Home ຂ່າວພາຍໃນ ທ່ານປະທານສູນກາງແນວລາວສ້າງຊາດໂອ້ລົມພະນັກງານປະຕິວັດອາວຸໂສບຳນານ

ທ່ານປະທານສູນກາງແນວລາວສ້າງຊາດໂອ້ລົມພະນັກງານປະຕິວັດອາວຸໂສບຳນານ

0

ໃນວັນທີ 15 ກັນຍາ ຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ໄດ້ພົບປະໂອ້ລົມ ພະນັກງານປະຕິວັດອາວຸໂສບໍານານ ອ້ອມຂ້າງ ສນຊ.

ທ່ານ ສິນລະວົງ ຄຸດໄພທູນ ມີຄໍາເຫັນວ່າ: ຈຸດປະສົງຂອງການພົບປະໂອ້ລົມພະນັກງານປະຕິວັດອາວຸໂສບໍານານ ຂອງ ສນຊ ຄັ້ງນີ້ ເພື່ອເປັນການພົບປະແລກປ່ຽນຄວາມຄິດຄວາມເຫັນຂອງພະນັກງານອະດີດການນໍາ ພະນັກງານປະຕິອາວຸໂສບໍານານ ເພື່ອຈະໄດ້ນໍາເອົາຄວາມຄິດເຫັນຕ່າງໆໄປພັດທະນາ ປັບປຸງ ວຽກງານຂອງແນວລາວສ້າງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ ພ້ອມກັນນີ້ ບັນດາທ່ານພະນັກງານປະຕິວັດອາວຸໂສບໍານານໄດ້ປະກອບຄໍາເຫັນຢ່າງກົງກົງມາ ຕໍ່ບັນຫາສໍາຄັນຂອງຊາດ ໂດຍສະເພາະແມ່ນສະພາບລວມ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ການຈັດຕັ້ງປະຕິບັດວຽກງານຂອງແນວລາວສ້າງຊາດ ລວມທັງການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສບໍານານ ແລະ ວຽກງານອື່ນໆ.

ໃນກອງປະຊຸມຄັ້ງນີ້: ຍັງໄດ້ຍົກໃຫ້ຮູ້ວ່າ: ບັນດາກະຊວງ ອົງການໄດ້ມີຄໍາຂວັນເປັນຂອງຕົນເອງເພື່ອເປັນຂໍ້ແຂ່ງຂັນໃນການພັດທະນາອົງການຂອງຕົນ ໃນນັ້ນ ແນວລາວສ້າງຊາດຄວນຈະມີຄໍາຂວັນເປັນຂອງຕົນເອງ ໃນນີ້ ຍັງໄດ້ສະເໜີ 4 ການເສີມສ້າງຂອງແນວລາວສ້າງຊາດ ເພື່ອຈະເປັນຄຳຂວັນເຊັ່ນ: ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ເສີມສ້າງຄຸນງາມຄວາມດີ ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ, ພ້ອມກັນນັ້ນ ຄະນະຍັງໄດ້ໄປທັດສະນະສຶກສາເຂດພັດທະນາກວມລວມໄຊເຊດຖາ ໂດຍສະເພາະແມ່ນບໍລິສັດ ລົດໄຟ-ລາວຈີນ, ບໍລິສັດ ໂຊລ້າເຊວ ໂດຍການຕ້ອນຮັບຂອງທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເຊດຖາ ທີ່ເປັນເຂດພັດທະນາອຸດສາຫະກໍາຊຶ່ງມີທັງໝົດ 221 ບໍລິສັດມາລົງທຶນ ມີແຜນການລົງທຶນທັງໝົດ 6,4 ຕື້ໂດລາ.

ຂໍ້ມູນຈາກ: ສນຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version