Home ຂ່າວຕ່າງປະເທດ ນູແວນເຊລັງ ຍົກເລີກຂໍ້ກຳນົດຄວບຄຸມພະຍາດໂຄວິດ-19

ນູແວນເຊລັງ ຍົກເລີກຂໍ້ກຳນົດຄວບຄຸມພະຍາດໂຄວິດ-19

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫາ ຜ່ານມາ, ລັດຖະບານນູແວນເຊລັງ ໄດ້ປະກາດຍົກເລີກຂໍ້ກຳນົດທາງດ້ານສາທາລະນະສຸກທີ່ຍັງເຫຼືອສຳລັບປ້ອງກັນພະຍາດໂຄວິດ-19 ໂດຍມີຜົນຕັ້ງແຕ່ວັນທີ 15 ສິງຫາ ເປັນຕົ້ນໄປ.

ທ່ານ ອາຢີຊາ ເວີຣັນ ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງນູແວນເຊລັງ ລະບຸວ່າ: ອັດຕາຄົນເຈັບພະຍາດໂຄວິດ-19 ເຂົ້າປິ່ນປົວໃນໂຮງໝໍມີທ່າອ່ຽງຫຼຸດລົງຕັ້ງແຕ່ຕົ້ນເດືອນມິຖຸນາ ຂະນະທີ່ມີການຄາດຄະເນວ່າ ຈຳນວນຄົນເຈັບຕໍ່ອາທິດຍັງບໍ່ຄົງທີ່. ທ່ານ ເວີຣັນ ລະບຸວ່າ: ຈຳນວນຄົນເຈັບພະຍາດໂຄວິດ-19 ທີ່ມີການລາຍງານໃນເດືອນກໍລະກົດຜ່ານມາຢູ່ໃນລະດັບຕ່ຳທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2022 ໂດຍການຕິດເຊື້ອພະຍາດໂຄວິດ-19 ຄິດເປັນ 2,2% ຂອງການເຂົ້າປິ່ນປົວໃນໂຮງໝໍເມື່ອນັບເຖິງວັນທີ 14 ສິງຫາທີ່ຜ່ານມາ ແລະ ປັດຈຸບັນ, ນູແວນເຊລັງ ມີທ່າອ່ຽງຜ່ານໄລຍະໄຂ້ຫວັດໃຫຍ່ລະດູໜາວລະບາດສູງສຸດແລ້ວ.

ນອກຈາກນັ້ນ, ລະດັບພູມຄຸ້ມກັນຂອງປະຊາກອນນູແວນເຊລັງຢູ່ໃນຈຸດທີ່ສາມາດຍົກເລີກຂໍ້ກຳນົດປ້ອງກັນພະຍາດໂຄວິດ-19 ທີ່ເຫຼືອໄດ້ຢ່າງປອດໄພ ໂດຍແນວທາງປະຕິບັດຕໍ່ພະຍາດໂຄວິດ-19 ຂອງນູແວນເຊລັງປ່ຽນຈາກການຮັບມືສຸກເສີນສູ່ການຈັດການໄລຍະຍາວຢ່າງຍືນຍົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version