Home ຂ່າວພາຍໃນ ຕະຫລາດລາວ ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ

ຕະຫລາດລາວ ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ

0

ຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ຮັບໃບຢັ້ງຢືນຕະຫລາດມາດຕະຖານ ຈາກລັດຖະບານ ກໍຄື ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ເຊິ່ງພິທີມອບ-ຮັບ ໃບຢັ້ງຢືນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2023 ຜ່ານມານີ້, ຕາງໜ້າມອບໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ແລະ ຮັບໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາກການຄ້າ ແລະ ອຸດສາກະກຳ ນະຄອນຫລວງວຽງຈັນ, ທັງເປັນຜູ້ບໍລິຫານຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ໃຫ້ຮູ້ວ່າ: ຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ ເລີ່ມເປີດບໍລິການໃນເດືອນມັງກອນ 2022 ເປັນຕົ້ນມາ, ຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີເນື້ອທີ່ປະມານ 70 ພັນຕາແມັດ, ເນື້ອທີ່ອາຄານປະມານ 25 ພັນຕາແມັດ ໃນນັ້ນ, ປະກອບມີ: ອາຄານຫ້ອງການບໍລິຫານ-ຈັດສັນຕະຫລາດ, ອາຄານຕະຫລາດ ແບ່ງເປັນຈຸດຂາຍລະອຽດຄື: ຈຸດຂາຍຊີ້ນ, ຂາຍເປັດ-ໄກ່, ຂາຍປາ, ຂາຍຜັກ, ຂາຍຂອງກິນສຸກ, ຂາຍສິນຄ້າປຸງແຕ່ງ, ຂາຍເຄື່ອງນຸ່ງຫົ່ມ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ຈຸດບໍລິການ ປະເພດຫ້ອງ, ປະເພດໂຕະ ແລະ ປະເພດລ໋ອກ ສຳລັບຂາຍຍົກ.ນອກນັ້ນ, ຍັງມີ ອາຄານສາງເຢັນ ເພື່ອເກັບຮັກສາສິນຄ້າສົດ ເຊັ່ນ: ພືດຜັກ-ໝາກໄມ້, ຊີ້ນ-ປາ ແລະ ສາງແຫ້ງ ສຳລັບເກັບມ້ຽນສິນຄ້າສຳເລັດຮູບປະເພດສິນຄ້າປຸງແຕ່ງຕ່າງໆ.

ທ່ານ ບຸນທ່ຽງ ລັດຕະນະວົງ ຍັງໃຫ້ຮູ້ອີກວ່າ: ໄປພ້ອມໆກັນນີ້, ຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ຈັດຕັ້ງທີມງານສົ່ງເສີມການຜະລິດ ໂດຍແບ່ງເປັນການສົ່ງເສີມການຜະລິດປຸງແຕ່ງ ແລະ ການຜະລິດກະສິກຳເປັນສິນຄ້າ ໂດຍຜູ້ຜະລິດທີ່ເປັນຄູ່ຄ້າກັບຕະຫລາດລາວ ຈະມີການສະໜອງທຶນຮອນຮັບໃຊ້ການຜະລິດ, ເຕັກນິກວິຊາການ, ພ້ອມທັງຮັບຊື້ເຂົ້າມາສະໜອງໃນຕະຫລາດ ແລະ ຊ່ອງທາງການຕະຫລາດອື່ນໆອີກ.

ໃນວັນດຽວກັນ, ກໍໄດ້ເປີດຮ້ານຂາຍສິນຄ້າອຸປະໂພກ-ບໍລິໂພກ ໂດຍບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ນໍາເອົາເຂົ້າໜຽວປະເພດ 2 ມາຂາຍທີ່ຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ, ຂາຍໃນ ລາຄາ 12.000 ກີບ/ກິໂລກຣາມ ເຊິ່ງໄດ້ດຳເນີນໄປເປັນເວລາ 3 ວັນ (25-27/8/2023) ທັງນີ້, ກໍເພື່ອເປັນການແຊກແຊງລາຄາ ດັດສົມຕະຫລາດ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນທ່າມກາງສະພາບລາຄາເຂົ້າກິນທີ່ກຳລັງນັບມື້ມີລາຄາສູງຂຶ້ນ, ພ້ອມດຽວກັນນີ້, ບັນດາຜູ້ປະກອບການຄ້າຂາຍຊີ້ນໝູ, ໄຂ່ ແລະ ອື່ນໆ ກໍໄດ້ນຳເອົາສິນຄ້າຂອງຕົນມາວາງຈຳໜ່າຍ ຕື່ມອີກ ໃນລາຄາທີ່ຖືກກວ່າທ້ອງຕະຫລາດ (ລາຄາໜ້າຟາມ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version