Home ທຸລະກິດ ປັບວິທີເຮັດພິດຊ່າ ຈົນໄດ້ສູດເດັດທັງ​ແຊບທັງກຸ້ມຄ່າ

ປັບວິທີເຮັດພິດຊ່າ ຈົນໄດ້ສູດເດັດທັງ​ແຊບທັງກຸ້ມຄ່າ

0

ດັ່ງທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ພິດຊ່າ ບໍ່​ແມ່ນ​ອາຫານ​ລາວ ​ເປັນ​ອາຫານ​ຈາກຕ່າງປະເທດ ໂດຍປະ​ເທດ​ອີ​ຕາ​ລີ ສະນັ້ນ, ປະຊາຊົນລາວເຮົາຈຶ່ງບໍ່ຄ່ອຍຈະຮັບຮູ້ ແລະ ບໍ່ນິຍົມກິນຢ່າງກວ້າງຂວາງ ກັບການກິນພິດຊ່າ ຕາມທໍານຽມ ຄືກັບຊາວຕາເວັນຕົກພໍເທົ່າໃດ ​ແຕ່ເມື່ອສັງຄົມບ້ານເຮົາເປີດກວ້າງຂຶ້ນ ວັດທະນະທໍາການກິນ ການຢູ່ເລີ່ມແຜ່ລາມເຂົ້າມາ ເຮັດໃຫ້ຄົນລາວເຮົາໄດ້ສໍາຜັດກັບອາຫານ ແລະ ວັດທະນະທໍາແຕກຕ່າງອອກໄປ ຈົນ​ກາຍ​ເປັນຄວາມ​ມັກ  ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ ​ແລະ ​ໄວໜຸ່ມ ​ແມ່ນ​ຈະ​ຖືກ​​ໃຈ​ເປັນ​ພິ​ເສດ ​​​ເພາະພິດຊ່າ ​ແມ່ນ​ເຂົ້າໜົມປັງ​ອົບ​ແຫ້ງ​ທີ່​ຕົບ​ແຕ່ງໜ້າດ້ວຍ ປູ​,ປາ,ກຸ້ງ,ຫອຍ, ຮອດດ໋ອກ, ຫົວຜັກ​ບົ່ວ​ໃຫຍ່ ​ແລະ ອື່ນໆ ຕາມ​ຄວາມ​ມັກ ​ ຈຶ່ງ​ເຮັດ​ໃຫ້ທຸລະ​ກິດ ຂາຍ​ພິດຊ່າ​ຂະຫຍາຍ​ຕົວ​ຢ່າງ​​ກວ້າງຂວາງ ​ໂດຍ​ຄົນ​ລາວ​ເອງ​ກໍ​ຫັນ​ມາ​ຍຶດອາຊີບ​ນີ້​ຫລາຍ​ຂຶ້ນ ​ເພື່ອ​ຕອບ​ໂຈດ​ຄວາມ​ຕ້ອງການຂອງ​ຜູ້​ບໍລິ​ໂພ​ກ ​ເໝືອນດັ່ງ ພິດຊ່າ ​ໄວ​ລຸ້ນ ຂອງ ນາງ ​ແສງ​ດາລາ ​ເພັດ​ລໍາ​ພັນ  ຈາກ​ບ້ານ ຮ່ອງ​ຄ້າ ​ເມືອງຈັນທະ​ບູລີ ນະຄອນຫລວງ​ວຽງຈັນ ກໍ​ເປັນ​ຮ້ານໜຶ່ງທີ່​ສາມາດ​ຄອງ​ໃຈ​ຜູ້​ບໍລິ​ໂພ​ກ​ໄດ້ ​ເຖິງ​ຈະ​ເປີດ​ມາ​ບໍ່​ທັນ​ຮອດ​ປີ ດ້ວຍ​ຄວາມ​ແຊບ​ຂອງ​ລົດ​ຊາດ ​ແລະ ລາຄາ​ສຸດ​ຄຸ້ມ​  ເລີ່​ມຕົ້ນ​ພຽງ 29 ພັນ​ກີບ​ຕໍ່ຖາດ​ເທົ່າ​ນັ້ນ.

