Home ທຸລະກິດ ຄອບຄົວຕົວແບບໃນການປູກໄມ້ໄຜ່ກິມຊຸງ ແລະ ລ້ຽງກົບ

ຄອບຄົວຕົວແບບໃນການປູກໄມ້ໄຜ່ກິມຊຸງ ແລະ ລ້ຽງກົບ

0

ອີງຕາມການໃຫ້ສໍາພາດຂອງລຸງອາດ ບ້ານຄຳຕ໋ອງລ໋ອງ ເມືອງຈຳພອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຄອບຄົວຂອງຕົນໄດ້ເລີ່ມປູກໄມ້ໄຜ່ກິມຊຸງ ແຕ່ປີ 2019, ໃນເບື້ອງຕົ້ນແມ່ນ ຊື້ເບ້ຍໄຜ່ມາ 2 ເບ້ຍມາປູກ, ຈາກນັ້ນໄດ້ຂະຫຍາຍຕອນພັນເອງ ປູກມາເລື້ອຍໆ, ປັດຈຸບັນປູກໄດ້ທັງໝົດ 280 ສຸມ; ແຮງງານຫຼັກແມ່ນສອງຄົນກັບລູກຊາຍ ລາຍໄດ້ຈາກການຕັດໄມ້ຂາຍໃນລະດູແລ້ງ ເດືອນມັງກອນຫາເດືອນເມສາຂອງທຸກໆປີ, ນອກຈາກຂາຍໄມ້ ກໍຍັງຂາຍໜໍ່ອີກ, ສາມາດສ້າງລາຍຮັບປີໜຶ່ງ ເຖິງ 10.000.000 ກີບ ນອກຈາກປູກໄມ້ໄຜ່ກິມຊຸງແລ້ວ ຍັງລ້ຽງກົບຕື່ມອີກລາຍໄດ້ຈາກການຂາຍກົບປີໜຶ່ງ 5 ລ້ານກີບ, ລວມລາຍຮັບປີໜຶ່ງ 15.000.000 ກີບ.

ຂ່າວ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version