Home ຂ່າວໜ້າໜຶ່ງ ອາຊຽນປຶກສາຫາລືເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

ອາຊຽນປຶກສາຫາລືເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

0

———————

#ກອງປະຊຸມລັດພາຄີ ວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 18 (COP 18) ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຂຶ້ນໃນວັນທີ 23 ສິງຫາ 2023ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີສິ່ງແວດລ້ອມຈາກປະເທດສະມາຊິກອາຊຽນ; ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມວັດທະນະທໍາສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ຢ້ຳເຖິງຄວາມມຸ່ງໝັ້ນຢ່າງສູງຂອງພວກເຮົາໃນການແກ້ໄຂບັນຫາມົນລະພິດໝອກຄວັນ ເພື່ອບັນລຸວິໄສທັດຂອງອາຊຽນ ທີ່ປາສະຈາກໝອກຄວັນຂ້າມແດນ ພາຍໃນປີ 2030. ມົນລະພິດໝອກຄວັນໃນພູມມິພາກ ໂດຍສະເພາະໃນອານຸພູມມິພາກລຸ່ມແມ່ນໍ້າຂອງຂອງ ທີ່ສູງເຖິງລະດັບອັນຕະລາຍ ແລະ ກໍ່ໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບທີ່ຮ້າຍແຮງ ຊຶ່ງພວກເຮົາຈໍາເປັນຕ້ອງດຳເນີນການ ແລະ ຫາວິທີຮ່ວມກັນແກ້ໄຂສະຖານະການຮ່ວມກັນ ໂດຍສະເພາະໃນລະດູແລ້ງປີນີ້. ໃນນີ້, ມົນລະພິດທີ່ແຜ່ກະຈາຍໃນ 3 ປະເທດ ມີລັກສະນະຮ່ວມກັນ ຊຶ່ງໜຶ່ງໃນນັ້ນຄືສາເຫດຂອງມົນລະພິດຈາກການຜະລິດກະສິກຳ ທີ່ນໍາໄປສູ່ໄຟໄໝ້ປ່າ.

ທ່ານ ຍັງກ່າວຕື່ມວ່າ: ເຖິງແມ່ນວ່າ, ພວກເຮົາຈະມີຄວາມພະຍາຍາມຢ່າງເຕັມທີ່ ແຕ່ພວກເຮົາກໍບໍ່ສາມາດຮັບມືກັບສະຖານະການໄດ້ທັນທ່ວງທີ. ສິ່ງເຫຼົ່ານີ້ ມີຫຼາຍປັດໄຈເຊັ່ນ: ການປ່ຽນແປງຂອງສະພາບພູມອາກາດ ທີ່ທະວີຄວາມຮຸນແຮງຂຶ້ນ ແລະ ສະພາບອາກາດທີ່ຮຸນແຮງ ໂດຍສະເພາະອາກາດຮ້ອນ ແລະ ລະດູແລ້ງ ຊຶ່ງເປັນສາເຫດຫຼັກຂອງການເກີດໄຟປ່າ.

ກອງປະຊຸມຄັ້ງນີ້, ເພື່ອເພີ່ມຂີດຄວາມສາມາດຂອງພວກເຮົາ ແລະ ກຽມຄວາມພ້ອມໃນການປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຈາກມົນລະພິດທາງອາກາດ/ໝອກຄວັນ 2022-2030 (The new ASEAN Peatland Management Strategy-APMS 2022-2030), ການດຳເນີນງານຢ່າງຕໍ່ເນື່ືອງຂອງສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຊາຍແດນ (AATHP), ແຜນງານການຮ່ວມມືອາຊຽນ ກ່ຽວກັບການຄວບຄຸມມົນລະພິດໝອກຄວັນຂ້າມຊາຍແດນ ແລະ ຍຸດທະສາດການບໍລິຫານຈັດການພື້ນທີ່ປ່າອາຊຽນ (APMS) 2022-2030.

ຫຼັງຈາກນັ້ນ ໄດ້ມີພິທີມອບ-ຮັບ ຂໍ້ຕົກລົງທີ່ໄດ້ລົງນາມໃນການສ້າງຕັ້ງສູນປະສານງານອາຊຽນ ເພື່ອຄວບຄຸມມົນລະພິດໝອກຄວັນຂ້າມຊາຍແດນ (ACC THPC) ແລະ ຂໍ້ຕົກ ລົງສ້າງຕັ້ງສູນອາຊຽນເພື່ອການປ່ຽນແປງສະພາບພູມອາກາດ (ACCC) ໃຫ້ເລຂາທິການອາຊຽນ ໃນຖານະຜູ້ຮັບຝາກຂອງ EAACC THPC ແລະ EAACCC.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version