ທ່ານ ນາງ ​ແສງ​ດາລາ ​ເພັດ​ລໍາ​ພັນ ​ເຈົ້າ​ຂອງ​ຮ້ານ ພິດຊ່າ​ໄວ້​ລຸ້ນ ​​ເວົ້າ​ສູ່​ຟັງ​ວ່າ: ຈຸ​ເລີ່​ມຕົ້ນ ທີ່​ໄດ້​ມາ​ເຮັດ​ອາຊີບ ຂາຍ​ພິດຊ່າ​ນີ້ ​ແມ່ນລູກ​ຊາຍ​ເປັນ​ຄົນ​ທີ່​ມັກ​ກິນ ພິດຊ່າຫລາຍ  ​ແລະ ອີງ​ໃສ່​ລາຄາ ພິດຊ່າ ​ລາຄາ​ສູງ​ຫລາຍດັ່ງ​ນັ້ນ, ​ຈຶ່ງ​ຕັດສິນ​ໃຈໄປ​ຮຽນ​ເຮັດຟິດຊ່າ ​ຈາກ​ປະ​ເທດເພື່ອນ​ບ້ານ ​ແລ້ວນໍາ​ເອົາ​ຄວາມ​ຮູ້ນໍາ​ໃຊ້​ໂຕ​ຈິງ ​ເລີ່​ມ ຕົ້ນ​ແມ່ນ​ມາ​ຮຽນ​ເຮັດ​ກິນ​ເອງ ​ລອງ​ຜິດ​ລອງ​ຖືກ​ຫລາຍ​ຫລົບ​ຫລາຍ​ຕ່າວ ຈົນ​ກວ່າ​ຈະ​ໄດ້​ລົດ​ຊາດ​ທີ່​ລົງ​ໂຕ ຈຶ່ງ​ຕັດສິນ​ໃຈເປີດຮ້ານ ພິດຊ່າ​ໄວ​ລຸ້ນ ​ແຕ່​ຕົ້ນ​ປີ 2023 ຜ່ານ​ມາ​ເປັນ​ຕົ້ນ​ມາ ​ແລະ ພາຍຫລັງ​ທີ່​ເປີດ​ມາ​ຖື​ວ່າ​ໄດ້​ຂາຍ​ດີ ​ເພາະພິດຊ່າ​ຂາຍ​ລາຄາ​ບໍ່​ແພງ ​ລາຄາ​ເລີ່​ມຕົ້ນ​ພຽງ 29 ພັນ​ກີບ​ເທົ່າ​ນັ້ນ ​ເພາະ​​​ເນັ້ນ​ໃສ່ ​ເດັກນ້ອຍ​ທີ່​ມັກ​ກິນພິດຊ່າ ​ແຕ່​ເງິນ​ບໍ່​ຫລາຍ ກໍ່​ສາມາດ​ກິນ​ໄດ້ ​ໂດຍ​ຈຸດ​ເດັ່ນ​ຂອງ​ພິດຊ່າ​​ໄວ​ລຸ້ນ ​ແມ່ນລາຄາຖືກ, ລົດ​ຊາດ​​ແຊບ ມີ 8 ໜ້າ​ໃຫ້​ເລືອ​ກ ​ແລະ ນໍາ​ໃຊ້​ຊິດທີ່​ມີ​ຄຸນ​ນະພາ​ບ ​ເວລາ​ກິນ​ຈະ​ມີ​ຄວາມໜຽວນຸ່ມ,ຫອມ ບວກ​ກັບ​ແຜ່ນ​ແປງ ທີ່ກອບ​ນອກ​ແຕ່ນຸ່ມ​ໃນ ເລ​ວາ​ກິນ​​​ເຂົ້າກັນບອກ​​ໄດ້​ເລີຍ​ແຊບ​ຊ້ອຍ ຮັບຮອງ​ໄດ້​ ເພາະ​ຜູ້​ຂຽນ​ເອງ​ກໍ່ໄດ້ກິນ​ມາ​ແລ້ວ.

