເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການສຶກສາ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນກິດຈະກໍາ ການສະເຫລີມ ສະຫລອງປີສາມັກຄີ ມິດຕະພາບ ເພື່ອພ້ອມກັນລະນຶກ ຄືນສອງວັນປະຫວັດສາດ ທີ່ສຳຄັນຂອງສອງຊາດຄື: ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ທີ່ຜ່ານມາ, ພິເສດສະຖານທູດໄດ້ປະສານສົມທົບກັບສະມະຄົມ ມິດຕະພາບຫວຽດນາມ-ລາວ-ຫວຽດນາມ ຮ່ວມກັນຈັດຕັ້ງປະຕິບັດຫລາຍກິດຈະກຳ ການເຄື່ອນໄຫວການທູດ ປະຊາຊົນອັນເດັ່ນທີ່ສຸດ ແມ່ນງານມະໂຫລານມິດຕະພາບ ຫວຽດນາມ-ລາວ ຄັ້ງທີ 5, ການພິມຈຳໜ່າຍປື້ມ ຮ່ວມສາຍ ພູຫລວງເປັນ ສອງພາສາ, ຮ່ວມກັນຈັດການ ຖາມຕອບໃນຫົວຂໍ້ “ຂອງທີ່ລະນຶກແຫ່ງຄວາມຊົງຈຳ” ຊຶ່ງສະຫາຍທູດ ໄດ້ປະກອບສ່ວນ ອັນສຳຄັນ ເຂົ້າໃນການ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.

ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສຸດໃຈມາຍັງພັກ, ລັດ ຫວຽດນາມ ໂດຍສະເພາະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສະມາຄົມມິດຕະພາບ ຫວຽດ ນາມ-ລາວ ທີ່ໃຫ້ຄວາມສຳຄັນ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງຕົນ, ຊຶ່ງມັນສະແດງອອກດ້ວຍ ການປະດັບຫລຽນກາ ທີ່ລະນຶກຄັ້ງນີ້. ນອກນີ້, ສະຫາຍຍັງໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ມາດຳລົງຕຳແໜ່ງ ເປັນເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ມີລັກສະນະພິເສດ ເນື່ອງຈາກວ່າຖືກກັບໄລຍະ ເກີດມີການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ກໍຄື ສອງຊາດລາວ-ຫວຽດນາມ ເຊິ່ງໄດ້ສົ່ງຜົນກະທົບ ຢ່າງຮ້າຍແຮງຕໍ່ມວນມະນຸດ ໂດຍສະເພາະແມ່ນການໄປມາຫາສູ່ ແລະ ລວມທັງ ກະທົບຕໍ່ການ ເຄື່ອນໄຫວວຽກຕ່າງໆ, ແຕ່ເຖິງຢ່າງໃດກໍຕາມຕະຫລອດໄລຍະປະຈໍາ ການຢູ່ຫວຽດນາມ ກໍໄດ້ຮັບການສະໜັບ ສະໜູນຊ່ວຍເຫລືອຈາກພັກ, ລັດ ແລະ ປະຊາຊົນຫວຽດນາມແຕ່ສູນກາງຮອດທ້ອງຖິ່ນ ໂດຍສະເພາະ ການສະໜັບສະໜູນ ແລະ ການຊ່ວຍເຫລືອຂອງ ສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ເປັນຕົ້ນ ການຂົນຂວາຍທຶນຮອນ, ຜ້າອັດປາກ ແລະ ຢາວັກຊິນເປັນ ຈຳນວນຫລວງ ຫລາຍເພື່ອໄປຊ່ວຍລາວ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ພາຍຫລັງກັບຄືນປະເທດ ບໍ່ວ່າຕົນເອງຢູ່ໃນ ສະຖານະໃດກໍຕາມ ສະຫາຍຈະສືບຕໍ່ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນອັນພິເສດຂອງສອງປະເທດ ທີ່ມີໜຶ່ງບໍ່ມີສອງໃນໂລກໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version