Home ຂ່າວພາຍໃນ ກະຊວງການເງິນ ເປີດປ່ອງບໍລິການສອບຖາມຂໍ້ມູນອາກອນ ສາຍດ່ວນ 1466

ກະຊວງການເງິນ ເປີດປ່ອງບໍລິການສອບຖາມຂໍ້ມູນອາກອນ ສາຍດ່ວນ 1466

0

ກະຊວງການເງິນ ໄດ້ຈັດພິທີເປີດປ່ອງບໍລິການສອບຖາມຂໍ້ມູນ ໃຫ້ຄໍາປຶກສາກ່ຽວກັບວຽກງານ ສ່ວຍສາອາກອນ ສາຍດ່ວນ Call center 1466 ເພື່ອແຈ້ງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຮັບຮູ້ ແລະ ນຳໃຊ້ຊ່ອງທາງດັ່ງກ່າວ ໃຫ້ສາມາດເຂົ້າເຖິງຂໍ້ມູນ, ການໃຫ້ຄໍາແນະນໍາ ແລະ ໃຫ້ຄໍາປຶກສາຕອບຂໍ້ຂ້ອງໃຈ ກ່ຽວກັບວຽກງານສ່ວຍສາອາກອນ ໃຫ້ມີຄວາມວ່ອງໄວ ທັນກັບສະພາບການໃນປັດຈຸບັນ. ພິ​ທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ສິງ​ຫາ ນີ້ ທີ່​ກົມ​ສ່ວຍ​ສາ​ອາ​ກອນ ໂດຍ​ມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ກ່າວວ່າ: ໃນໄລຍະຜ່ານການໃຫ້ຄຳປຶກສາວຽກງານສ່ວຍສາອາກອນ ຍັງບໍ່ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ບໍ່ລວມສູນຢູ່ບ່ອນດຽວ, ບໍ່ມີຮູບແບບການຕອບຄໍາຖາມທີ່ຊັດເຈນ ເຮັດໃຫ້ຜູ້ເສຍອາກອນເກີດຄວາມສັບສົນ ແລະ ຍັງຊັກຊ້າ. ນອກຈາກນັ້ນ, ການເຂົ້າເຖິງຂໍ້ມູນທີ່ຕິດພັນກັບວຽກງານສ່ວຍສາອາກອນ ກໍຍັງມີຄວາມຫຍຸ້ງຍາກ ແລະ ມີຂອບເຂດຈຳກັດ. ສະນັ້ນ, ການເປີດປ່ອງບໍລິການສອບຖາມຂໍ້ມູນອາກອນທາງໂທສະສັບ ແມ່ນເປັນໃບໜ້າໃໝ່ຂອງກົມສ່ວຍສາອາກອນ ແລະ ເປັນຄັ້ງທຳອິດ ທີ່ໄດ້ສ້າງຕັ້ງຂຶ້ນຕາມແຜນພັດທະນາ ຂອງຂະແໜງສ່ວຍສາອາກອນ 2021-2025 ທີ່ໄດ້ກໍານົດໄວ້ ເພື່ອເປັນການສ້າງມາດຕະຖານໃນການບໍລິການ ແລະ ໃຫ້ຄຳປຶກສາ ຜູ້ເສຍອາກອນໃນຂອບເຂດທົ່ວປະເທດ ທັງເປັນເງື່ອນໄຂທີ່ຂະແໜງສ່ວຍສາອາກອນ ໃນແຕ່ລະປະເທດຕ້ອງມີ ເພາະເປັນກະບອກສຽງ ໃນການສ້າງຄວາມເພິ່ງພໍໃຈ ໃຫ້ແກ່ຜູ້ເສຍອາກອນ, ຫັນເຂົ້າສູ່ລະບຽບກົດໝາຍໃຫ້ຫຼາຍຂຶ້ນ.

ສຳລັບການເປີດບໍລິການສອບຖາມຂໍ້ມູນ Call center 1466 ແມ່ນໃຫ້ບໍລິການຕາມວັນເວລາໂມງລັດຖະການ (ວັນຈັນ ຫາວັນສຸກ) ເລີ່ມແຕ່ເວລາ 8:30-16:00 ໂມງ, ປັດຈຸບັນສາມາດໂທເຂົ້າຜ່ານສາຍດ່ວນໝາຍເລກໂທລັບສັບ 1466. ພ້ອມນັ້ນ, ຍັງມີຊ່ອງທາງການຕິດຕໍ່ຜ່ານ Socialme dia ກໍຄື E-Mail, WhatsApp, Facebook ຂອງກົມສ່ວຍສາອາກອນ (ແມ່ນຈະໃຫ້ບໍລິການໃນ phrase ຕໍ່ໄປ).

ສ່ວນເປົ້າໝາຍການໃຫ້ບໍລິການ ເພື່ອເສີມຂະຫຍາຍໜ່ວຍງານບໍລິການປະຕູດຽວ One stop service ໃນການໃຫ້ຂໍ້ມູນກັບຜູ້ປະກອບການກໍຄືບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ, ສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະ ສອບຖາມຂໍ້ຂ້ອງໃຈ ເປັນຕົ້ນແມ່ນ ຂໍ້ມູນດ້ານກົດໝາຍກົດໝາຍ ເຊັນ: ກົດໝາຍຄຸ້ມຄອງສ່ວຍສາອາກອນ, ກົດໝາຍອາກອນລາຍໄດ້, ກົດໝາຍອາກອນຊົມໃຊ້, ກົດໝາຍອາກອນມູນຄ່າເພີ່ມ, ນິຕິກຳ, ລະບຽບການ, ຄໍາແນະນໍາການຈັດຕັ້ງປະຕິບັດ ແລະ ບັນດາແຈ້ງການດ່ວນຕ່າງໆ, ລວມທັງຂໍ້ມູນກ່ຽວກັບການນໍາໃຊ້ລະບົບ TaxRIS (ເປັນຕົ້ນ ການແຈ້ງ-ການມອບອາກອນ ຜ່ານລະບົບTaxRIS).

ປັດຈຸບັນປ່ອງບໍລິການ Call center 1466 ຂອງກະຊວງການເງິນ ມີ 3 License ແລະ ມີ ພະນັກງານຮັບສາຍໃຫ້ບໍລິການ 3 ທ່ານ. ນອກຈາກນີ້, ຍັງມີລະບົບ Knowledge Base System ກໍຄືລະບົບ KBS ເປັນຖານຂໍ້ມູນທັງໝົດ ກ່ຽວກັບວຽກງານສ່ວຍສາອາກອນ ເພື່ອໃຫ້ພະນັກງານສາມາດເບິ່ງເປັນບ່ອນອີງ ໃນການຕອບຂໍ້ຂ້ອງໃຈໃຫ້ແກ່ຜູ້ໂທເຂົ້າມາ, ທຸກການສົນທະນາຂອງຫົວໜ່ວຍທຸລະກິດ ແລະ ພະນັກງານ ທີ່ໃຫ້ຂໍ້ມູນຈະຖືກບັນທຶກ (Record) ເຂົ້າໃນລະບົບທຸກຄັ້ງ ແລະ ລະບົບຍັງສາມາດຶງເອົາຂໍ້ມູນດັ່ງກ່າວ ອອກມາເປັນບົດສະຫຼຸບ-ລາຍງານ ໃຫ້ຄະນະນໍາ ຮັບຊາບເປັນແຕ່ລະໄລຍະ.

ຂ່າວ-ພາບ: ກະຊວງການເງີນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version