ທ່ານ ນາງ ​ແສງ​ດາລາ ​ເວົ້າ​ຕື່ມ​ວ່າ: ປັດຈຸບັນ ຮ້ານ ພິ​ດຊ່າ ​ມີ 2 ສາຂາ, ສາຂາ​ທີ 1 ຢູ່ໜ້າ​ໂຮງ​ຮຽນກ້າວໜ້າ, ສາຂາ​ທີ 2 ​ແມ່ນ ຢູ່​ບ້ານ​ຮ່ອງ​ຄ້າ ​ແຕ່​ຕໍ່​ໄປ​ອາດ ຈະ​ມາ​ເປີດ​ຢູ່​ສາຂາ​ທີ 2 ສາຂາ​ດຽວ ​ເພາະສາຂາ​ທີ 1 ​ໃກ້​ຈະ​ໝົດສັນຍາ​ເຊົ້າ​ແລ້ວ ບວກ​ກັບ​ເສດຖະກິດ​ໃນ​ປັດຈຸບັນ ອັດຕາ​ເງີ​ນ​ເຟີ້​ສູງ ຄ່າ​ເຊົ້າ​ກໍ​ແພງ​ຂຶ້ນ ​ແຕ່​ການ​ຂາຍ​ຈະ​ຂາຍ​ລາ​ສູງ​ຫລາຍ​ກໍ່​ບໍ່ໄດ້ ສະ​ນັ້ນ, ຈຶ່ງ​ຕັດສິນ​ໃຈ​ເປີ​ດ​ແຕ່​ສາຂາ​ດຽວ ​ເພາະ​ຢູ່​ນີ້​ເປັນ​ຮ້ານ​ເຮົາ​ເອງ​ບໍ່​ໄດ້​ເຊົ້າ​ ກໍ່​ພໍ່​ຢູ່​ໄດ້.​ ແຕ່​ແນວ​ໃດ​ກໍ​ດີ ກໍ​ຢາກ​ຝາກ​ເຖິງ ພັກ-​ລັດ ​ແກ້​ໄຂ​ເລື່ອງ​ອັດຕາ​ເງິນ​ເຟີ້ ​ແລະ ຄ່າ​ຄອງ​ຊີບ ​ເພາະ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ ຕໍ່ການ​ປະກອບ​ອາຊີບ ​ແລະ ການ​ດໍາລົງຊີວິດ​ຂອງ​ປະຊາຊົນ .

ສໍາລັບ​ທ່ານ​ໃດ ທີ່​ຢາກກິນ​ພິດຊ່າ ​ແຊບໆ​ໃນ​ລາຄາ​ສຸດ​ຄຸ້ມ ຮ້ານພິດຊ່າ​ໄວ​ລຸ້ນ ​ເປັນ​ອີ​ກຮ້ານໜຶ່ງທີ່​ຢາກ​ແນະ​ນໍາ ​ເພາະ​ເປັນ​ຮ້ານ​ຂອງ​ຄົນ​ລາວ​ເຮົາ​ເອງ ​ແຕ່​ລົດ​ຊາດ​ແຊບ​​ບໍ່​ແພ້​ຕົ້ນ​ສະບັບ​ເລີຍ ​ໂດ​ຍຮ້ານ​ຕັ້ງ​ຢູ່​ບ້ານຮ່ອງ​ຄ້າ ​ເມືອງຈັນທະ​ບູລີ ນະຄອນຫລວງ​ວຽງຈັນ ຫລື ຕິດຕໍ່ສອບ​ຖາມ​ສັ່ງ​ໄດ້​ທີ ​ເບີ 020 99818133 ຫລື ​ເຟສບຸກ Pizza​ໄວ​ລຸ້ນ.

ຂຽນໂດຍ: ມາລີດາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version