Home ຂ່າວໜ້າໜຶ່ງ ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ-ຍີ່ປຸ່ນ

ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ-ຍີ່ປຸ່ນ

0

ກອງປະຊຸມລັດຖະມົນຕີສີ່ງແວດລອ້ມອາຊຽນ-ຢີປຸ່ນຄັ້ງທີ 18 ກຽ່ວກັບສີ່ງແວດລອ້ມ ແລະ ການປ່ຽ່ນແປງດິນຟ້າອາກາດ ຈັດຂຶ້ນວັນທີ່ 24 ສີງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານ ຂອງທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລອ້ມ ມີລັດຖະມົນຕີວ່າສີ່ງແວດລອ້ມອາຊຽນ ລັດຖະມົນຕີວ່າການ ກະຊວງ ສີ່ງແວດລອ້ມ ຢີປຸ່ນ ມີຮອງເລຂາອາຊຽນ.

ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລອ້ມ ແຫ່ງ ສປປ ລາວ ມີຄວາມເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ໃນການຮ່ວມມືດ້ານສິ່ງແວດລ້ອມ ປີນີ້ເປັນປີພິເສດເພາະພວກເຮົາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ນັບຕັ້ງແຕ່ການສ້າງການພົວພັນຄູ່ເຈລະຈາອາຊຽນ ແລະ ຍີ່ປຸ່ນ ໄດ້ສົມທົບກັນໃນຫຼາຍຂົງເຂດຮ່ວມມື ແລະ ຂໍ້ລິເລີ່ມການຮ່ວມມື ດ້ານສິ່ງແວດລ້ອມ ໄດ້ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂສິ່ງທ້າທາຍ ຂອງບັນດາປະເທດສະມາຊິກອາຊຽນ ໃນການປ່ຽນແປງຂອງດິນຟ້າ ອາກາດ ການຄຸ້ມຄອງສິ່ງເສດເຫຼືອ ພວກເຮົາມີຄວາມພະຍານຢ່າງຈະແຈ້ງວ່າທຸກປະເທດໃນທົ່ວໂລກລວມທັງປະເທດສະມາຊິກອາຊຽນກຳລັງປະເຊີນໜ້າກັບຄວາມເປັນຫ່ວງດ້ານສິ່ງ ແວດລ້ອມ ລວມທັງໄພທຳມະຊາດ ແລະການປ່ຽນແປງຂອງດິນຟ້າອາກາດ ສະນັ້ນເຊື່ອໝັ້ນວ່າ ການລົງເລິກການພົວພັນ ແລະ ການຮ່ວມມືກັບຍີ່ປຸ່ນ ໃນບັນດາຂົງເຂດດັ່ງກ່າວ

ກອງປະຊຸມຄັ້ງນີ້ພວກເຮົາຈະມີໂອກາດທົບທວນຄືນຄວາມຄືບໜ້າຂອງຂໍ້ລິເລີ່ມການ ຮ່ວມມືດ້ານສິ່ງແວດລ້ອມ ອາຊຽນ-ຍີ່ປຸ່ນ ແລະ ແຜນປະຕິບັດງານການ ປ່ຽນແປງດິນຟ້າອາກາດອາຊຽນ ຍິ່ງໄປກວ່ານັ້ນ ພວກເຮົາຍັງມີໂອກາດພິຈາລະນາຂໍ້ລິເລີ່ມໃໝ່ “ໂຄງການຍຸດທະສາດສຳລັບດິນຟ້າ ອາກາດ ແລະ ສິ່ງແວດລ້ອມອາຊຽນ” (SPACE) ທີ່ຈະນໍາໃຊ້ໂດຍຄູ່ຮ່ວມມືຂອງພວກເຮົາຍີ່ປຸ່ນ ສະແດງຄວາມຂອບໃຈມາຍັງ ລັດຖະບານຍີ່ປຸ່ນ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືທີ່ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະເປັນເວທີປາໄສທີ່ດີເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ຈາກບັນດາປະເທດສະມາຊິກອາຊຽນ ຍີ່ປຸ່ນ ຄູ່ຮ່ວມມືແລກປ່ຽນຄວາມ ຮູ້ ແລະ ປະສົບການ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານສິ່ງແວດ ລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version