Home ຂ່າວຕ່າງປະເທດ ສສ ຫວຽດນາມ-ສປປ ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ

ສສ ຫວຽດນາມ-ສປປ ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ ວັນທີ 20 ກັນຍາ, ຢູ່ນະຄອນໂຮ່ຈິມິນ, ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ສົມ ທົບກັບສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ (LASES) ແລະ ສະພາ ມະຫາບັນດິດລາຊະອານາຈັກກຳປູເຈຍ (RAC) ຈັດກອງປະຊຸມສາກົນ ພາຍໃຕ້ຫົວຂໍ້ “ການຮ່ວມມືດ້ານການຄ້າ, ການລົງທຶນ ລະຫວ່າງ ສສ ຫວຽດນາມ, ສປປ ລາວ, ກຳປູເຈຍ ໃນສະພາບການດີຈີຕອນ” ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ 3 ບັນຫາ ລວມມີ: ທ່າອ່ຽງພັດທະນາເສດຖະກິດດີຈີຕອນ ແລະ ປະສົບການໃນການໝູນໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນການພັດທະນາ ການຄ້າ ແລະ ການລົງທຶນຢູ່ ສສ ຫວຽດ ນາມ, ສປປ ລາວ, ກຳປູເຈຍ; ແລະ ສິ່ງທ້າທາຍ ຈາກຂະບວນການ ຫັນເປັນ ດີຈີຕອນ ຕະຫລອດ ຮອດເລື່ອງ ຊຸກຍູ້ການຮ່ວມມື ດ້ານການຄ້າ, ການລົງທຶນ ລະຫວ່າງ 3 ປະເທດ; ບັນດາ ມາດຕະການ ແກ້ໄຂ ເພື່ອຊຸກຍູ້ ການຮ່ວມມື ດ້ານການຄ້າ, ການລົງທຶນ ທັງສາມປະເທດ ໃນພື້ນຖານ ເສດຖະກິດ ດີຈີຕອນ ແລະ ເພື່ອຊຸກຍູ້ ການພັດທະນາ ເສດຖະກິດ ດີຈີຕອນ ໃນໄລຍະ ຈະມາເຖິງ, ໂດຍ ທັງ 3 ປະເທດ ຕ້ອງສ້າງ ແລະ ປັບປຸງ ສະພາບ ແວດລ້ອມ ດ້ານລະບອບ ລະບຽບການ ໃຫ້ສົມບູນແບບ ເພື່ອຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງໄລຍະເຊື່ອມໂຍງ ເຂົ້າກັບ ສາກົນ ໃນເງື່ອນໄຂ ເສດຖະກິດ ດີຈີຕອນ; ສົ່ງເສີມ, ສ້າງເງື່ອນໄຂ ສະດວກ ແລະ ໜູນຊ່ວຍ ບັນດາ ວິສາຫະກິດ ເລີ່ມດຳເນີນ ທຸລະກິດ, ນະວັດຕະກຳ.ລັດຖະບານ ຕ້ອງສ້າງ ພື້ນຖານ ໂຄງລ່າງ ດ້ານເຕັກນິກ ດີຈີຕອນ ເພື່ອໃຫ້ບັນດາ ວິສາຫະກິດ ເຊື່ອມໂຍງ ແລະ ກຳແໜ້ນ ທ່າອ່ຽງ, ທ່າແຮງ ຂອງຍຸກສະໄໝ ເສດຖະກິດ ດີຈີຕອນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version