Home ຂ່າວຕ່າງປະເທດ ເດືອນຜ່ານມາອາກາດໂລກຮ້ອນທີ່ສຸດໃນຮອບ 143 ປີ

ເດືອນຜ່ານມາອາກາດໂລກຮ້ອນທີ່ສຸດໃນຮອບ 143 ປີ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ສິງຫາ ຜ່ານມາ, ສະຖາບັນກອດດາດ ເພື່ອການສຶກສາອາວະກາດ (GISS) ໄດ້ເປີດເຜີຍບົດລາຍງານການວິເຄາະຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດອາເມຣິກາ (NASA) ລະບຸວ່າ: ເດືອນກໍລະກົດ 2023 ເປັນເດືອນທີ່ອາກາດຮ້ອນກວ່າເດືອນອື່ນທີ່ເຄີຍບັນທຶກອຸນຫະພູມໂລກ ນັບຕັ້ງແຕ່ປີ 1880.

ບົດລາຍງານລະບຸວ່າ: ອຸນຫະພູມໂລກໃນໄລຍະເດືອນກໍລະກົດ 2023 ອົບອຸ່ນກວ່າສະຖິຕິທີ່ມີການບັນທຶກຂອງ NASA 0,24 ອົງສາ ແລະ ອົບອຸ່ນກວ່າອຸນຫະພູມໃນເດືອນກໍລະກົດໂດຍສະເລ່ຍໃນລະຫວ່າງປີ 1951-1980 ທີ່ 1,18 ອົງສາ. ທ່ານ ບິນ ເນນສັນ ຜູ້ອຳນວຍການ NASA ກ່າວວ່າ: ໂດຍອີງຕາມຂໍ້ມູນຂອງ NASA ທີ່ຢືນຢັນຄວາມຮູ້ສຶກຂອງຫຼາຍພັນລ້ານຄົນທົ່ວໂລກ ໂຕເລກອຸນຫະພູມໃນໄລຍະເດືອນກໍລະກົດ 2023 ເຮັດໃຫ້ເດືອນດັ່ງກ່າວກາຍເປັນເດືອນຮ້ອນທີ່ສຸດເປັນປະຫວັດສາດ ຄົນອາເມຣິກາໃນທຸກພື້ນທີ່ຂອງປະເທດກຳລັງປະເຊີນກັບຜົນກະທົບຈາກວິກິດສະພາບອາກາດ. ຂະນະດຽວກັນ, ພື້ນທີ່ບາງສ່ວນຂອງອາເມຣິກາໃຕ້, ອາຟຣິກາເໜືອ ແລະ ມະຫາສະໝຸດແອນຕາກຕິກ ມີອາກາດຮ້ອນຫຼາຍເປັນພິເສດ ໂດຍອຸນຫະພູມເພີ່ມຂຶ້ນປະມານ 4 ອົງສາ.

ອາກາດຮ້ອນຫຼາຍໃນລະດູຮ້ອນປີນີ້ ເຮັດໃຫ້ຫຼາຍຮ້ອຍລ້ານຄົນໃຊ້ຊີວິດຢູ່ພາຍໃຕ້ຄຳແຈ້ງເຕືອນອາກາດຮ້ອນ. ນອກຈາກນັ້ນ, ອຸນຫະພູມທີ່ສູງຂຶ້ນຍັງເຊື່ອມໂຍງກັບກໍລະນີການເຈັບປ່ວຍ ແລະ ເສຍຊີວິດຈາກຄວາມຮ້ອນຂອງປະຊາຊົນຫຼາຍຮ້ອຍຄົນໃນຫຼາຍປະເທດທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version