Home ຂ່າວກິລາ ເມສຊີ ຕົວເກງຄວ້າລາງວັນຍອດຢ່ຽມ ຢູຟ່າ, ເດິ ບຣອຍ-ຮາລັນ ມີສິດເຊັ່ນກັນ

ເມສຊີ ຕົວເກງຄວ້າລາງວັນຍອດຢ່ຽມ ຢູຟ່າ, ເດິ ບຣອຍ-ຮາລັນ ມີສິດເຊັ່ນກັນ

0

ລິໂອເນວ ເມສຊີ ມີຊື່ເຂົ້າຊີງລາງວັນ ນັກເຕະຍອດຢ່ຽມແຫ່ງປີຂອງ UEFA ຮ່ວມກັບ ເຄວິນ ເດີ ບຣອຍ ແລະ ເອລິງ ຮາລັນ ຈາກ ແມນເຊັສເຕີ ຊິຕີ້ ສ່ວນຜູ້ຈັດການຍອດຢ່ຽມມີ ເປບ ກວາດິໂອລາ ເປັນຕົວເກງ.

ສະຫະພັນບານເຕະເອີຣົບ (UEFA) ໄດ້ປະກາດຜູ້ສະໝັກລຸ້ນລາງວັນນັກເຕະຍອດຢ່ຽມປະຈໍາປີ 2023 ແລະ ຄູຝຶກຍອດຢ່ຽມ ແຫ່ງປີ ອອກມາແລ້ວເມື່ອວັນພະຫັດທີ່ຜ່ານມາ.

ໂດຍ 3 ນັກເຕະທີ່ມີຊື່ເຂົ້າຊິງລາງວັນນັກເຕະຍອດຢ່ຽມແຫ່ງປີ ປະກອບດ້ວຍ ລີໂອເນວ ເມສຊີ ທີ່ຫາກໍ່ຍ້າຍຈາກ ປາຣີ ແຊັງ-ແຊັກແມັງ ໄປຮ່ວມທີມ ອິນເຕີ ໄມອາມີ ແລະ ເຄວິນ ເດບຣອຍ ກັບ ເອຣິງ ຮາລັນ ຂອງທີມ ແມນເຊັສເຕີ ຊິຕີ ເຊິ່ງສື່ຕ່າງປະເທດຍົກໃຫ້ ລີໂອເນວ ເມສຊີ ເປັນຕົວເກງລາງວັນນີ້ ເພາະເຂົາພາທີມ ປາຣີ ແຊັງ-ແຊັກແມັງ ຄວ້າແຊ້ມລີກ 1 ລວມໄປເຖິງການພາທີມຊາດອາກຊັງຕິນ ຄວ້າແຊ້ມບານເຕະໂລກ 2022 ມາຄອງໄດ້.

ສ່ວນຮອງລົງມາຄື ເອີລິງ ຮາລັນ ແລະ ເຄວິນ ເດີ ບຣອຍ ທີ່ພາທີມ ແມນເຊັສເຕີ ຊິຕີ ຄວ້າ 3 ແຊັມຄື: ຢູຟາ ແຊມປ້ຽນລີກ, ພຣີເມຍລີກ ແລະ FA Cup ໃນລະດູການທີ່ຜ່ານມາ.

ສໍາລັບລາງວັນຜູ້ຈັດການຍອດຢ່ຽມແຫ່ງປີ ມີ 3 ຄົນທີ່ເຂົ້າຊີງລາງວັນຄື ເປບ ກວາດິໂອລາ ຜູ້ຈັດການທີມ ແມນເຊັສເຕີ ຊິຕີ, ລູຊາໂນ ສະປັນເລດຕີ ຜູ້ຈັດການທີມ ນາໂປລີ ແລະ ຊິໂມເນ່ ອິນຊາກິ ຂອງ ອິນເຕີ ມິລານ ໂດຍທີ່ຕົວເກງຄື ເປບ ກວາດິໂອລ່າ, ທີ່ນໍາພາທີມ ແມນເຊສເຕີ ຊີຕີ ຄວ້າ 3 ແຊັມໄດ້ນັ້ນເອງ.

ການປະກາດລາງວັນ ຈະມີຂຶ້ນໃນງານຈັບສະຫຼາກ ຢູຟາ ແຊັມປຽນລີກ ຮອບແບ່ງກຸ່ມ ໃນວັນພະຫັດທີ 31 ສິງຫານີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version