Home ສຶກສາ ສົກ 2022-2023 ສສກ ບັນລຸ 13 ຄາດໝາຍ

ສົກ 2022-2023 ສສກ ບັນລຸ 13 ຄາດໝາຍ

0

ໃນສົກຮຽນ 2022-2023 ກະຊວງສຶກສາທິການ ແລະ ກິລາ (ສສກ) ສາມາດຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ທິດທາງ 2023 ໂດຍມີ 13 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ຍັງມີ 3 ຄາດໝາຍທີີ່ຍັງທ້າທາຍໃນການຈັດຕັ້ງປະຕິບັດ. ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2022-2023 (ແບບເຊິ່ງໜ້າ ແລະ ທາງໄກ) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສຳນັກງານກະຊວງສຶກສາທິການ ແລະ ກິລາ (ຕຶກໄປຊີທີ), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ສີທອງ ສີຂາວ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2022-2023 ແລະ ທິດທາງແຜນການ ສົກຮຽນ 2023-2024 ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈຳສົກຮຽນ 2022-2023 ແມ່ນມີຜົນສໍາເລັດດ້ານຕົວຊີ້ບອກ ໃນສົກຜ່ານມາ ສສກ ສາມາດຕີລາຄາໄດ້ໂດຍພື້ນຖານຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ທິດທາງ 2023 ແມ່ນມີ 13 ຄາດໝາຍທີ່ສາມາດບັນລຸໄດ້ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ສະເລ່ຍ ທົ່ວປະເທດເພີ່ມຂຶ້ນຈາກ 80,2% ໃນສົກຮຽນ 2021-2022 ເປັນ 81,9% ໃນສົກຮຽນ 2022-2023 (ຄາດໝາຍໃຫ້ບັນລຸໄດ້ 78%); ອັດຕານັກຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີ ເພີ່ມຂຶ້ນຈາກ 97,9% ໃນສົກຮຽນ 2021-2022 ເປັນ 98,3% ໃນສົກຮຽນ 2022-2023 (ຄາດໝາຍ 95%); ອັດຕາເຂົ້າຮຽນໃໝ່ລວມ ປ.5 ບັນລຸໄດ້ 96,2% ໃນສົກຮຽນ 2022-2023 (ຄາດໝາຍໃຫ້ບັນລຸ 95% ຂຶ້ນໄປ); ອັດຕາປະລະການຮຽນຂອງນັກຮຽນ ປ.1 ຫຼຸດລົງຈາກ 6,5% ໃນສົກຮຽນ 2021-2022 ເປັນ 4,8% ໃນສົກຮຽນ 2022-2023 (ຄາດໝາຍບໍ່ໃຫ້ເກີນ 8%); ອັດຕາປະລະການຮຽນຂອງນັກຮຽນຊັັ້ນປະຖົມຫຼຸດລົງຈາກ 4,9% ໃນສົກຮຽນ 2021-2022 ເປັນ 4,4% ໃນສົກຮຽນ 2022-2023 (ຄາດໝາຍບໍ່ໃຫ້ເກີນ 6%); ອັດຕາຈົບຊັັ້ນປະຖົມສຶກສາເພີ່ມຂຶ້ນຈາກ 92,7% ໃນສົກຮຽນ 2021-2022 ເປັນ 93,1% ໃນສົກຮຽນ 2022-2023 (ຄາດໝາຍໃຫ້ບັນລຸໄດ້ 91% ຂຶ້ນໄປ); ອັດຕາເລືຶ່ອນ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນຈາກ 82,4% ໃນສົກຮຽນ 2021-2022 ເປັນ 84,5% ໃນສົກຮຽນ 2022-2023 (ຄາດໝາຍໃຫ້ບັນລຸ 80% ຂຶ້ນໄປ); ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລືຶ່ອນ ປ.5 ຂຶ້ນ ມ.1 ບັນລຸໄດ້ 0,99 (ຄາດໝາຍຢູ່ໃນລະຫວ່າງ 0,97-1,03); ອັດຕາປະລະການຮຽນຂອງນັກຮຽນຊັັ້ນມັດທະຍົມສຶກສາຕອນຕົ້ນ ສາມາດປະຕິບັດໄດ້ 11,2% ໃນສົກຮຽນ 2022-2023 (ຄາດໝາຍບໍ່ໃຫ້ເກີນ 14%); ປະຊາກອນໜຸ່ມຜູ້້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບສາມາດປະຕິບັດໄດ້ 36.121 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໃຫ້ໄດ້ຮັບການຝຶກອົບຮົມບັນລຸໄດ້ 34,5%1 (ຄາດໝາຍບໍ່ໃຫ້ຫຼຸດ 10% ໃນສົກຮຽນ 2022-2023); ສົ່ງເສີມໃຫ້ນັກສຶກສາທີ່ສະໝັກເຂົ້າຮຽນລະດັບມະຫາວິທະຍາໄລເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ ໄດ້ 3.243 ຄົນ (ຄາດໝາຍໃຫ້ໄດ້ 2.500 ຄົນ); ສົ່ງເສີມມວນຊົນທຸກເພດທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ-ກາຍຍະກໍາ ບັນລຸໄດ້ 40,39% ຂອງພົນລະເມືອງລາວ.

