Home ຂ່າວພາຍໃນ ເຊກອງ ເລັ່ງປະຕິບັດວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2023

ເຊກອງ ເລັ່ງປະຕິບັດວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2023

0

ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ກ່າວວ່າ: ໃນ 6 ເດືອນທ້າຍປີນີ້, ແຂວງຈະສຸມໃສ່ວຽກງານຮີບດ່ວນໃຫ້ສໍາເລັດຈໍານວນໜຶ່ງດັ່ງນີ້: ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ,ເຂັ້ມແຂງ ແລະ ໜັກແໜ້ນ, ຖືເອົາຜົນການສໍາຫຼວດກວດກາດໍາເນີນຊີວິດການເມືອງກາງສະໄໝ, ຄໍາຕໍານິຕິຊົມຂອງເພື່ອນສະຫາຍ, ພະນັກງານຫຼັກແຫຼ່ງພາຍໃນອົງຄະນະພັກ, ຮາກຖານພັກແຕ່ລະຂັ້ນເປັນບ່ອນອີງໃນການປັບປຸງຕົນເອງໃຫ້ຫັນປ່ຽນແບບແຜນການນໍາພາ, ວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດໄປສູ່ຄຸນນະພາບ; ສຶບຕໍ່ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງໃຫ້ມີຜົນສໍາເລັດຫຼາຍກ່ວາເກົ່າ ແລະ ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າເຂົ້າໃຈສະພາບການຢ່າງຮອບດ້ານເພື່ອຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ. ປະຕິບັດມາດຕາການປະຄັບປະຄອງ ແລະ ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນທາງດ້ານເສດຖະກິດໃຫ້ມີປະສິດທິຜົນ, ຖືການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນຕໍ. ປົກປັກຮັກສາ, ນໍາໃຊ້ບໍລິການໃນວຽກງານສຶກສາ, ສາທາທີ່ມີຢູ່ໃຫ້ມີປະສິດທິຜົນ, ປົກປັກຮັກສາພັດທະນາທ່າແຮງດ້ານວັດທະນາທໍາ ແລະ ການທ່ອງທ່ຽວໄປສູ່ຄຸນນະພາບ. ສຸມໃສ່ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ, ວັນເກີດຂອງອາດີດປະທານ ຄໍາໄຕ ສີພັນດອນຄົບຮອບ 100 ປີ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 75 ປີ ໃຫ້ມີຜົນສໍາເລັດ ເພື່ອຈັດຕັ້ງການສະເຫຼີມສະຫຼອງໃນຕົ້ນປີ 2024. ກະກຽມຄວາມພ້ອມ ແລະ ເຝົ້າລະວັງຜົນກະທົບໄພພິບັດຈາກທໍາມະຊາດທີ່ອາດຈະເກີດຂຶ້ນໃນລະດູຝົນນີ້. ສຸມໃສ່ການກະກຽມສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນທ້າຍປີ 2023 ນີ້.

(ຂ່າວ: ຕະວິນຍານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version