Home ຂ່າວກິລາ ທຣຸສຊີເຢ ບອກວ່າ ຫວຽດນາມຢູ່ສາຍແຂງ ຕ້ອງພົບອີຣັກ ແລະ ທີມອາຊຽນ

ທຣຸສຊີເຢ ບອກວ່າ ຫວຽດນາມຢູ່ສາຍແຂງ ຕ້ອງພົບອີຣັກ ແລະ ທີມອາຊຽນ

0

ຟິລິບ ທຣຸສຊີເຢ ຄູຝຶກທີມຊາດຫວຽດນາມ ບອກວ່າທີມຂອງເຂົາຕ້ອງພົບວຽກໜັກ ຫຼັງຮັບຮູ້ຜົນການຈັບສະຫຼາກບານໂລກ ຮອບຄັດເລືອກ ທີ່ຕ້ອງຢູ່ໃນກຸ່ມກັບອີຣັກ, ຟີລິບປິນ ແລະ ອິນໂດເນເຊຍ

ທີມຊາດຫວຽດນາມ ທີມອັນດັບທີ 96 ຂອງໂລກ ຈັບສະຫຼາກບານເຕະໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຢູ່ໃນກຸ່ມ F ຮ່ວມກັບ ອີຣັກ, ຟີລິບປິນ ແລະ ອິນໂດເນເຊຍ/ບຣູໄນ ເຊິ່ງຫຼາຍຄົນເບິ່ງວ່າ ຫວຽດນາມໂຊກດີທີ່ຢູ່ກຸ່ມບໍ່ໜັກປານໃດ ແລະ ມີໂອກາດທີ່ຈະໄດ້ຜ່ານເຂົ້າຮອບຄັດເລືອກ ຮອບທີ 3.

ແຕ່ທາງດ້ານ ຟິລິບ ທຣຸສຊິເຢ ຫົວໜ້າຄູຝຶກທີມຊາດຫວຽດນາມ ໄດ້ບອກວ່າ ທີມຂອງເຂົາຢູ່ໃນກຸ່ມທີ່ໜັກ ແລະ ບໍ່ງ່າຍເລີຍ ກັບການພົບກັບທີມໃນພາກພື້ນອາຊຽນດ້ວຍກັນ.

“ ບໍ່ມີການແຂ່ງຂັນລາຍການໃດທີ່ງ່າຍໃນການແຂ່ງຂັນບານເຕະ ແລະ ໂດຍສ່ວນຕົວແລ້ວ ຄິດວ່າທຸກໆທີມໃນກຸ່ມນີ້ ຕ່າງຕ້ອງການທີ່ຈະຜ່ານເຂົ້າຮອບຕໍ່ໄປ “.

“ ເຮົາຢູ່ໃນກຸ່ມທີ່ຫຍຸ້ງຍາກ ການພົບກັບທີມອາຊຽນດ້ວຍກັນບໍ່ແມ່ນວຽກທີ່ງ່າຍ ເຊິ່ງຂ້ອຍຄິດວ່າ ອິນໂດເນເຊຍ ຈະຜ່ານ ບຣູໄນ ມາໄດ້ ແລະ ນອກຈາກນັ້ນ ເຮົາຍັງມີປະເທດອີຣັກດ້ວຍ ”

” ເຮົາພົບ ຟີລິບປິນ ແລະ ອິນໂດເນເຊຍ ມາຫຼາຍຄັ້ງ ສ່ວນ ອີຣັກ ເຮົາຕ້ອງກະກຽມຂໍ້ມູນໃຫ້ດີ ເຮົາມີເວລາອີກ 3 ເດືອນໃນການຄົ້ນຫາຂໍ້ມູນ “.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version