Home ຂ່າວຕ່າງປະເທດ ໂອຕຣິດ ກຽມເພີ່ມເງິນບຳນານໃນປີ 2024 ເພື່ອຮັບມືກັບພາວະເງິນເຟີ້

ໂອຕຣິດ ກຽມເພີ່ມເງິນບຳນານໃນປີ 2024 ເພື່ອຮັບມືກັບພາວະເງິນເຟີ້

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກັນຍາ ຜ່ານມາ, ລັດຖະບານໂອຕຣິດ ໄດ້ປະກາດແຜນການເພີ່ມເງິນບຳນານປະມານ 9,7% ພາຍໃນປີ 2024 ເນື່ອງຈາກອັດຕາເງິນເຟີ້ເພີີ່ມສູງຂຶ້ນທີ່ສຸດພາຍໃນປະເທດ. ທ່ານ ໂຢຮັນເນສ ເຣາ ລັດຖະມົນຕີກະຊວງກິດຈະການສັງຄົມຂອງໂອຕຣິດ ລະບຸວ່າ: ແຜນການນີ້ມີມູນຄ່າ 5,3 ພັນລ້ານເອີໂຣ ຈະຄວບຄຸມຜູ້ຮັບເງິນບຳນານ 2,2 ລ້ານຄົນ. ຂ່າວລະບຸວ່າ: ການປັບເພີ່ມເງິນບຳນານແມ່ນອີງຕາມອັດຕາເງິນເຟີ້ສະເລ່ຍລາຍເດືອນ ຕັ້ງແຕ່ເດືອນສິງຫາ 2022 ຈົນເຖິງເດືອນກໍລະກົດ 2023. ທັງນີ້, ໂອຕຣິດ ປະເຊີນກັບອັດຕາເງິນເຟີ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງຕັ້ງແຕ່ຕົ້ນປີ 2022 ຊຶ່ງສາເຫດຫຼັກມາຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນ. ສຳນັກງານສະຖິຕິແຫ່ງຊາດ ໂອຕຣິດ ລະບຸວ່າ: ອັດຕາເງິນເຟີ້ໃນປະເທດຫຼຸດລົງຈາກ 10% ໃນໄລຍະທ້າຍປີ 2022 ຢູ່ທີ່ 7,5% ໃນເດືອນສິງຫາ 2023 ແຕ່ຍັງຄົງສູງເມື່ອທຽບກັບປະເທດອື່ນໆໃນເຂດເອີຣົບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version