ຄຽງຄູ່ກັນນັ້ນ, ຍັງມີ 3 ຄາດໝາຍທີີ່ຍັງທ້າທາຍໃນການຈັດຕັ້ງປະຕິບັດ ຄື: ອັດຕາເຂົ້າຮຽນໃໝ່ລວມ ມ.4 ຫຼຸດລົງຈາກ 68,1% ໃນສົກຮຽນ 2021-2022 ເປັນ 65,3% ໃນສົກຮຽນ 2022-2023 (ຄາດ ໝາຍໃຫ້ບັນລຸ 68%); ນັກຮຽນທີ່ຮຽນຈົບຊັັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຫຼຸດລົງຈາກ 2,3% ໃນສົກຮຽນ 2021-2022 ເປັນ 1,4% ໃນສົກຮຽນ 2022-2023 (ຄາດໝາຍໃຫ້ບັນລຸ 2%); ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດສໍາເລັດ 38 ຫົວຂໍ້ (ຄາດໝາຍໃຫ້ສໍາເລັດ 40 ຫົວຂໍ້). ສ່ວນວຽກງານຂະແໜງການຍ່ອຍອື່ນໆຍັງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດດ້ານທຶນມະນຸດ ໃນຫົວຂໍໍ້ພິເສດ: ການເລັ່ງການຟື້ນຟູການຮຽນຮູ້ໃນສະພາບການຂອງ ໂຄວິດ-19 ຄັ້ງວັນທີ 25 ພຶດສະພາ 2023; ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາສົກຮຽນ 2021-2022; ລາຍງານຫຍໍໍ້ຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໄລຍະກາງສະໄໝຂອງແຜນ 5 ປີຄັ້ງທີ IX (2021-2025); ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຕົກລົງຂອງລັດຖະບານ ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ, ສະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023; ລາຍງານກ່ຽວກັບທິດທາງການຫັນປ່ຽນວຽກງານສຶກສາ, ວິທະຍາສາດ ແລະ ກິລາ; ລາຍງານການປະເມີນຜົນການສຶກສາຮ່ວມກັບບັນດາຄູ່ຮ່ວມພັດທະນາ ປະຈໍາປີ 2023; ລາຍງານກ່ຽວກັບການສ້າງແຜນງານການຮຽນຮູ້ຕະຫຼອດຊີວິດ ແລະ ທິດທາງໃນຕໍໍ່ໜ້າ. ສໍາລັບກອງປະຊຸມດັ່ງກ່າວນີ້, ແມ່ນໄດ້ປິດລົງໃນວັນທີ 22 ສິງຫາ 2023 ດ້ວຍຜົນສໍາເລັດ.

ຂ່າວ-ພາບ: ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version