Home ຂ່າວພາຍໃນ ເປີດຖ້ຽວບິນ ນະຄອນຫຼວງວຽງຈັນ-ບາງກອກ

ເປີດຖ້ຽວບິນ ນະຄອນຫຼວງວຽງຈັນ-ບາງກອກ

0

ບໍລິສັດ ການບິນໄທ ຈຳກັດ ມາຫາຊົນ ຮ່ວມກັບ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດຖ້ຽວບິນເສັ້ນທາງ ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ -ບາງກອກ ປະເທດໄທ ຂຶ້ນໃນວັນທີ 15 ສິງຫາ ນີ້ ທີ່ສະໝາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີ ທ່ານ ແສງສະຫງວນ ຈັນທະວົງ ຮອງຫົວໜ້າກົມການບິນພົນລະເຮືອນກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ; ທ່ານ ວິດ ກິດຈາທອນ ຜູ້ອຳນວຍການຝ່າຍຂາຍ ບໍລິສັດ; ມີຜູ້ອຳນວຍການທົ່ວໄປ L-JATS ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນການເປີດຖ້ຽວບິນຄືນໃນຄັ້ງນີ້ ເນື່ອງວ່າປີຜ່ານມາມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາ 2020 ຊຶ່ງໄດ້ສົ່ງຜົນກະທົບໃຫ້ບໍລິສັດການບິນໄທ ຈຳກັດ (ມາຫາຊົນ) ຈຳເປັນຕ້ອງປິດໃຫ້ບໍລິການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທາງອາກາດ ລະຫວ່າງ ນະຄອນຫຼວຽງຈັນ ສປປ ລາວ -ບາງກອກ ປະເທດໄທ, ເມື່ອສະຖານະການ ການແຜ່ລະບາດພະຍາດໄດ້ຫຼຸດລົງ ປະກອບກັບມາດຕະການ ການເດີນທາງລະຫວ່າງປະເທດເລີ່ມຜ່ອນຄາຍຫຼາຍຂຶ້ນ ບໍລິສັດຈຶ່ງໄດ້ໃຫ້ສາຍການບິນໄທສະມາຍ ຊຶ່ງຢູ່ໃນເຄືອຂອງການບິນໄທມາໃຫ້ບໍລິການແທນໃນເສັ້ນທາງນີ້ ເພື່ອໃຫ້ການບໍລິຫານທຸລະກິດດ້ານການບິນຂອງບໍລິສັດມີປະສິດທິຜົນສູງຂຶ້ນ. ຝ່າຍບໍລິຫານຈຶ່ງໄດ້ມີຄຳເຫັນໃຫ້ມີການປັບໂຄງສ້າງທຸລະກິດໂດຍໄດ້ຮ່ວມເອົາສາຍການບິນໄທ ແລະ ໄທສະມາຍມາເຂົ້າກັນເປັນສາຍການບິນໄທ ເພື່ອການບໍລິການທີ່ດີ ສ້າງຄວາມປະທັບໃຈ ແລະ ໃຫ້ປະສົບການ ການເດີນທາງເປັນທີ່ໜ້າຈົດຈຳ.

ນັບຕັ້ງແຕ່ວັນທີ 15 ສິງຫາ 2023 ເປັນຕົ້ນໄປ ສາຍການບິນໄທເປີດໃຫ້ບໍລິການລະຫວ່າງ ນະຄອນຫຼວງວຽງຈັນ-ບາງກອກ ມື້ລະ 2 ຖ້ຽວບິນ ຫຼື 14 ຖ້ຽວບິນຕໍ່ໜຶ່ງອາທິດ ໂດຍສາມາດຈອງບ່ອນນັ່ງ ແລະ ຊື້ບັດໂດຍສານໄດ້ທີ່ຕົວແທນຈຳໜ່າຍບັດໂດຍສານຂອງການບິນໄທ ຫຼື ເວັບໄຊ www.thaiairways.com.

ຂ່າວ-ພາບ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version